7 ຕຸລາວັນສ້າງຕັ້ງທະນາຄານແຫ່ງ ສປປ ລາວ ຄົບຮອບ 53 ປີ

877

ຫຼາຍຄົນຄຸ້ນເຄີຍ ແລະຮູ້ແຕ່ວ່າວັນທີ 7 ຕຸລາແມ່ນວັນຄູແຫ່ງຊາດ ເຊິ່ງມີໜ້ອຍຄົນໜັກຈະຮູ້ວ່າ 7 ຕຸລານັ້ນແມ່ນວັນສ້າງຕັ້ງທະນາຄານແຫ່ງ ສປປ ລາວເຮົາເຊັ່ນດຽວກັນ ມື້ນີ້ເຮົາມາຢ້ອຍຮອຍປະຫວັດສາດວັນສຳຄັນດັ່ງກ່າວວ່າມີທີ່ໄປທີ່ມາແນວໃດ.


ສຳລັບທະນາຄານແຫ່ງລັດ ຫຼື ທະນາຄານແຫ່ງ ສປປ ລາວແມ່ນໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 7 ຕຸລາ 1968 ທີ່ເມືອງວຽງໄຊ ແຂວງຫົວພັນ ໂດຍ ການຊີ້ນໍາ-ນໍາພາຂອງພັກ ກໍ່ຄືສູນກາງແນວລາວສ້າງຊາດ ມີຫນ້າທີ່ພິມຈໍາຫນ່າຍເງິນກີບປົດປ່ອຍອອກຈໍລະຈອນ ແລະ ຄຸ້ມຄອງ-ນໍາພາວຽກງານທະນາຄານຢູ່ເຂດປົດປ່ອຍ ທັງເປັນຄັງເງິນຮັບໃຊ້ເບີກຈ່າຍເງິນເດືອນ-ເງິນບໍລິຫານໃຫ້ບັນດາ ສໍານັກງານ-ອົງການອ້ອມຂ້າງສູນກາງ ແລະເຂດພິເສດ, ປະຕິບັດນະໂຍບາຍສິນເຊື່ອ ເພື່ອຂະຫຍາຍການຜະລິດ ແລະ ທັງເປັນການຕໍ່ສູ້ດ້ານເງິນຕາກັບຝ່າຍສັດຕູ.


ພາຍຫຼັງປະເທດຊາດ ໄດ້ຮັບການສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975 ພັກເຮົາ ໄດ້ວາງ 2 ຫນ້າ ທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຊຶ່ງໄລຍະນີ້ປ່ຽນຊື່ເປັນ “ທະນາຄານແຫ່ງຊາດ” ແລະ ໄດ້ປະຕິຮູບລະບອບເງິນຕາ ດ້ວຍການປ່ຽນເງິນກີບວຽງຈັນ ເອົາເງິນກີບປົດປ່ອຍໃນປີ 1976 ເພື່ອນໍາໃຊ້ເງິນກີບ ປົດປອຍສະກຸນດຽວ ຢ່າງເປັນເອກະພາບໃນທົ່ວປະເທດ; ພ້ອມນີ້, ຍັງປັບປຸງ ແລະ ຂະຫຍາຍສາຂາໃນທົ່ວປະເທດ ເພື່ອຮັບໃຊ້ນະໂຍບາຍຂອງພັກ-ລັດຖະບານໃນການພັດທະນາເສດຖະກິດປະກອບສ່ວນເຂົ້າໃນການຟື້ນຟູເສດຖະກິດ ຫຼັງສົງຄາມ, ຊຸກຍູ້ສົ່ງເສີມການຜະລິດກະສິກໍາ, ອຸດສາຫະກໍາ-ການຄ້າ ແລະ ການຄຸ້ມຄອງການຈໍລະຈອນເງິນຕາ


ພາຍໃຕ້ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກ (ປີ 1986) ໃນພາລະກິດ ປ່ຽນແປງໃຫມ່ຮອບດ້ານ ທີ່ມີຫຼັກການຂອງພັກ ຊຶ່ງມີການຫັນປ່ຽນໃຫມ່ທາງດ້ານເສດຖະກິດຢ່າງເລິກເຊິ່ງ; ໃນປີ 1988, ສະພາລັດຖະມົນຕີ ໄດ້ມີມະຕິຕົກລົງວ່າດ້ວຍການຫັນລະບົບທະນາຄານໄປສູ່ກົນໄກໄລ່ລຽງເສດຖະກິດ; ກອງປະຊຸມ ທະນາຄານ ທົ່ວປະເທດ ຄັ້ງທີ 1 (1989), ທ່ານ ໄກສອນ ພົມວິຫານ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານສະພາລັດຖະມົນຕີ ໄດ້ໃຫ້ທິດຊີ້ນໍາວ່າ: “ທະນາຄານ ເປັນສິ່ງຄໍາຊູຍູ້ຫນູນເສດຖະກິດສິນຄ້າ.. ການຂະຫຍາຍ ລະບົບທະນາຄານເຂັ້ມແຂງພຽງພໍ ເພື່ອສ້າງທ່ວງທ່າ ໃຫ້ແກ່ການຫັນປ່ຽນເສດຖະກິດທ່າມະຊາດ ໄປສູ່ເສດຖະກິດ, ສິນຄ້າ ແມ່ນຄວາມຈໍາເປັນພາວະວິໄສ ສໍາລັບພາລະກິດ ກໍ່ສ້າງສັງຄົມນິຍົມຢູ່ປະເທດເຮົາ”


