ລາຍລະອຽດຜູ້ຕິດເຊື້ອໃນຊຸມຊົນ 726 ຄົນ, ເມືອງໄຊທານີ ນະຄອນຫຼວງວຽງຈັນ 216 ຄົນ

418

ທ່ານ ດຣ. ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ19 ຢູ່ ສປປລາວ ວ່າ ໃນວັນທີ 7 ຕຸລາ 2021 ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ19 ທັງໝົດ 5.484 ຕົວຢ່າງ,
ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 731 ຄົນ, ນໍາເຂົ້າ 5 ຄົນ ຈາກສາລະວັນ 7 ຄົນ, ຈາກແຂວງ ຫຼວງພະບາງ 3 ຄົນ, ແຂວງ ສະຫວັນນະເຂດ 2 ຄົນ ຜູ້ຕິດເຊື້ອພາຍໃນ (ຫຼື ຊຸມຊົນ)ໃໝ່ ທັງໝົດມີ 726 ຄົນ ມີລາຍລະອຽດດໂດຍຫຍໍ້ດັງນີ້

1 ນະຄອນຫຼວງ 450 ຄົນ ເມືອງຈັນທະບູລີ ມີ 5 ບ້ານ (15ຄົນ) ເມືອງສີໂຄດຕະບອງ ມີ 10 ບ້ານ (13 ຄົນ)
ເມືອງໄຊເສດຖາ ມີ 7 ບ້ານ (158 ຄົນ), ເມືອງສີສັດຕະນາກມີ 6 ບ້ານ (12 ຄົນ), ເມືອງນາຊາທອງ ມີ 8 ບ້ານ (31 ຄົນ), ເມືອງໄຊທານີ ມີ 7 ບ້ານ (216 ຄົນ) (ບ. ສາຍນໍ້າເງິນ ໂຮງງານ ເວັນເຈີ 198 ເກັບຕົວຢ່າງຄັ້ງທີ 2 ແລະ ເມືອງຫາດຊາຍຟອງ ມີ 3 ບ້ານ (5 ຄົນ)
2 ແຂວງ ບໍລິຄຳໄຊ 65 ຄົນ ຈາກ ເມືອງ ປາກກະດິງ ມີ 03 ບ້ານ (55 ຄົນ), ເມືອງປາກຊັນ ມີ 04 ບ້ານ (08 ຄົນ) ແລະ ເມືອງວຽງທອງ ມີ 2 ບ້ານ (02 ຄົນ)

3 ຫຼວງພະບາງ 56 ຄົນ ຈາກ ເມືອງງອຍມີ 26 ຄົນ, ເມືອງນ້ຳບາກ ມີ 13 ຄົນ, ນະຄອນຫຼວງພະບາງ ມີ 10 ຄົນ, ເມືອງຈອມເພັດ ມີ 3 ຄົນ, ເມືອງຊຽງເງີນ ມີ 4 ຄົນ, ເມືອງນານ ມີ 1 ຄົນ ແລະ ເມືອງປາກແຊງ ມີ 1 ຄົນ
4 ສະຫວັນນະເຂດ 42 ຄົນ ຈາກ ເມືອງອຸທຸມພອນ ມີ 4 ບ້ານ (33 ຄົນ), ນະຄອນໄກສອນ ມີ 7 ບ້ານ (8 ຄົນ) ແລະ ເມືອງໄຊບູລີ ມີ 1 ບ້ານ (1 ຄົນ)

5 ແຂວງວຽງຈັນ 42 ຄົນ ຈາກ ເມືອງແກ້ວອຸດົມ 22 ຄົນ, ເມືອງ ວຽງຄໍາ 9 ຄົນ, ເມືອງ ວັງວຽງ 8 ຄົນ ແລະ ເມືອງ ໂພນໂຮງ 3 ຄົນ
6 ບໍ່ແກ້ວ 26 ຄົນ ຈາກ ເມືອງ ຕົ້ນເຜີ້ງ 13 ແລະ ເຂດພິເສດ 12 ຄົນ ແລະ ເມືອງຫ້ວຍຊາຍ 1 ຄົນ.
7 ຄໍາມ່ວນ 19 ຄົນ ຈາກ ກໍາມະກອນຢູ ໂຮງງານລາວຄາຍຢວນ ທີ່ ກັກໂຕຢູ່ ມີ 11 ຄົນ, ກໍາມະກອນຢູ່ ບໍລິສັດສະປີດ ຂົນສົ່ງສາກົນ (ຂົວມິດຕະພາບ 3) ມີ 2 ຄົນ, ບ້ານນາບົງ ມີ 01 ຄົນ ແລະ ບ້ານເລົ່າໂພໄຊ ມີ 05 ຄົນ

8 ຈໍາປາສັກ 12 ຄົນ ຈາກ ເມືອງບາຈຽງຈະເລີນສຸກ ມີ 10 ຄົນ ແລະ ເມືອງໂພນທອງ ມີ 2 ຄົນ
9 ສາລະວັນ 12 ຄົນ ຈາກ ເມືອງສາລະວັນ 12 ຄົນ
10 ໄຊສົມບູນ 2 ຄົນ ເມືອງລ່ອງຊານ ມີ 1 ຄົນ ແລະ ເມືອງອານຸວົງ ມີ 1 ຄົນ