AI-Sport ຊຸກຍູ້ຜ້າອັດປາກ-ດັງ 500 ຜືນໃຫ້ສື່ມວນຊົນລາວ 9 ພາກສ່ວນ

635

ບໍລິສັດ AI-Sport ຈຳກັດ ໄດ້ແບ່ງປັນນໍ້າໃຈຊຸກຍູ້ຜ້າອັດປາກ-ດັງ ຄຸນນະພາບດີ ຊຶ່ງເປັນຜະລິດຕະພັນທີ່ສາມາດຜະລິດຂຶ້ນມາເອງ ຈຳນວນ 500 ຜືນ ລວມມູນຄ່າ 7.500.000 ກີບ ປະກອບສ່ວນໃຫ້ບັນດາສື່ມວນຊົນລາວ ຈຳນວນ 9 ພາກສ່ວນ ເພື່ອນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງໂຄວິດ-19.

ໃນລະຫວ່າງວັນທີ 6-7 ຕຸລາ ຜ່ານມາ AI-Sport ຈຳກັດ ໄດ້ນຳເອົາຜ້າອັດປາກ-ດັງ ຄຸນນະພາບດີ ມອບໃຫ້ກັບ ສື່ມວນຊົນລາວ ຈໍານວນ 9 ພາກສ່ວນ ໃນນັ້ນໜັງສືພິມເສດຖະກິດ-ການຄ້າຂອງພວກເຮົາກໍໄດ້ຮັບເຊັ່ນກັນ ຕາງໜ້າມອບໂດຍທ່ານ ແກ່ນຄຳ ມ່ວນເມືອງໄຊ ຜູ້ຊ່ວຍອໍານວຍການບໍລິສັດ AI-Sport ຈຳກັດ, ສ່ວນຕ່າງໜ້າຝ່າຍຮັບຂອງ ໜັງສືພິມເສດຖະກິດ-ການຄ້າ ແມ່ນທ່ານ ໄສຫຼ້າຄໍາ ຂະຫຍອງເອກ ຜູ້ອໍານວຍການໜັງສືພິມເສດຖະກິດ-ການຄ້າ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ສຳລັບ ບໍລິສັດ AI-Sport ຈຳກັດແມ່ນ ທ່ານ ໄພລະຄອນ ບຸນວິຊຽນ ເປັນປະທານບໍລິສັດທີ່ຜະລິດ ແລະ ຈໍາໜ່າຍເຄື່ອງກີລາຄຸນນະພາບດີອີກໜຶ່ງເຈົ້າໃນ ສປປ ລາວ ທີ່ເປັນຂອງຄົນລາວຢ່າງແທ້ຈິງ ມາໄດ້ 1 ປີກວ່າ ເຊິ່ງຜ້າອັດປາກ-ດັງທີ່ນໍາມາມອບໃນຄັ້ງນີ້ ກໍແມ່ນໜຶ່ງໃນບັນດາຜະລິດຕະພັນຂອງບໍລິສັດດັ່ງກ່າວ ທີ່ຜະລິດຂຶ້ນມາເປັນຄັ້ງທຳອິດ ສາມາດກັນນໍ້າ ກັນຝຸ່ນ ປ້ອງກັນພະຍາດໂຄວິດ-19 ແລະ ສາມາດນຳໄປຊັກແລ້ວໃຊ້ຄືນໄດ້ ນອກຈາກ ໃຫ້ການຊຸກຍູ້ ສູນໂຄສະນາຂ່າວສານການສຶກສາ-ກິລາ ແລ້ວ ບໍລິສັດດັ່ງກ່າວ ກໍຍັງໄດ້ນຳເອົາຜ້າອັດປາກ-ດັງ ຄຸນນະພາບດີ ໄປມອບໃຫ້ບັນດາສື່ມວນຊົນ ອີກ 8 ພາກສ່ວນ ຊຶ່ງໃຊ້ເວລາສອງວັນມອບສຳເລັດ ລະຫວ່າງວັນທີ 6-7 ຕຸລາ 2021 ລວມທັງໝົດ 9 ພາກສ່ວນ 500 ຜືນ ມູນຄ່າ 7 ລ້ານກວ່າກີບ.

ສໍາລັບ 9 ພາກສ່ວນທີ່ໄດ້ຮອບຜ້າອັດປາກ-ດັງ ຈາກບໍລິສັດດັ່ງກ່າວປະກອບມີ: ສູນໂຄ ສະນາຂ່າວສານ 100 ຜືນ, ໂທລະພາບລາວສະຕາຣ 50 ຜືນ, ໜັງສືພິມວຽງຈັນໃໝ່ 50 ຜືນ, ໜັງສືພິມເສດຖະກິດ-ການຄ້າ 50 ຜືນ, ໂທລະພາບແຫ່ງຊາດ 50 ຜືນ, ໜັງສືພິມວຽງຈັນທາມ 50 ຜືນ, ໜັງສືພິມປະຊາຊົນ 50 ຜືນ, ກົມສື່ມວນຊົນກະຊວງປ້ອງກັນຄວາມສະຫງົບ 50 ຜືນ ແລະ ວິທະຍຸແຫ່ງຊາດ 50 ຜືນ.