ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ລົງຕິດຕາມການຊື້-ຂາຍຢູ່ຕະຫຼາດໂນນຄໍ້ ໂດຍເນັ້ນໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19

617

ດ້ວຍຄວາມເອົາໃຈໃສ່ ຕໍ່ມາດຕະການຄຸ້ມຄອງລາຄາສິນຄ້າ ແລະ ມາດຕະການສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 , ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມຄະນະໄດ້ລົງຕິດຕາມ ແລະ ຊຸກຍູ້ໃຫ້ເຈົ້າໜ້າທີ່ການຄ້າ ແລະ ຜູ້ປະກອບການຊາວຄ້າຂາຍ ຕ້ອງເດັດດ່ຽວໃນການປະຕິບັດມາດຕະການຕ່າງໆໃນໄລຍະນີ້ ເພື່ອອໍານວຍຄວາມສະດວກໃຫ້ຜູ້ປະກອບການໃນການນໍາສິນຄ້າເຂົ້າມາຈໍາໜ່າຍ, ລວມທັງຕິດຕາມ ແລະ ຄຸ້ມຄອງລາຄາ ບໍ່ໃຫ້ມີການເໜັງຕີງ ພາຍໃຕ້ມາດຕະການຄຸມເຂັ້ມ ໃນການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໃນຕະຫຼາດທີ່ຈໍາໜ່າຍສິນຄ້າ.


ການລົງຕິດຕາມຄັ້ງນີ້ມີຂຶ້ນໃນວັນທີ 6 ຕຸລາ 2021 ທີ່ຕະຫຼາດໂນນຄໍ້ ເມືອງໄຊເສດຖາ ໂດຍການຕ້ອນຮັບຂອງທ່ານເຈົ້າເມືອງໄຊເສດຖາ, ຫ້ອງການ ອຄ ເມືອງ ແລະ ເຈົ້າຂອງຕະຫຼາດ.


ຈຸດປະສົງຂອງການລົງຢ້ຽມຢາມ ແມ່ນເພື່ອຕິດຕາມ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຕະຫຼາດ, ວຽກງານຄຸ້ມຄອງສິນຄ້າ, ລາຄາ ແລະ ການບໍລິການ, ປົກປ້ອງຜູ້ຊົມໃຊ້, ການຈັດສັນຄວາມສະອາດ, ສະດວກປອດໄພ ພາຍໃນຕະຫຼາດ ກໍຄືຄວາມພ້ອມ ແລະ ການປະຕິບັດບັນດາມາດຕະການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ພ້ອມທັງຮັບຟັງການລາຍງານ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຂອງຫົວໜ່ວຍທຸລະກິດ, ຕົວແທນຊາວຄ້າຂາຍ ແລະ ຄະນະຈັດສັນຕະຫຼາດໃນຄັ້ງນີ້.


ທ່ານ ພົມມະຈັນ ມູນພາລັກ ປະທານສະພາ ບໍລິຫານຕະຫຼາດໂນນຄໍ້ ກ່າວວ່າ: ຕໍ່ມາດຕະການສະກັດກັ້ນ ແລະ ປ້ອງການການແຜ່ລະບາດຂອງພະຍາດໂຄວິດ-19 ທາງຜູ້ຈັດສັນຕະຫຼາດໄດ້ແຕ່ງຕັ້ງພະນັກງານ ເວນຍາມຕະຫຼອດ 24 ຊົ່ວໂມງ, ພ້ອມນັ້ນ ກໍແຕ່ງຕັ້ງຜູ້ປະຈໍາການຈຸດທາງເຂົ້າ ແລະ ທາງອອກ ເພື່ອກວດກາຜູ້ມາຊື້ – ມາຂາຍ; ເວລາເຂົ້າຕະຫຼາດແມ່ນມີຢາສີດຂ້າເຊື້ອ, ລ້າງມື, ວັດແທກອຸນຫະພູມ ແລະ ໃຫ້ໃສ່ຜ້າອັດປາກ-ດັງຢ່າງຄັກແນ່ ຖ້າປະຕິບັດບໍ່ໄດ້ຕາມນີ້ທາງຈັດສັນຈະບໍ່ໃຫ້ເຂົ້າຕະຫຼາດເດັດຂາດ. ພິເສດ ເວລາປິດຕະຫຼາດທຸກວັນ ແມ່ນໄດ້ອະນາໄມ ແລະ ສີດຢາຂ້າເຊື້ອທຸກຄັ້ງ, ແມ່ຄ້າທີ່ເຂົ້າມາຂາຍແມ່ນສັກວັກຊິນຄົບ 2 ເຂັມ ແລະ ກັອບປີບັດແຂງ ເພື່ອຢັ້ງຢືນ.


