ສົມກັບແຮງເຊຍທີ່ລົ້ນເຫລືອ ເປເລ້ ສົມພົງ ຫມາຍເລກ 20 ຊະນະການປະກວດ ເວທີ Face Of Laos 2021

1486

ຂໍສະແດງຄວາມຍິນດີນໍາຫນຸ່ມ ສົມພົງ ພັນທະວົງ ຫລື ເປເລ້ ຫມາຍເລກ 20 ທີ່ຕິດຫນຶ່ງໃນ 3 ຂອງຜູ້ຊະນະໂຄງການປະກວດ Face Of Laos 2021 ຊຶ່ງຈະເປັນຕົວແທນຂອງລາວ ໃນການເຂົ້າຮ່ວມແຂ່ງຂັນ ໃນເວທີ Face Of Asia 2021 ໃນໄວໆນີ້.

ຫນຸ່ມ ເປເລ້ ປັດຈຸບັນ ອາຍຸ 23ປີ ຫນຸ່ມຈາກແຂວງໄຊຍະບູລີ ເຊິ່ງປັດຈຸບັນນີ້ ອາໄສຢູ່ທີ່ນະຄອນຫລວງວຽງຈັນ ຈົບການສຶກສາດ້ານ ການຜະລິດສາລະຄະດີ ເເລະ ການສະເເດງ: ຈາກສາຂານິເທດສາດ ເເລະ ພາສາສາດ ວິທະຍາໄລ ສຸດສະກະ ປັດຈຸບັນປະກອບອາຊີບເປັນຊ່າງພາບ ແລະ ນັກສະເເດງອິດສະຫລະ.

ສຳລັບການປະກວດຊາຍງາມ ຫລື ລາຍການຕ່າງໆແມ່ນ ເປັນເວທີທຳອິດສຳລັບເປເລ້ເລີຍ ແລະ ໃນທີ່ສຸດກໍປະສົບຜົນສໍາເລັດໄປອີກກ້າວຫນຶ່ງ ເຊິ່ງເລີ່ມທໍາອິດໃນການເຂົ້າປະກວດຍ້ອນວ່າຕົນເອງມັກຮັກໃນວົງການບັນເທີງມາເເຕ່ນ້ອຍ ມັກຟ້ອນ, ມັກເຕັ້ນ, ສະເເດງລະຄອນເວທີ, ມັກຮ້ອງເພງ ເເລະ ຖ່າຍຮູບເປັນຊີວິດຈິດໃຈ ເມື່ອເຫັນໂອກາດທີ່ຕົນຈະໄດ້ເປັນ superstar ຫລື ນາຍເເບບຕາມທີ່ຝັນໄວ້ ກໍເລີຍຄິດວ່າໂຄງການ Face Of Laos  ນີ້ ເເລະ ທີ່ຈະສານຝັນໃຫ້ຕົນ ຈຶ່ງຕັດສິນໃຈລົງປະກວດ ເເລະ ພ້ອມທີ່ຈະເປັນຕົວເເທນໃຫ້ກັບປະເທດລາວທີ່ຈະໄປແຂ່ງລາຍການ Face Of Asia 2021  ຢູ່ທີ່ປະເທດເກົາຫລີ.

ຄຳຄົມປະຈຳໃຈເເມ່ນ: ‘’ ການລົງມືເຮັດເເລ້ວບໍ່ໄດ້ຫຍັງກັບມາ ດີກວ່າບໍ່ມີຫຍັງໃຫ້ເຮັດ (Believe yourself you can do it)

ກ່ອນຫນ້ານີ້ ຫນຸ່ມເປເລ້ໄດ້ໃຫ້ສໍາພາດກັບທີມຂ່າວບັນເທີງວ່າ: ຖ້າໄດ້ເຂົ້າຮອບເລິກໆ ຈົນເຖິງເປັນຜູ້ຊະນະ ເປເລ້ຈະນຳເອົາຄວາມສາມາດຕົນເອງໄປໂຊໃຫ້ຕ່າງປະເທດເບິ່ງເຊັ່ນ: ການຮ້ອງເພງ, ຟ້ອນ ແລະ ການສະເເດງເເບບລາວໆ ໃຫ້ຕ່າງປະເທດໄດ້ຮັບຮູ້.

ຈຸດເດັ່ນຂອງຫນຸ່ມຫລໍ່ຄົນນີ້ແມ່ນດ້ານ: ການປາກເວົ້າ ເລື່ອງຂອງພາສາຕ່າງປະເທດ ເເລະ ການນຳສະເຫນີຮູບຮ່າງຫນ້າຕາ ແລະ ຄວາມສາມາດໃນການເດີນເເບບ ເມື່ອໄດ້ຕໍາແຫນ່ງເປເລ້ມີຄວາມຝັນທີ່ຢາກຈະຊ່ວຍເຫລືອເດັກນ້ອຍທີ່ດ້ອຍໂອກາດ ກັບການໃຊ້ ພາສາຕ່າງປະເທດໃຫ້ຫລາຍຂຶ້ນ ເຖິງເປເລ້ຈະບໍ່ເກັ່ງເລື່ອງພາສາ100%ກໍຕາມ ແຕ່ເປເລ້ຢາກຈະຂໍເຮັດໂຄງການປຸກລະດົມໃຫ້ເດັກນ້ອຍລາວ ຫັນມາໃສ່ໃຈດ້ານພາສາຕ່າງປະເທດໃຫ້ຫລາຍຂື້ນ ເພື່ອອະນາຄົດຂອງປະເທດຊາດ ເເລະ ຕົວເຂົາເຈົ້າເອງ.

ຜົນງານໃນວົງການບັນເທີງທີ່ຜ່ານມາ ເປເລ້ໄດ້ເປັນພະເອກ , ນັກສະເເດງ ໃຫ້ກັບງານໂຄສະນາຫລາຍບໍລິສັດ ເເລະ ຫນັງສັ້ນຫລາຍເລື່ອງ ເເລະ ກຳລັງຈະມີເພງ ເປັນຂອງຕົນເອງໃນອະນາຄົດ(ໄວໆນີ້).

ສ່ວນກິລາທີ່ຖະນັດເເມ່ນ ກິລາຕີດອກ ແລະ ຕີບານ ຍາມວ່າງມັກເເລ່ນອອກກຳລັງກາຍຟິດເນັດຢູ່ເຮືອນ ເເລະ ມັກສ້າງຄຣິບລົງໃນ social media ຕ່າງໆ ສຸດທ້າຍນີ້ ຂໍຝາກທຸກຄົນໃຫ້ກຳລັງໃຈ ເປເລ້ ຄົນຕ່າງເເຂວງນີ້ທີ່ມີຄວາມມຸ່ງຫມັ້ນຕັ້ງໃຈ ທີ່ຈະຢາກເປັນຄົນມີຊື່ສຽງດ້ານວົງການບັນເທີງ ເພື່ອເຮັດຕາມຄວາມຝັນຂອງຕົນໃຫ້ເຖິງທີ່ສຸດ ເພື່ອຈະໄດ້ເປັນຕົວເເທນໃຫ້ກັບປະເທດລາວຄວ້າເອົາໄຊຊະນະມາຝາກຄົນລາວທຸກຄົນ ຈັ່ງໃດກໍຝາກເຊຍ pele Somphong phanthavong ແດ່ເດີ້ ຊ່ອງທາງການຕິດຕາມ: Facebook: pele phanthavong IG: Somphong phanthavong ແລະ  Tiktok: pele_somphong321

ຮູບ:  pele phanthavong