ເນື່ອງໃນວັນຄູແຫ່ງຊາດ 7 ຕຸລາ ລັດຖະມົນຕີ ກະຊວງສຶກສາທິການແລະກີລາ ສົ່ງກຳລັງໃຈມາຍັງຄູ-ອາຈານ ແລະ ຜູ້ບໍລິຫານການສຶກສາ-ກິລາ

1394

ສານອວຍພອນຂອງທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາເນື່ອງໃນວັນຄູແຫ່ງຊາດ ວັນທີ 7 ຕຸລາ ຄົບຮອບ 27 ປີ
(ວັນທີ 7 ຕຸລາ 1994 – ວັນທີ 7 ຕຸລາ 2021)

.

ວັນຄູແຫ່ງຊາດ ວັນທີ 7 ຕຸລາ ຊຶ່ງເປັນວັນປະຫວັດສາດທີ່ສໍາຄັນໜຶ່ງຂອງຊາດລາວເຮົາ ໄດ້ໝູນວຽນມາບັນຈົບຄົບຮອບ 27 ປີ, ຂ້າພະເຈົ້າ ຂໍຕາງໜ້າໃຫ້ຄະນະພັກ, ຄະນະນໍາກະຊວງສຶກສາທິການ ແລະ ກິລາ ສະແດງຄວາມຢື້ຢາມຖາມຂ່າວ, ຄວາມສາມັກຄີຮັກແພງອັນອົບອຸ່ນ ມາຍັງເພື່ອນໆຄູ – ອາຈານທຸກຊັ້ນ, ທຸກສາຍ ທຸກລະດັບ ທຸກຂົງເຂດໃນຂອບເຂດທົ່ວປະເທດ ຕະຫລອດຮອດ ຜູ້ບໍລິຫານການສຶກສາວິທະຍາສາດ ແລະ ກິລາທຸກຂັ້ນ. ການສະເຫລີມຫລອງວັນຄູແຫ່ງຊາດຄົບ ຮອບ 27 ປີ ໃນຮູບແບບທາງໄກໃນທົ່ວປະເທດປີນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີຂຶ້ນໃນວັນທີ 06 ຕຸລາ 2021. ໃນໄລຍະໃກ້ຄຽງກັນການສະເຫຼີມສະຫຼອງວັນຄູສາກົນແມ່ນໄດ້ຖືເອົາວັນ ທີ 5 ຕຸລາຂອງທຸກປີເປັນວັນຄູສາກົນ, ຫົວຂໍ້ການສະເຫຼີມສະຫຼອງວັນຄູສາກົນໃນປີນີ້ແມ່ນ “ຄູຄືຫົວໃຈຂອງການຟື້ນຟູການສຶກສາໃນໄລຍະການແຜ່ລະບາດຂອງໂຄວິດ-19”.


ສຳລັບ ສປປ ລາວ ເຮົາ, ພັກ ແລະ ລັດຖະບານ ເວລາໃດກໍໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານການສຶກສາຄູ ແລະ ຖືເອົາຄູສອນເປັນກົກໃນການຍົກສູງຄຸນນະພາບຂອງການສຶກສາ ກໍ່ຄືການພັດ ທະນາຊັບພະຍາກອນມະນຸດ ເພາະຄູມີບົດບາດສໍາຄັນໃນການສ້າງອະນາຄົດໃຫ້ຄົນແຕ່ລະຮຸ່ນ ແລະ ໃນພາລະກິດສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ. ເມື່ອເວົ້າເຖິງບົດບາດຂອງຄູແລ້ວ ກໍ່ມີການນຳພັກ-ລັດ, ນັກການສຶກສາ ແລະ ນັກສັງຄົມສາດ ຫຼາຍທ່ານໄດ້ຂະໜານນາມຄູວ່າ: ຄູແມ່ນຄົນຂອງພັກ, ຄູແມ່ນວິສະວະກອນແຫ່ງດວງວິນຍານ, ຄູແມ່ນແມ່ພິມຂອງຊາດ, ຄູແມ່ນພໍ່ແມ່ຜູ້ທີ່ສອງຂອງເດັກ, ຄູແມ່ນຜູ້ທີ່ມີຄວາມຮູ້ ແລະ ປະສົບການ ທີ່ສາມາດຖ່າຍທອດໃຫ້ແກ່ຜູ້ອື່ນ, ຄູຄືຜູ້ນໍາພາການປ່ຽນແປງໃໝ່ ແລະ ອື່ນໆ.

