ເຮັດແທ້! ແຂວງ ສະຫວັນນະເຂດ ປະຕິບັດວິໄນນາຍຕຳຫຼວດໃຫ້ອອກບໍ່ມີອຸດໜູນໃດໆ

704

ຖືວ່າເປັນການເຕືອນສະຕິທຸກຄົນ ບໍ່ວ່າຈະເປັນປະຊາຊົນ ພະນັກງານ ຂັ້ນໃດກໍ່ຕາມ ຖ້າຫາກຍັງມີການລະເມີດຕໍ່ມາດຕະການ ໂດຍສະເພາະຄຳສັ່ງຈາກຂັ້ນເທິງໂອກາດໃນການໝົດອະນາຄົດມີສູງ ຖ້າເປັນຕຳຫຼວດຜູ້ຕ້ອງເຄັ່ງຂັດກັບລະບຽບການເຮັດຜິດຍິ່ງຕ້ອງລົງໂທດໃຫ້ໜັກ.

ວັນທີ 7 ຕຸລາ 2021 ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ ປະກາດວິໄນ ກັບນາຍຕຳຫຼວດ ທີ່ເຄື່ອນໄຫວລະເມີດລະບຽບວິໄນ, ກົດໜາຍວ່າດ້ວຍກຳລັງປ້ອງ ກັນຄວາມສະຫງົບ ອອກຈາກກຳລັງປ້ອງກັນຄວາມສະຫງົບ ປກສ ແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງທ່ານ ພັອ ສັງທອງ ສີປະເສີດ ຮອງຫົວໜ້າກອງບັນ ຊາການ ປກສ ແຂວງສະຫວັນນະເຂດ, ມີຄະພັກກອງບັນຊາການ, ຄະນະຫ້ອງອ້ອມຂ້າງ, ກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ພັທ ດາວວອນ ຄົມທິລາດ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງສະຫວັນນະເຂດ ໄດ້ຂຶ້ນຜ່ານ ຂໍ້ຕົກລົງ ກົມໃຫ່ຍການເມືອງ ປ້ອງກັນຄວາມສະຫງົບ ວ່າດ້ວຍການປະຕິບັດວິໄນນາຍຕຳຫຼວດ ເຊິ່ງໃນນີ້ ປະຕິບັດວິໄນ ຮທ ເວີນ ສີດາວົງ, ຮຕ ສິດທິສອນ ໄຊທານີ ໜ້າທີ່ຮັບຜິດຊອບວິຊາການ ສັງກັດຢູ່ຫ້ອງຕຳ ຫຼວດ ແລະ ຮທ ສີສຸພັນ ທາດາສະຫວັນ ໜ້າທີ່ຮັບຜິດ ຊອບວິຊາການ ສັງກັດຢູ່ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຂຶ້ນກັບ ປກສ ແຂວງສະຫວັນນະເຂດ

ເຫດຜົນ ຍ້ອນການກະທຳຜິດຕໍ່ລະບຽບກົດໝາຍຂອງກຳລັງປ້ອງ ກັນຄວາມສະຫງົບ ພາກທີ V ມາດຕາ 39 ຂໍ້ 01, ຂໍ້ 03 ການເມີນເສີຍບໍ່ປະຕິບັດຕາມມະຕິ ຫຼື ຄຳສັງຂອງຂັ້ນເທິງ ແລະ ລະເມີດຄຳສັ່ງຂອງ ທ່ານນາຍົກລັດຖະມົນຕີສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດ COVID- 19
ສະນັ້ນຈື່ງປະຕິບັດວິໄນສະຫາຍທັງສາມນີ້ອອກຈາກກຳລັງ ປ້ອງກັນຄວາມສະຫງົບ ໂດຍບໍ່ໄດ້ຮັບອຸດໜູນນະໂຍບາຍໃດໆ.

ຂ່າວຈາກ: ປກສ ສະຫວັນນະເຂດ