ພ້ອມນັ້ນ, ຍັງຮັບຮອງເອົາ ແຜນການປະຕິຮູບລະບົບທະນາຄານຈາກຂັ້ນດຽວມາເປັນລະບົບທະນາຄານສອງຊັ້ນ ໂດຍແຍກບົດບາດຢ່າງຈະແຈ້ງ ລະຫວ່າງທະນາຄານກາງກັບທະນາຄານທຸລະກິດ ໂດຍປ່ຽນຊື່ເປັນ “ທຫລ” ເປັນທະນາຄານກາງຂອງປະເທດ ເຮັດຫນ້າ ທີ່ຄຸ້ມຄອງມະຫາພາກທາງດ້ານເງິນຕາ; ສ່ວນສາຂາທີ່ຢູ່ທ້ອງຖິ່ນໃນເມື່ອກ່ອນ ຫັນເປັນທະນາຄານທຸລະກິດລັດທີ່ມີສໍາ ນັກງານຕັ້ງຢູ່ພາກຕ່າງໆຂອງປະເທດ ເພື່ອເຮັດບົດບາດຈຸລະພາກເຄື່ອນໄຫວໄລ່ລຽງທຸລະກິດ.


ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ໄດ້ໃຫ້ທິດຊີ້ນໍາ ຕໍ່ກອງປະຊຸມຂະແຫນງທະນາຄານ (03.08.2021) ວ່າ: ໃນເງື່ອນໄຂສະພາບການຕົວຈິງໃນປະຈຸບັນ ຢູ່ພາຍໃນປະເທດພວກເຮົາຍັງມີຫຼາຍບັນຫາ ແລະ ສິ່ງທ້າທ້າຍຫນັກ ຫນ່ວງ ກ່ຽວກັບຄວາມຫຍຸ້ງຍາກໃນດ້ານການເງິນ-ເງິນຕາ, ບັນຫາການຂາດດຸນງົບປະມານ, ບັນຫາຫນີ້ສິນທັງພາຍໃນ ແລະ ຕ່າງປະເທດທີ່ຊໍາເຮື້ອ ບວກກັບຜົນກະທົບຢ່າງຫນັກຫນ່ວງຈາກການລະບາດຂອງພະຍາດໂດວິດ-19 ແລະ ໄພທໍາ ມະຊາດທີ່ເກີດຂຶ້ນຕໍ່ເນື່ອງ; ສະນັ້ນ, ທຫລ ຕ້ອງເປັນເຈົ້າການນໍາທາງຮັກສາສະເຖຍລະພາບທາງດ້ານເງິນຕາໃຫ້ຫມັ້ນ ທ່ຽງ; ສ້າງທຸກເງື່ອນໄຂໃຫ້ກະແສເງິນຕາ ທີ່ໄຫຼວຽນຢູ່ໃນເສດຖະກິດຂອງພວກເຮົາເຂົ້າຜ່ານລະບົບທະນາຄານ; ຕັ້ງຫນ້າ ແກ້ໄຂບັນຫາການບໍລິຫານຄວາມສ່ຽງຂອງສະຖາບັນການເງິນ ໃຫ້ຢູ່ໃນສະພາບ ທີ່ດີກວ່າຜ່ານມາ; ສົບຕໍ່ວຽກງານຫັນ ເປັນທັນສະໄຫມໃນລະບົບການຊໍາລະສະສາງຂອງທະນາຄານ; ສໍາລັບຕະຫຼາດທຶນກໍ່ຕ້ອງສືບຕໍ່ສ້າງຄວາມເຂັ້ມແຂງ, ສືບຕໍ່ ໂຄສະນາເຜີຍແຜ່ສ້າງຄວາມຮັບຮູ້ຄວາມເຂົ້າໃຈ ກ່ຽວກັບປະໂຫຍດຂອງຕະຫຼາດທຶນ, ຊຸກຍູ້ບັນດາບໍລິສັດສໍາຄັນຕ່າງໆ ປັບປຸງຕົວເອງເຂົ້າລະດົມທຶນຜ່ານກົນໄກດັ່ງກ່າວ.

ຂ່າວຈາກ: ທະນາຄານ ແຫ່ງ ສປປ ລາວ