.

ດັ່ງຄຳເວົ້າຂອງ ປະທານ ໄກສອນ ພົມວິຫານ ທີ່ວ່າ: “ການສຶກສາເປັນວິທະຍາສາດກ່ຽວກັບການສ້າງຄົນ, ວິທະຍາສາດຊີ້ໃຫ້ເຫັນວ່າບັນດາຄວາມຮູ້ດ້ານວິທະຍາສາດ ເຕັກນິກ ຄຸນສົມບັດ ແລະ ຊຳນິຊຳນານ ໃນການອອກແຮງງານນັ້ນ ບໍ່ເກີດຂຶ້ນຕາມເສັ້ນທາງສືບເຊື້ອ, ແຕ່ຫາກກໍ່ຕົວຂຶ້ນຕາມເສັ້ນທາງສິດສອນ, ຮ່ຳຮຽນ ແລະ ນຳໃຊ້ອຸປະກອນການອອກແຮງງານ, ໝາຍວ່າມັນກໍ່ຕົວຂຶ້ນຕາມເສັ້ນທາງ ສຶກສາ, ດັ່ງນັ້ນການສຶກສາຈຶ່ງເປັນພາກສ່ວນສຳຄັນຂອງໂຄງບົນ, ຊຶ່ງມີໜ້າທີ່ ນຳເອົາລະດັບການສຶກສາມາໃຫ້ທຸກຄົນໃນສັງຄົມນັບມື້ນັບສູງຂຶ້ນ, ພ້ອມກັນນັ້ນ ມັນກໍ່ເປັນພາກສ່ວນໜຶ່ງໃນການສ້າງເສດຖະກິດໂດຍມີບົດບາດຜະລິດກຳລັງແຮງງານຂອງສັງຄົມ”

.

ບົດບາດຂອງຄູໄດ້ຕິດພັນກັບວິວັດທະນາການຂອງການພັດທະນາປະເທດ ຊຶ່ງໃນສະໄໝກ່ອນນັ້ນ ຢູ່ປະເທດເຮົາ, ພໍ່ແມ່ແມ່ນເປັນຜູ້ທີ່ມີບົດບາດສຳຄັນຕົ້ນຕໍ ໃນການສິດສອນລູກເຕົ້າຢູ່ໃນຄອບຄົວ ໂດຍຖືເອົາປະສົບການໃນວຽກງານປະຈຳວັນ, ຂະນົບທຳນຽມຕາມຄວາມເຊື່ືອຖືມາສິດສອນລູກ ເພື່ອກໍ່ສ້າງລູກໃຫ້ຮູ້ຈັກອອກແຮງງານ, ກາຍເປັນຜູ້ສືບທອດ ທີ່ບໍລິສຸດຂອງພໍ່ແມ່. ເປົ້າໝາຍສູງກວ່ານັ້ນ ກໍແມ່ນສົ່ງລູກເຂົ້າບວດ ຫລື ເປັນສັງກະລີ ຢູ່ໃນວັດ ເພື່ອຮ່ຳຮຽນ ຂຽນອ່ານ, ຮຽນຮູ້ຫລັກວິຊາ ແລະ ລິດເດດມົນຄາຖາ ໂດຍແມ່ນ ຄູບາອາຈານ ເປັນຜູ້ສອນ ແລະ ສົ່ງຄວາມຮູ້ ເຊັ່ນ: ຈະລິຍະທຳ, ການວາດແຕ້ມ, ການປັ້ນ, ການຄວັດລາຍ, ຢາພື້ນເມືອງ ແລະ ອື່ນໆ.


