ນິວຄາສເຊິລ ກຽມກາຍເປັນທີມຍັກໃຫຍ່ ຫຼັງຖືກກຸມຄົນຮັ່ງມີ ຊື້ກິດຈະການ ພ້ອມເປີດງົບເສີມທີມກ້ອນທໍາອິດມະຫາສານ

388
Newcastle United supporters celebrate outside St. James' Park in Newcastle Upon Tyne, England Thursday Oct. 7, 2021. English Premier League club Newcastle has been sold to Saudi Arabia’s sovereign wealth fund after a protracted takeover and legal fight involving concerns about piracy and rights abuses in the kingdom. (AP Photo/Scott Heppell)

ຂ່າວໃຫຍ່ເມື່ອຫຼ້າສຸຸດ ພຣີເມຍລີກ ອັງກິດ ປະກາດຢືນຢັນຢ່າງເປັນທາງການເມື່ອວັນທີ 7 ຕຸລາ 2021 ວ່າ: ກຸມນັກລົງທຶນ ຊາອຸດິດ ອາຣະເບຍ ໄດ້ເຂົ້າມາຊື້ກິດຈະການຂອງສະໂມສອນ ນິສຄາສເຊິລ ຢູໄນເຕັດ ທີ່ມີທ່ານ ໂມຮໍາເໝັດ ບິນ ຊັລມານ ເຈົ້າຊາຍຂອງປະເທດຊາອຸດິດ ອາຣະເບຍ ເປັນຜູ້ຢູ່ເບື້ອງຫຼັງ ທີມໃນພຣີເມຍລີກ ອັງກິດ ເປັນທີ່ຮຽບຮ້ອຍ ເຮັດໃຫ້ແຟນບານຂອງສະໂມສອນດັ່ງກ່າວອອກມາສະຫຼອງກັນຢ່າງຍິ່ງໃຫຍ່ ແລະ ມີການລາຍງານວ່າ ງົບການເສືມທີມກ້ອນທໍາອິດມະຫາສານ.

ເດິ ກາດຽນ ສື່ທີ່ມີຊື່ສຽງຂອງປະເທດອັງກິດ ລາຍງານວ່າ: ເຈົ້າຂອງທີມຄົນໃໝ່ຂອງສະໂມສອນ ນິວຄາສເຊິລ ຢູໄນເຕັດ ອະນຸມັດງົບປະມານ ໃນການເສີມທີມກ້ອນທໍາອິດ ຈໍານວນ 150 ລ້ານປອນ ເລີ່ມຈາກຕະຫຼາດຊື້-ຂາຍນັກເຕະໃນເດືອນມັງກອນ 2022 ເປັນຕົ້ນໄປ ພ້ອມກັບຄາດການວ່າຈະມີການເລັ່ງດຶງຄູຝຶກລະດັບແຖວໜ້າມາຄຸມທີມອີກດ້ວຍ.

ສໍາລັບ ເຈົ້າຂອງທີມຄົນໃໝ່ຂອງ ນິວຄາສເຊິລ ຢູໄນເຕັດ ແມ່ນ ຊາອຸດິດ ອາຣະເບຍ ພັບບລິກ ອິນເວັສເມັນ ຟັນ ມາແທນທີ່ຂອງ ໄມ ແອຊລີ ອະດີດເຂົ້າຂອງທີມຄົນເກົ່າ ທີ່ມີການບໍລິຫານການໃຊ້ຈ່າຍຢ່າງປະຫຍັດໃນລະຫວ່າງປີ 2018-2020 ຈົນເຮັດໃຫ້ທີມມີກໍາໄລເຖິິງ 35 ລ້ານປອນ.

ນອກນັ້ນ, ສິ່ງທີ່ພິເສດທີ່ສຸດຂອງ ຊາອຸດິດ ອາຣະເບຍ ພັບບລິກ ອິນເວສເມັນ ຟັນ ເຈົ້າຂອງທີມຄົນໃໝ່ຂອງ ນິວຄາສເຊິລ ຢູໄນເຕັດ ຄືຖືຈັດໃຫ້ເປັນເຈົ້າຂອງທີມທີ່ມີຊັບສິ້ນຫຼາຍທີ່ສຸດໃນໂລກເຖິງ 320 ຕື້ປອນ ເໜືອອັນດັບ 2 ຢ່າງ ກາຕາ ອິນເວສເມັນ ອໍທໍຣິຕີ້ ເຈົ້າຂອງທີມ ປາຣີສ ແຊງແຊກແມງ ທີ່ມີຊັບສິນມູນຄ່າ 220 ຕື້ປອນ ແລະ ອັນດັບ 3 ຊິກ ມານຊູ ເຈົ້າຂອງທີມ ແມນເຊັສເຕີ ຊິຕີ້ ມີຊັບສິນມູນຄ່າ 21 ຕື້ປອນ ຈິ່ງບໍ່ແປກເລີຍທີ່ ນິວຄາສເຊິລ ຢູໄນເຕັດ ຈະກາຍເປັນທີມຍັກໃຫຍ່ໃນພຣີເມຍລີກ ອັງກິດ ໃນອະນາຄົດນີ້.
ຮູບຈາກ: AP