ລາວຈີງຈັງນຳໃຊ້ລົດໄຟຟ້າ ເພື່ອຫຼຸດຜ່ອນການນຳເຂົ້ານ້ຳມັນປີ 2030 ໃຫ້ກວມ 30%

949

ລັດຖະບານແຫ່ງ ສປປ ລາວ ແມ່ນໄດ້ອອກມະຕິຕົກລົງນຳໃຊ້ລົດໄຟຟ້າຢູ່ພາຍໃນປະເທດຢ່າງຈີງຈັງ ເນື່ອງຈາກເປັນລົດທີ່ເປັນມິດກັບສິ່ງແວດລ້ອມ, ປະຢັດ ທີ່ສຳຄັນຊ່ວຍຫຼຸດຜ່ອນການນຳເຂົ້ານ້ຳມັນເຊື້ອໄຟທີ່ຕົກເປັນເງິນມະຫາສານໃນແຕ່ລະປີ.

ເຊິ່ງວ່າລັດຖະບານແຫ່ງ ສປປ ລາວ ກໍ່ໄດ້ອອກມະຕິ ເລກທີ 8/ລບ ລົງວັນທີ 4 ຕຸລາ 2021 ວ່າດ້ວຍການຮອງຮັບ ແລະ ປະກາດໃຊ້ນະໂຍບາຍ ການນຳໃຊ້ລົດໄຟຟ້າຢູ່ໃນ ສປປ ຈຸດປະສົງກໍ່ເພື່ອຈັດຕັ້ງຜັນຂະຫຍາຍວາລະວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໂດຍສະເພາະມາດຕະການປະຢັດມັດທະຍັດ ແນໃສ່ຫຼຸດຜ່ອນການນໍາເຂົ້າ ນ້ໍາມັນເຊື້ອໄຟຈາກຕ່າງປະເທດ ກໍຄືຫຼຸດຜ່ອນການໄຫຼອອກຂອງເງິນຕາຕ່າງປະເທດ, ຫຼຸດຜ່ອນ ຄ່າໃຊ້ຈ່າຍ ຂອງຜູ້ຊົມໃຊ້ຍານພາຫະນະ ຫຼຸດຜ່ອນມົນລະພິດຈາກການນໍາໃຊ້ລົດ ທີ່ແລ່ນ ດ້ວຍນ້ໍາມັນເຊື້ອໄຟ ແລະ ເປັນການສົ່ງເສີມການນໍາໃຊ້ພະລັງງານໄຟຟ້າ ທີ່ ສປປ ລາວ ມີ ທ່າແຮງໃນການຜະລິດ ແລະ ສູ້ຊົນຮອດປີ 2025 ໃຫ້ອັດຕາສ່ວນລົດໄຟຟ້າທີ່ຊົມໃຊ້ໃນສັງຄົມ ກວມເອົາຢ່າງຫນ້ອຍ 1% ຂອງຈໍານວນພາຫະນະທັງຫມົດ; ຮອດປີ 2030 ໃຫ້ກວມເອົາ 30% ຂຶ້ນໄປ.