ປັດຈຸບັນນີ້, ເຫັນວ່າບົດບາດໜ້າທີ່ຂອງຄູແມ່ນມີຄວາມສໍາຄັນ ເປັນໜຶ່ງໃນປັດໄຈຕັດສິນຄຸນນະ ພາບຂອງການສຶກ. ຍິ່ງໃນສະພາບການແຜ່ລະບາດຂອງພະຍາດໂຄວິດ-19, ຄູຄືຜູ້ປະຈັນບານຕໍ່ໜ້າສະ ພາບສິ່ງທ້າທາຍ ແລະ ຄວາມສ່ຽງຕ່າງໆ ທັງປ້ອງກັນຕົນເອງ ທັງຄົ້ນຄວ້າ ແລະ ດຳເນີນການຮຽນການສອນແບບໃໝ່ ທັງຕ້ອງຮັບປະກັນໃຫ້ການຮຽນການສອນມີຄວາມປອດໄພ ລວມທັງຄູ ແລະ ນ້ອງນັກຮຽນ-ນັກສຶກສາ.

.

ສັງລວມແລ້ວບໍ່ວ່າເວລາໃດ, ຄູ-ອາຈານ ໄດ້ເປັນໝາກຫົວໃຈຕັດສິນ ໃນການສ້າງຊັບພະຍາກອນມະນຸດ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດ; ຄູ-ອາຈານ ໄດ້ອຸທິດເຫື່ອແຮງສະຕິປັນຍາ ດ້ວຍຄວາມພາກພຽນ ມານະອົດທົນໃນການປະຕິບັດໜ້າທີ່ການສອນຂອງຕົນຢ່າງບໍ່ຮູອິດເມື່ອຍ ອັນໄດ້ເຮັດໃຫ້ການສຶກສາໄດ້ຂະຫຍາຍຕົວຈາກຕົວເມືອງ ໄປສູ່ເຂດຊົນນະບົດຫ່າງໄກສອກຫຼີກ ຫຼຸດຜ່ອນຊ່ອງຫວ່າງອັດຕາການຮູ້ໜັງສືຂອງປະຊາຊົນບັນດາເຜົ່າ; ຄູ – ອາຈານຫຼາຍທ່ານໄດ້ຮັບການສັນລະເສີນເປັນຄູສອນດີ – ສອນເກັ່ງ, ກາຍເປັນ ຄູປະສົບການ, ຄູຊໍານານງານ, ຄູຊ່ຽວຊານ; ບົດບາດກຽດຊື່ສຽງຂອງຄູ-ອາຈານແມ່ນໄດ້ຮັບການຍ້ອງຍໍສັນລະເສີນ ຈາກການຈັດຕັ້ງ ແລະ ສັງຄົມ.

