ນະຄອນຫຼວງວຽງຈັນໜ້າຫ່ວງຕິດເຊື້ອຢູ່ໂຮງງານ ເວັນເຈີ 198 ກໍລະນີ, ເກັບຕົວຢ່າງຄັ້ງທີ 2

364

ອີງຕາມ ທ່ານ ດຣ. ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ19 ຢູ່ ສປປລາວ ວ່າ ໃນວັນທີ 7 ຕຸລາ 2021
ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ19 ທັງໝົດ 5.484 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 731 ຄົນ, ນໍາເຂົ້າ 5 ຄົນ ຈາກສາລະວັນ 7 ຄົນ, ຈາກແຂວງ ຫຼວງພະບາງ 3 ຄົນ, ແຂວງ ສະຫວັນນະເຂດ 2 ຄົນ

ມາຮອດວັນທີ 8 ຕຸລາ 2021 ພົບຜູ້ຕິດເຊື້ອພາຍໃນ (ຫຼື ຊຸມຊົນ)ໃໝ່ ທັງໝົດມີ 726 ຄົນ ນະຄອນຫຼວງວຽງຈັນ 450 ກໍລະນີ ມີລາຍລະອຽດດໂດຍຫຍໍ້ດັງນີ້
ນະຄອນຫຼວງ 450 ຄົນ

ເມືອງຈັນທະບູລີ ມີ 5 ບ້ານ (15ຄົນ) ແລະ ເມືອງຫາດຊາຍຟອງ ມີ 3 ບ້ານ (5 ຄົນ)

ເມືອງສີໂຄດຕະບອງ ມີ 10 ບ້ານ (13 ຄົນ)

ເມືອງໄຊເສດຖາ ມີ 7 ບ້ານ (158 ຄົນ),
ເມືອງສີສັດຕະນາກມີ 6 ບ້ານ (12 ຄົນ),

ເມືອງນາຊາທອງ ມີ 8 ບ້ານ (31 ຄົນ),

ເມືອງໄຊທານີ ມີ 7 ບ້ານ (216 ຄົນ) (ບ. ສາຍນໍ້າເງິນ ໂຮງງານ ເວັນເຈີ 198 ເກັບຕົວຢ່າງຄັ້ງທີ 2

ຈາກ: ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health