ກາຊອລ ປະກາດອໍາລາອາຊີບບານບ້ວງ ຫຼັງຫຼິ້ນມາຍາວນານ 23 ປີ

386

ເພົາ ກາຊອລ ນັກກີລາບານບ້ວງຊາວແອັດສະປາຍ ປະກາດອໍາລາອາຊີບຢ່າງເປັນທາງການເມື່ອວັນທີ 5 ຕຸລາ 2021 ຫຼັງຫຼິ້ນໃນວົງການມາດົນເຖິງ 23 ປີ ແລະ ໄດ້ແຊັມບານບ້ວງ ເອັນບີເອ 2 ສະໄໝ ແລະ ຄວ້າແຊັມໂລກກັບທີມຊາດແອັສດປາຍ.

ກາຊອລ ກ່າວວ່າ: “ ຕອນສຸດທ້າຍ ການລົງຫຼິ້ນອາຊີບຈົນອາຍຸ 41 ປີດ້ວຍສິ່ງທີ່ຂ້ອຍເຮັດໄວ້, ຂ້ອຍຄິດວ່າມັນບໍ່ໄດ້ຂີ້ຮ້ານ, ຂ້ອຍພໍໃຈ ແລະ ຊາບຊື້ງ ທີ່ໄດ້ຮັບຄວາມຮັກ ແລະ ການສະໜັບສະໜູນລົ້ນເຫຼືອຕະຫຼອດອາຊີບ. ດັ່ງນັ້ນ, ມັນຮອດເວລາແລ້ວທີ່ຈະອໍາລາອາຊີບ ”.

ກ່ອນໜ້ານີ້ ກາຊອລ ປະກາດອໍາລາການຮັບໃຊ້ທີມຊາດ ເມື່ອເດືອນສິງຫາ 2021 ຫຼັງຈາກທີ່ພາ ແອັດສະປາຍ ເສຍໃຫ້ກັບ ອາເມຣິກາ ຈົນຕົກຮອບ 8 ທີມສຸດທ້າຍ ໃນໂອແລມປິກ 2020 ທີ່ປະເທດຍີ່ປຸ່ນ. ສໍາລັບ ກາຊອລ ຍ້າຍມາຢູ່ ບາເຊໂລນາ ປະເທດແອັດສະປາຍ ໃນເດືອນກຸມພາ 2021 ເນື່ອງຈາກໄດ້ຮັບບາດເຈັບທີ່ຕີນຊ້າຍ ຈົນເຮັດໃຫ້ບໍ່ໄດ້ລົງແຂ່ງຂັນເກືອບ 2 ປີ.