ທ່ານ ນາງ ປາລົມ ແສງດາລາ ປະທານຕະຫຼາດໂນນຄໍ້ ໄດ້ກ່າວວ່າ: ຕະຫຼາດໂນນຄໍ້  ເປັນການລົງທຶນພາຍໃນ 100% ມີທຶນຈົດທະບຽນ 24,7ຕື້ກວ່າກີບ. ຕະຫຼາດມີເນື້ອທີ່ທັງໝົດ 14.608 ຕາແມັດ, ເນື້ອທີ່ອາຄານ 11.412 ຕາແມັດ, ມີຫ້ອງບໍລິການໃຫ້ເຊົ່າ ຂາຍສິນຄ້າ 48 ຫ້ອງ; ໂຕະບໍລິການໃຫ້ເຊົ່າເພື່ອຂາຍສິນຄ້າ 760 ໂຕະ, ປະເພດສິນຄ້າທີ່ບໍລິການຂາຍພາຍໃນຕະຫຼາດມີ: ເຄື່ອງໃຊ້ປະຈຳວັນ, ເຄື່ອງນຸ່ງຫົ່ມ, ເຄື່ອງບໍລິໂພກ (ສະບຽງອາຫານ: ຊີ້ນ-ປາ, ພືດຜັກ, ໝາກໄມ້) ແລະ ສິນຄ້າໃຊ້ສອຍທົ່ວໄປ.


ໄລຍະ 5 ປີ ຜ່ານມາໄດ້ເປີດບໍລິການຕະຫຼາດກະສິກຳ ຈຳໜ່າຍສິນຄ້າເປັນຕົ້ນ: ເຄື່ອງໃຊ້ປະຈຳວັນ, ເຄື່ອງນຸ່ງຫົ່ມ, ເຄື່ອງອຸປະໂພກ ແລະ ບໍລິໂພກ ໂດຍໄດ້ ຮັບການເອົາໃຈໃສ່ ຈາກເຈົ້າໜ້າທີ່ ຂະແໜງ ອຄ ລົງແນະນໍາ ດ້ານລະບຽບການໃຫ້ແກ່ຄະນະຈັດສັນ ແລະ ຕິດຕາມກວດກາສະພາບການຊື້-ຂາຍສິນຄ້າ ຂອງຊາວຄ້າຂາຍ ຢູ່ໃນຕະຫຼາດຢ່າງເປັນປົກກະຕິເປັນຕົ້ນແມ່ນໄລຍະ ທີ່ມີການປັບປຸງລາຄາສິນຄ້າໃນແຕ່ລະຄັ້ງ ແລະ ວັນເທດສະການສໍາຄັນຕ່າງໆ ເພື່ອບໍ່ໃຫ້ມີການກັກຕຸນສິນຄ້າ, ສວຍໂອກາດຂຶ້ນລາຄາຕາມລໍາພັງໃຈ ຫຼື ການເອົາລັດເອົາປຽບດ້ວຍຮູບການອື່ນໆຕໍ່ຜູ້ຊົມໃຊ້.


ໃນໂອກາດນີ້, ທ່ານ ຄຳແພງ ໄຊສົມແພງ ກໍໄດ້ແນະນຳໃຫ້ຜູ້ປະກອບການ (ເຈົ້າຂອງຕະຫຼາດ) ຈັດຕັ້ງປະຕິບັດໃຫ້ໄດ້ຕາມເນື້ອໃນຂອງກົດໝາຍ ແລະ ລະບຽບການທີ່ວາງອອກ ໂດຍສະເພາະວຽກງານຄຸ້ມຄອງສິນຄ້າ ແລະ ຄ່າບໍລິການ, ການຈັດສັນຕະຫຼາດ ແລະ ປັບປຸງຕະຫຼາດ ໃຫ້ຖືກຕ້ອງຕາມລະບຽບການທີ່ກໍານົດໄວ້ ແລະ ໄດ້ເນັ້ນໜັກໃຫ້ພ້ອມກັນເອົາໃຈໃສ່ປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມ ການລະບາດຂອງພະຍາດ COVID-19 ຢ່າງເຂັ້ມງວດ.