ເປົ້າຫມາຍໃນການນໍາໃຊ້ລົດໄຟຟ້າ ໃນໄລຍະທົດລອງ ແມ່ນລັດຖະບານເປັນຜູ້ນໍາຫນ້າ ແລະ ຕົວແບບໃນການນໍາໃຊ້ລົດໄຟຟ້າ ໂດຍສະເພາະເລີ່ມຈາກລົດບໍລິຫານລັດ, ລົດປະຈໍາຕໍາແຫນ່ງທີ່ຈະຊື້ ໃຫມ່ ແມ່ນໃຫ້ຈັດຊື້ລົດໄຟຟ້າທັງຫມົດ ຈາກນັ້ນຈຶ່ງຊຸກຍູ້ບັນດາວິສາຫະກິດຂອງລັດ, ລົດຂົນສົ່ງສາທາລະນະ ໃຫ້ຫັນມານໍາໃຊ້ລົດໄຟຟ້າເທື່ອລະກ້າວ ແລະ ຊຸກຍູ້ສົ່ງເສີມອົງການຈັດຕັ້ງພາກລັດ ແລະ ເອກະຊົນ, ຕະຫຼອດຮອດບຸກຄົນທົ່ວໄປ ຕາມຕົວເມືອງໃຫຍ່, ຊານເມືອງ ແລະ ຕາມເສັ້ນທາງຫຼວງແຫ່ງຊາດ ໃຫ້ຫັນມານໍາໃຊ້ລົດໄຟຟ້າ ຕາມເງື່ອນໄຂຄວາມສາມາດ ຂອງຕົນແຕ່ລະກ້າວ.

ສຳລັບນະໂຍບາຍຕໍ່ກັບຜູ້ຊົມໃຊ້ລົດໄຟຟ້າ ແມ່ນລັດວິສາຫະກິດໄຟຟ້າລາວ ເປັນຜູ້ບໍລິການຕິດຕັ້ງໄຟຟ້າ ສໍາລັບເຄື່ອງສາກລົດໄຟຟ້າ ໂດຍບໍ່ເກັບຄ່າຫມໍ້ນັບໄຟຢູ່ຕາມທີ່ຢູ່ອາໄສ, ສໍານັກງານ-ອົງການ ເພື່ອຮັບປະກັນຄວາມປອດໄພທາງດ້ານເຕັກນິກ, ເສຍຄ່າທໍານຽມທາງປະຈໍາປີຕໍ່າກວ່າລົດແລ່ນດ້ວຍນ້ໍາມັນເຊື້ອໄຟຢ່າງຫນ້ອຍ 30% ຕາມກໍລະນີຄວາມແຮງທຽບເທົ່າກັນ ແລະ ໃຫ້ບູລິມະສິດບ່ອນຈອດລົດໄຟຟ້າຕາມຈຸດ ຫຼື ສະຖານທີ່ບໍລິການສາກລົດໄຟຟ້າ ຢູ່ສະຖານທີ່

ເຊິ່ງວ່ານະໂຍບາຍສໍາລັບຜູ້ຜະລິດ ແລະ ປະກອບລົດໄຟຟ້າ ລັດສົ່ງເສີມບຸກຄົນ, ນິຕິບຸກຄົນ ພາຍໃນ ແລະ ຕ່າງປະເທດ ທີ່ສົນໃຈລົງທຶນເຂົ້າໃນການສ້າງ ໂຮງງານຜະລິດສີ້ນສ່ວນອຸປະກອນ, ອາໄຫຼ່ ແລະ ປະກອບລົດໄຟຟ້າ ເພື່ອສະຫນອງພາຍໃນ ແລະ ສົ່ງອອກ ໂດຍການໃຫ້ນະໂຍບາຍເຫມາະສົມ ດ້ານພາສີ, ອາກອນການນໍາເຂົ້າ, ສໍາລັບການນໍາເຂົ້າ ອຸປະກອນ ແລະ ສິ້ນສ່ວນອາໄຫຼ່ເພື່ອປະກອບເປັນລົດໄຟຟ້າ, ຜ່ອນຜັນອາກອນກໍາໄລ ແລະ ຄ່າ ເຊົ່າສໍາປະທານທີ່ດິນຂອງລັດ ໃຫ້ແກ່ຜູ້ປະກອບການໂດຍສອດຄ່ອງກັບກົດຫມາຍ ວ່າດ້ວຍການ ສົ່ງເສີມການລົງທຶນ, ກົດຫມາຍວ່າດ້ວຍພາສີ, ກົດຫມາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ, ກົດຫມາຍ ແລະ ລະບຽບການອື່ນໆທີ່ກ່ຽວຂ້ອ