ອົງການອະນາໄມໂລກ ຊີ້ ການຕໍ່ສູ້ກັບໂຄວິດ-19 ຍັງບໍ່ພົ້ນຂີດອັນຕະລາຍ

439

ສຳ​ນັກ​ຂ່າວ​ເອ​ພີ​ລາຍ​ງານ​ເມື່ອ​ວັນ​ທີ 6 ຕຸ​ລາ 2021 ວ່າ ອົງ​ການ​ອະ​ນາ​ໄມ​ໂລກ (WHO) ອອກ​ມາ​ເຕືອນ​ວ່າ: ການ​ຕໍ່​ສູ້​ກັບ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຍັງ​ບໍ່​ຜ່ານ​ພົ້ນ​ຂີດ​ອັນ​ຕະ​ລາຍ​ເທື່ອ ເຖິງ​ແມ່ນ​ວ່າ ຫຼາຍ​ຄົນ​ຄິດ​ວ່າ ມັນ​ໃກ້​ຈະ​ຈົບ​ລົງ​ແລ້ວ​ກໍ​ຕາມ ແຕ່​ໃນ​ຄວາມ​ເປັນ​ຈິງ​ແລ້ວ ພວກ​ເຮົາ​ອາດ​ຈະ​ຫາ​ກໍ່​ເຖິງ​ໄລ​ຍະ​ກາງ​ຂອງ​ການ​ແຜ່​ລະ​ບາດເທົ່າ​ນັ້ນ.

ທ່ານ ນາງ ມາ​ເຣຍ ແວນ ເຄີ​ຣ໌​ໂຄ​ຟ ຫົວ​ໜ້າ​ຝ່າຍ​ເຕັກ​ນິກ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ ກ່າວ​ວ່າ: ເມື່ອ​ອາ​ທິດ​ຜ່ານ​ມາ ທົ່ວ​ໂລກ​ມີ​ຜູ້​ຕິດ​ເຊື້ອ​ໃໝ່​ 3,1 ລ້ານກວ່າ​ຄົນ ແລະ ມີ​ຜູ້​ເສຍ​ຊີ​ວິດ 54 ພັນ​ກວ່າ​ຄົນ ແຕ່​ຕົວ​ເລກ​ທີ່​ແທ້​ຈິງ​ນັ້ນ ໜ້າ​ຈະ​ສູງກວ່າ​ນີ້. ພ້ອມ​ທັງ​ລະ​ບຸ​ວ່າ ສະ​ຖາ​ນະ​ການ​ໃນ​ຂະ​ນະ​ນີ້ ພ້ອມ​ຈະ​ປ່ຽນ​ແປງ​ຢູ່​ຕະຫຼອດ​ເວ​ລາ ເພາະ​ວ່າ ພວກ​ເຮົາ​ບໍ່​ສາ​ມາດ​ຄວບ​ຄຸມ​ການ​ລະ​ບາດ​ໃຫ້​ພົ້ນ​ຂີ​ດອັນ​ຕະ​ລາຍ​ໄດ້ ແຕ່​ໜ້າ​ຈະ​ຍັງ​ຢູ່​ໃນ​ລະ​ຫວ່າງ​ໄລ​ຍະ​ກາງ​ຂອງ​ການ​ລະ​ບາດ ເຊິ່ງ​ພວກ​ເຮົາ​ກໍ​ຍັງ​ບໍ່​ແນ່​ໃຈ​ເຊັ່ນ​ກັນ ເພາະ​ພວກ​ເຮົາ​ຍັງ​ບໍ່​ໄດ້​ໃຊ້​ເຄື່ອງ​ມືທີ່​ມີ​ ທີ່ຈະ​ເຮັດ​ໃຫ້​ການ​ແຜ່​ລະ​ບາດ​ໃກ້​ເຖິງ​ຈຸດ​ຈົບ​ເທົ່າ​ທີ່​ຄວນ.

ຫົວ​ໜ້າ​ຝ່າຍ​ເຕັກ​ນິກ WHO ກ່າວ​ອີກວ່າ: ພວກ​ເຮົາ​ຍັງ​ຄົງ​ດີ້ນ​ຮົນ​ຕໍ່​ສູ້​ຕໍ່​ໄປ ເພາະ​ຍັງ​ມີຫຼາຍ​ເມືອງ​ມີ​ຜູ້​ຕິດ​ເຊື້ອ​ຈົນ​ລົ້ນ​ໂຮງ​ໝໍ ແລະ ຍັງ​ມີ​ອັດ​ຕາ​ການ​ຕາຍ​ສູງ, ໃນ​ຂະ​ນະ​ທີ່​ຕາມ​ທ້ອງ​ຖະ​ໜົນ​ກໍ​ມີ​ຜູ້​ຄົນ​ສັນ​ຈອນ​ເຕັມ​ໄປ​ໝົດ ເໝືອນ​ກັບ​ວ່າ ການ​ຕໍ່​ສູ້​ກັບ​ພະ​ຍາດ​ຮ້າຍ​ນີ້ ໄດ້​ຈົບ​ລົງ​ແລ້ວ.

ຈຳ​ນວນ​ຜູ້​ຕິດ​ເຊື້ອ ແລະ ເສຍ​ຊີ​ວິດ​ທີ່​ບັນ​ດາ​ປະ​ເທດ​ແຈ້ງ​ຕໍ່ ອົງ​ການ​ອະ​ນາ​ໄມ​ໂລກ ສະ​ແດງ​ໃຫ້​ເຫັນ​ວ່າ ຜູ້​ຕິດ​ເຊື້ອທີ່​ໄດ້​ເຂົ້າ​ປິ່ນ​ປົວ​ຢູ່​ໂຮງ​ໝໍ ແລະ ຜູ້​ເສຍ​ຊີ​ວິດ​ສ່ວນຫຼາຍ​ຍັງ​ບໍ່​ໄດ້​ສັກ​ວັກ​ແຊັງ​ປ້ອງ​ກັນ​ໂຄວິດ-19 ໂດຍ​ວິ​ທີ​ທີ່​ໂລກ​ຮັບ​ມື​ກັບ​ວິ​ກິດ​ການ​ຄັ້ງ​ນີ້ ແລະ ການ​ໂຈມ​ຕີ​ຕໍ່​ໄວ​ຣັ​ສ​ທີ່​ບໍ່​ໜັກ​ແໜ້ນ​ພໍ ເຮັດ​ໃຫ້​ໂຄວິດ-19 ຍັງ​ບໍ່​ຖືກ​ກຳ​ຈັດ​ໄປ​ຈາກ​ໂລກ​ນີ້ ແລະ ຈະ​ຍັງ​ຢູ່​ກັບ​ໂລກ​​ນີ້​​ຕໍ່ໄປ.