ໄປເບິ່ງ ລາຍຊື່ຄະນະນໍາ, ຄູຝຶກ ແລະ ນັກກີລາ ທີມຊາດຍິງລາວຊຸດໃຫຍ່ ລຸຍຄັດບານເຕະອາຊີ

457

ດັ່ງທີ່ຮູ້ ການແຂ່ງຂັນບານເຕະຊີງແຊັມອາຊີ 2022 ຮອບຄັດເລືອກ ( AFC Women’s Asian Cup 2022 Qualifiers ) ກຸ່ມ A ແມ່ນເລື່ອນມາແຂ່ງຂັນໃນເດືອນຕຸລາ 2021 ເນື່ອງຈາກ ໄຕຫວັນ ຂໍຖອນຕົວຈາກການເປັນເຈົ້າພາບ ກ່ອນທີ່ ບາເຣນ ຈະຮັບໜ້າທີ່ຕໍ່, ສ່ວນ ທີມຊາດຍິງລາວ ຊຸດໃຫຍ່ ມີນັກເຕະ 2-3 ຄົນຂໍ ຖອນຕົວ ຈິ່ງຕ້ອງເລັ່ງປັບປຸງທີມ ຫຼ້າສຸດແມ່ນພ້ອມ 100% ແລະ ໄດ້ມີການປະກາດກາດລາຍຊື່ຄະນະນໍາ, ຄູຝຶກ ແລະ ນັກກີລາຢ່າງເປັນທາງການ ກ່ອນອອກເດີນທາງໃນວັນທີ 8 ຕຸລາ 2021.
+ລາຍຊື່ ຄະນະນຳ ແລະ ຄະນະຄູຝຶກ ປະກອບມີລາຍຊື່ດັ່ງລຸ່ມນີ້:
1. ທ່ານ ນາງ ພູໄຊ ແພງພົງ ຫົວໜ້າຄະນະ
2. ທ່ານ ນາງ ດອນສະຫວັນ ໄຊຍະສົມບັດ ຫົວຫນ້າຄູຝຶກ
3. ທ່ານ ວົງມີໄຊ ສຸບົວຄຳ ຜູ້ຊ່ວຍຄູຝຶກ

4. ທ່ານ ນາງ ນົກ ດວງມາລາ ຜູ້ຊ່ວຍຄູຝຶກ
5. ທ່ານ ນິຕ້າ ທັດສະນີທອນ ຜູ້ບໍລິຫານທີມ
6. ທ່ານ ນາງ ຕິກຕ້າ ດວງພະຈັນ ແພດປະຈໍາທີມ
7. ທ່ານ ນາງ ເຄືອວັນ ເມັງວິໄລ ແພດປະຈໍາທີມ
8. ທ່ານ ນາງ ຂັນທະລີ ຕະຕີເດດ ສື່ມວນຊົນ

9. ທ່ານ ຈັນທະຄາດ ສ່ຽນຜ່ອງສີ ຄູຝຶກຜູ້ຮັກສາປະຕູ
10. ທ່ານ ນາງ ຄານຊະນິດ ຄຳຈະເລີນ ຜູ້ຊ່ວຍຄູຝຶກ
11. ທ່ານ ສຸດໃຈ ສຸກແພງສີ ອຸປະກອນ
+ສ່ວນລາຍຊື່ນັກກິລາ 23 ຄົນປະກອບມີລາຍຊື່ດັ່ງລຸ່ມນີ້:
-ຜູ້ຮັກສາປະຕູ

1. ນາງ ພັດທະລາວະດີ ສໍໂພທິລາດ ຈາກແຂວງສະຫວັນນະເຂດ
2. ນາງ ບັງອອນ ພອນໄຊ ຈາກນະຄອນຫຼວງວຽງຈັນ
3. ນາງ ເພັດລາວັນ ໄຊຍະເພັດດາລາ ຈາກນະຄອນຫຼວງວຽງຈັນ
– ກອງຫຼັງປະກອບມີ:
4. ນາງ ວິລິນທອນ ວົງແສງທອງ ຈາກນະຄອນຫຼວງວຽງຈັນ

5. ນາງ ຫຼ້ານ້ອຍ ວົງຄໍາສິງ ຈາກນະຄອນຫຼວງວຽງຈັນ
6. ນາງ ວິໄລວັນ ປັນຍານຸວົງ ຈາກນະຄອນຫຼວງວຽງຈັນ
7.ນາງ ສາຍສະໝອນ ອິນທະພອນ ຈາກນະຄອນຫຼວງວຽງຈັນ
8. ນາງ ປະນັດດາ ໂພທິສານ ຈາກແຂວງສະຫວັນນະເຂດ
9. ນາງ ໂບ້ລິງ ຫຼວງຄີລີ ຈາກນະຄອນຫຼວງວຽງຈັນ

10. ນາງ ດາລະວອນ ສໍພາບມີໄຊ ຈາກນະຄອນຫຼວງວຽງຈັນ
11. ນາງ ແຫຼ້ ອິນທະວົງ ຈາກແຂວງຄຳມ່ວນ
-ກອງກາງປະກອບມີ:
12. ນາງ ອານຸຕາ ຈັນທິທອງ ຈາກນະຄອນຫຼວງວຽງຈັນ
13. ນາງ ແສງເດືອນ ພົງໄພລັດ ຈາກນະຄອນຫຼວງວຽງຈັນ

14. ນາງ ວາດີ້ ອິນທິຍາ ຈາກນະຄອນຫຼວງວຽງຈັນ
15.ນາງ ອາພັດສະລາ ຈັນທະວົງໄຊ ຈາກນະຄອນຫຼວງວຽງຈັນ
16. ນາງ ຈິນດາ ສີຫາລາດ ຈາກນະຄອນຫຼວງວຽງຈັນ
17. ນາງ ໃຈຄໍາ ໄຊຍະປະເສີດ ຈາກນະຄອນຫຼວງວຽງຈັນ
18. ນາງ ພານິກອນ ວັນນະລາດ ຈາກນະຄອນຫຼວງວຽງຈັນ

19. ນາງ ດາວເຮືອງ ຈັນທະລາ ຈາກແຂວງສະຫວັນນະເຂດ
20. ນາງ ພິມພາ ທອງສະຫວ່າງ ຈາກແຂວງສະຫວັນນະເຂດ
21. ນາງ ພອນທິບ ພົມມະຈັນ ຈາກແຂວງສະຫວັນນະເຂດ
– ກອງໜ້າປະກອບມີ:
22. ນາງ ເກມມີ ພັດດາລາ ຈາກນະຄອນຫຼວງວຽງຈັນ

23. ນາງ ພຸດສະດີ ຫຼວງອາມາດ ຈາກນະຄອນຫຼວງວຽງຈັນ
ສໍາລັບ ຕາຕະລາງແຂ່ງຂັນຂອງກຸ່ມ A ຈະລົງແຂ່ງຂັນທີ່ສະໜາມ Khalifa Sport City ໃນເມືອງ Manama ປະເທດບາເຣນ ມີດັ່ງນີ້:
-ວັນທີ 18 ຕຸລາ 2021 ລາວ ພົບ ໄຕ້ຫວັນ
-ວັນທີ 21 ຕຸລາ 2021 ບາເຣນ ພົບ ລາວ
-ວັນທີ 24 ຕຸລາ 2021 ໄຕຫວັນ ພົບ ບາເຣນ
ຂ່າວ-ຮູບຈາກ: ຫຼ້າ MKP