ຕາງໜ້າໃຫ້ການນໍາກະຊວງສຶກສາທິການ ແລະ ກິລາ, ຂ້າພະເຈົ້າຂໍສະແດງຄວາມກະຕັນຍູ, ຮູ້ບຸນ ຄຸນ ແລະ ຍ້ອງຍໍສັນລະເສີນຕໍ່ຄຸນງາມຄວາມດີຂອງຄູອາຈານ. ພ້ອມກັນນີ້ ຂໍສະແດງຄວາມຂອບໃຈມາຍັງການນຳພັກ-ລັດ ແລະ ທຸກພາກສ່ວນໃນທົ່ວສັງຄົມ ທີ່ໄດ້ມີສ່ວນຮ່ວມ ແລະ ໃຫ້ການຊ່ວຍເຫຼືອອຸ້ມຊູ ຄູ – ອາຈານ ທີ່ກໍາລັງປະຕິບັດໜ້າທີ່ການສິດສອນໃນຂອບເຂດທົ່ວປະເທດ ໂດຍສະເພາະໃນເຂດທີ່ກຳລັງມີການລະບາດຂອງພະຍາດໂຄວິດ-19 ພວກເຮົາຕ້ອງຮ່ວມແຮງຮ່ວມໃຈກັນເຮັດທຸກວິທີທາງເອົາຊະນະກັບພະຍາດດັ່ງກ່າວ ເພື່ອສ້າງໂອກາດໃຫ້ລູກຮັກ-ຫລານແພງ ຂອງປະຊາຊົນລາວບັນດາເຜົ່າ ໄດ້ມີໂອກາດກັບຄືນມາສຶກສາຮໍ່າຮຽນ ແລະ ດຳລົງຊີວິດຕາມປົກກະຕິແບບໃໝ່.

.

ເຖີງແມ່ນວ່າ ຄູ-ອາຈານ ໄດ້ມີຜົນສຳເລັດຫຼາຍດ້ານ ໃນໄລຍະຜ່ານມາ, ແຕ່ພວກເຮົາກໍໄດ້ປະເຊີນກັບສິ່ງທ້າທາຍ ແລະ ທົດສອບຫຼາຍຢ່າງ ເປັນຕົ້ນແມ່ນ: ການແຜ່ລະບາດຂອງພະຍາດໂຄວິດ-19, ຄູ-ອາຈານຈຳນວນໜຶ່ງມີການເຊື່ອມທາດທາງດ້ານຈັນຍາບັນ-ຈັນຍາທຳ, ຂາດການຄົ້ນຄວ້າ ສິດສອນແຕ່ແນວເກົ່າ ບໍ່ຄົ້ນຄິດປະດິດສ້າງ, ຈຳນວນໜຶ່ງພົວພັນກັບສິ່ງທີ່ຜິດກັບຫຼັກການຂອງສັງຄົມ ຫຼິ້ນກິນຟຸມເຟືອຍ ແລະ ພົວພັນກັບປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ.


ຍ້ອນແນວນີ້, ມັນຮຽກຮ້ອງໃຫ້ພວກເຮົາຈະຕ້ອງໄດ້ພ້ອມກັນບຸກທະລຸ ແລະ ເລັ່ງທວງເອົາກຽດສັກສີ ແລະ ຄຸນງາມຄວາມດີຂອງບັນພະບູລຸດ ຄູປະຕິວັດອາວຸໂສທີ່ໄດ້ຝາກໄວ້ ມາຍັງຄູຮຸ່ນປັດຈຸບັນ ແລະ ຮຸ່ນສືບທອດ ຈົ່ງໄດ້ເພີ່ມທະວີສ້າງຕົນໃຫ້ຄົບອົງປະກອບຂອງຈັນຍາບັນຄູລາວຄື: ມີຈັນຍາບັນຕໍ່ຕົນເອງ, ຕໍ່ວິຊາຊີບ, ຕໍ່ການຈັດຕັ້ງ ແລະ ຕໍ່ປະຊາຊົນ-ສັງຄົມ; ຄູ-ອາຈານທຸກຄົນໃຫ້ພ້ອມກັນຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ຊື່ສັດບໍລິສຸດ, ມີຄວາມໂປ່ງໃສ, ມີວິໄນຕົວເອງ,​ ບໍ່ກ່ຽວຂ້ອງກັບສິ່ງເສບຕິດ ແລະ ປາກົດການຫຍໍ້ທໍ້ຕ່າງໆ; ປະຕິບັດການສອນຕາມການມອບໝາຍດ້ວຍຄວາມຮັບຜິດຊອບສູງ, ສິດສອນດ້ວຍຄວາມເປັນທຳ, ດຸໝັ່ນຄົ້ນຄວ້າ-ສຶກສາຮໍ່າຮຽນ ແລະ ພັດທະນານະວັດຕະກຳເພື່ອຮັບໃຊ້ວິຊາຊີບຂອງຕົນ, ມີຄວາມສາມັກຄີ, ເອື້ອເຟື້ອເພື່ອແຜ່ເພື່ອນຮ່ວມງານ ແລະ ຜູ້ຮຽນ; ເຄົາລົບ-ມີສະຕິຕໍ່ການຈັດຕັ້ງ, ປະຕິບັດຕາມພາລະບົດບາດ, ມີຫົວຄິດປະດິດສ້າງພັດທະນາການຈັດຕັ້ງ, ມີແບບແຜນວິທີເຮັດວຽກເປັນໝູ່ຄະນະ, ປະຕິບັດໂມງເວລາເຂັ້ມງວດ, ປົກປັກຮັກສາຊັບສົມບັດລວມໝູ່ ແລະ​ ບໍ່ສວຍໃຊ້ໜ້າທີ່ເພື່ອຫາຜົນປະໂຫຍດສ່ວນຕົວ; ຈິງໃຈບໍລິການຮັບໃຊ້ປະຊາຊົນດ້ວຍຄວາມເຕັມໃຈ, ມີຄວາມດຸໝັ່ນເປັນແບບຢ່າງໃນການປະພຶດທີ່ດີໃຫ້ແກ່ສັງຄົມ, ມີນໍ້າໃຈເສຍສະຫຼະ ແລະ ຮັກສາກຽດສັກສີຂອງຄູລາວ.

