ດູແລຕົນເອງດີໆເດີ້ທຸກທ່ານ ມື້ນີ້ພົບຜູ້ຕິດເຊື້ອໃໝ່ສູງເຖິງ 731 ຄົນ, ຊຸມຊົນ 726 ຄົນ, ຈາກໄປເພີ່ມ 1 ກໍລະນີ

503

ສະຖານະການໂຄວິດ 19 ປະຈໍາວັນທີ 8 ຕຸລາ 2021 ພົບຜູ້ຕິດເຊື້ອໂຄວິດ19ໃໝ່ 731 ຄົນ ນໍາເຂົ້າ 5 ຄົນ, ຊຸມຊົນ 26 ຄົນ ໃນນັ້ນຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ 450 ຄົນ, ບໍລິຄໍາໄຊ 65 ຄົນ
ທ່ານ ດຣ. ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ19 ຢູ່ ສປປລາວ ວ່າ ໃນວັນທີ 7 ຕຸລາ 2021 ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ19 ທັງໝົດ 5.484 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 731 ຄົນ,
ນໍາເຂົ້າ 5 ຄົນ ຈາກສາລະວັນ 7 ຄົນ, ຈາກແຂວງ ຫຼວງພະບາງ 3 ຄົນ, ແຂວງ ສະຫວັນນະເຂດ 2 ຄົນ

ຊຸມຊົນ 726 ຄົນ ຈາກນະຄອນຫຼວງວຽງຈັນ 450 ຄົນ, ບໍລິຄໍາໄຊ 65 ຄົນ, ຫຼວງພະບາງ 56 ຄົນ, ສະຫວັນນະເຂດ 42 ຄົນ, ແຂວງວຽງຈັນ 42 ຄົນ, ບໍ່ແກ້ວ 26 ຄົນ, ຄໍາມ່ວນ 19 ຄົນ, ຈໍາປາສັກ 12 ຄົນ, ສາລະວັນ 12 ຄົນ, ໄຊສົມບູນ 2 ຄົນ
ມາຮອດວັນທີ 7 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 27.607 ຄົນ, ເສຍຊີວິດສະສົມ 24 (1 ໃໝ່), ປິ່ນປົວດີ ແລະ ກັບບ້ານໃນມື້ວານ ມີ 925 ຄົນ, ກໍາລັງປິ່ນປົວ 6.084 ຄົນ

ສຳລັບກໍລະນີຜູ້ເສຍຊີວິດໃໝ່ມີລາຍລະອຽດດັ່ງຕໍ່ໄປນີ້ ເພດຍິງ, ອາຍຸ 50 ປີ ຈາກບ້ານ ນາດາວ ເມືອງ ວັງວຽງ ແຂວງວຽງຈັນ
ຜູ້ກ່ຽວມີການສຳພັດໃກ້ຊິດກັບຜູ້ຕິດເຊື້ອຢູ່ບ້ານນາມອນ ເມືອງວັງວຽງ ເຊິ່ງໄດ້ມີການອອກຖະແຫຼ່ງຂ່າວກ່ອນໜ້ານີ້ແລ້ວ

ພະຍາດປະຈຳໂຕ ເບົາຫວານ,ຄວາມດັນ,ໄຂ້ຫຼັງຊຸດໂຊມ ແລະ ປອດບວມ.
ໃນວັນທີ 2/10/2021 ຜູ້ກ່ຽວມີອາການອິດເມື່ອຍ, ແໜ້ນໜ້າເອິກ,ຫາຍໃຈຍາກ, ໃນວັນທີ 05/10/2021 ຜູ້ກ່ຽວໄດ້ໄປກອບຕົວຢ່າງ ແລະ ໄດ້ນອນຕິດຕາມຢູ່ໂຮງໜໍວັງວຽງພ້ອມທັງແຍກຫ້ອງປ່ຽວ
ໃນວັນທີ 07/10/2021 ລາຍງານຜົນອອກມາເປັນບວກ (Covid-19) ແລະ ຜູ້ກ່ຽວອາການບໍ່ດີຂື້ນ ໃດ້ສົ່ງມາໂຮງໜໍແຂວງວຽງຈັນສູນປີ່ນປົວພະຍາດໂຄວິດ ແລະ ຜູ້ສໍາພັດ ຄົນໃນຄອບຄົວທັງໝົດມີ 07 ຄົນ.