ໂຮງງານໂກລິງ ລາວ ມອບເງິນສົດ ແລະ ເຄື່ອງປ້ອງກັນໂຄວິດ-19 ໃຫ້ກະຊວງກະຊວງອຸດສາຫະກຳ ແລະ ການຄ້າ

638

ກະຊວງອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຮັບເງິນ ແລະ ເຄື່ອງຊ່ວຍເຫຼືອເພື່ອຕ້ານແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຈາກ ໂຮງງານ ໂກລິງລາວ ລວມມູນຄ່າ 320 ລ້ານກີບ. ພິທີມອບ-ຮັບມີຂຶ້ນວັນທີ 8 ຕຸລາ 2021 ທີ່ກະຊວງ ອຄ ໂດຍການເຂົ້າຮ່ວມຂອງທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມຄະນະ ມີທ່ານ ໂຮຊິງຮົ້ງ ປະທານ ໂຮງງານ ໂກລິງລາວ ພ້ອມພະນັກງານເຂົ້າຮ່ວມ


ທ່ານ ໂຮຊິງຮົ້ງ ໄດ້ກ່າວວ່າ ເຫັນໄດ້ຄວາມສໍາຄັນໃນການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ໃນປະເທດລາວ ເພື່ອເປັນການປະກອບສ່ວນ ແລະ ສະໜັບສະໜູນ ນະໂຍບາຍຂອງລັດຖະບານ, ຄະນະສະເພາະກິດຕ້ານການແຜ່ລະບາດຂອງພະຍາດໂຄວິດ-19; ສະນັ້ນ ທາງໂຮງງານ ກໍໄດ້ມີງົບປະມານ ແລະ ເຄື່ອງຊ່ວຍເຫຼືອ ຈໍານວນໜຶ່ງມາ ປະກອບສ່ວນໂດຍມອບໃຫ້ກະຊວງ ອຄ ເພື່ອນໍາໃຊ້ເຂົ້າໃນວຽກງານ ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19.


ທ່ານ ຄໍາແພງ ໄຊສົມແພງ ໄດ້ກ່າວສະແດງຄວາມຂອບໃຈມາຍັງປະທານບໍລິສັດ ທີ່ໄດ້ປະກອບສ່ວນເງິນ ແລະ ອຸປະກອນປ້ອງກັນພະຍາດໂຄວິດ 19. ພ້ອມທັງໄດ້ແຈ້ງສະພາບການ ຂອງການເຮັດວຽກເຄື່ອນໄຫວປ້ອງກັນພະຍາດໂຄວິດ-19 ຂອງກະຊວງ ອຄ ກໍຄືຂະແໜງການ ອຸດສາຫະກຳ ແລະ ຫັດຖະກໍາ ເພື່ອເຮັດໃຫ້ ບັນດາບໍລິສັດ, ໂຮງງານອຸດສາຫະກຳ ມີຄວາມເຂົ້າໃຈ ແລະ ມີມາດຕະການເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໃນໂຮງຈັກໂຮງງານ.ເຄື່ອງດັ່ງກ່າວ ກະຊວງ ອຄ ຈະໄດ້ນຳໃຊ້ເຂົ້າໃນການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນ ຕ້ານການລະບາດຂອງພະຍາດໂຄວິດ 19 ຢູ່ຂະແໜງການອຸດສາຫະກໍາ ແລະ ການຄ້າ ແລະ ຈໍານວນໜຶ່ງຈະນໍາໄປມອບຕໍ່ໃຫ້ໂຮງໝໍ ແລະ ສູນກັກກັນ ທີ່ຂາດແຄນ ແລະ ທີ່ມີຄວາມຕ້ອງການນຳໃຊ້ ເຄື່ອງດັ່ງກ່າວ.

ໂຮງງານໂກລິງລາວ ຢູ່ບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເປັນການລົງທຶນ ຂອງຕ່າງປະເທດ (ໂດຍທ່ານ ໂຮຊິງຮົ້ງ ນັກລົງທຶນ ຈີນໄຕ້ຫວັນ) ມີພະນັກງານ-ກຳມະກອນ 1.825 ຄົນ (ຍິງ 1.304ຄົນ) ກິດຈະການຜະລິດ: ເກີບໜັງ, ເກີບຜ້າໄບ ແລະ ເກີບກິລາ ເພື່ອຈຳໜ່າຍຢູ່ພາຍໃນ ແລະ ສົ່ງອອກຕ່າງປະເທດ ເຊັ່ນ: ເອີລົບ, ສ.ເກົາຫຼີ, ຍີປຸ່ນ, ຈີນ ແລະ ປະເທດອື່ນໆ.


ລາຍລະອຽດເຄື່ອງທີ່ໂຮງງານນຳມາມອບ ປະກອບມີ: ເປັນວັດຖຸລວມມູນຄ່າ 120ລ້ານ ກີບ ເຊັ່ນ: ຜ້າອັດປາກ-ດັງ 60 ແກັດ, ສະບູ 206 ແພັກ, ເຈວລ້າງມື 180 ຕຸກ, ເຄື່ອງວັດແທກອຸນຫະພູມ 17 ເຄື່ອງ, ຈັກພົ່ນທາດເຫຼົ້າ 4 ເຄື່ອງ, ຊຸດ PPE (ເສື້ອກາວ, ໝວກ) 800 ຊຸດ; ເປັນເງິນສົດ 200ລ້ານ ກີບ ລວມມູນຄ່າທັງໝົດ320ລ້ານກີບ.