ສຳລັບການສະເຫລີມສະຫລອງວັນຄູແຫ່ງຊາດປີນີ້ ຢູ່ສະຖາບັນການສຶກສາຂໍໃຫ້ຈັດແບບກະທັດຮັດ, ເນັ້ນເນື້ອໃນ, ຈັດປາຖະກະຖາປະຫວັດວັນຄູ, ສະຫຼຸບຕິລາຄາການປະຕິບັດວຽກງານຂອງຄູ-ອາຈານໃນໜຶ່ງປີຜ່ານມາ ເພື່ອພ້ອມກັນປັບປຸງຈັນຍາບັນຄູລາວໃຫ້ມີຄວາມພ້ອມຮອບດ້ານ, ສະເໜີຍ້ອງຍໍ ຄູ-ອາຈານ ທີ່ມີຜົນງານດີເດັ່ນ ແລະ ອື່ນໆ ໂດຍປະຕິບັດຕາມມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ.


ໃນໂອກາດນີ້, ຂ້າພະເຈົ້າຂໍສົ່ງກຳລັງໃຈມາຍັງຄູ-ອາຈານ ແລະ ຜູ້ບໍລິຫານການສຶກສາ-ກິລາ ທຸກທ່ານ ຈົ່ງພ້ອມກັນຜ່ານຜ່າສະພາບການລະບາດຂອງໂຄວິດ-19 ໃນຄັ້ງນີ້ ດ້ວຍນໍ້າໃຈບຸກທະລຸ ອັນສູງສົ່ງ.

ສຸດທ້າຍນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດມາຍັງບັນດາທ່ານຜູ້ນຳພັກ-ລັດ, ເພື່ອນໆຄູ – ອາຈານສອນ, ຜູ້ບໍລິຫານການສຶກສາ, ຜູ້ປະກອບການການສຶກສາ, ຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ຈົ່ງມີສຸຂະພາບເຂັ້ມແຂງ, ມີພາລະນາໄມສົມບູນ, ມີຄວາມສຸກຄວາມຈະເລີນ ແລະ ປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານຂອງຕົນ.

“ນໍ້າໃຈວັນຄູແຫ່ງຊາດ 7 ຕຸລາ ໝັ້ນຍືນ”

ທີ່ມາ:Edu-Sport TV online