7 ຕຸລາຫມູນວຽນມາອີກຄັ້ງເຊີດຊູຄຸນງາມຄວາມດີຂອງຄູລາວ ຄົບຮອບ 27ປີ

1551

ຫມູນວຽນມາອີກຄັ້ງ ກັບວັນຄູແຫ່ງຊາດ ວັນທີ 7 ຕຸລາ 1994 – ວັນທີ 7 ຕຸລາ 2021 ປີນີ້ຄົບຮອບ 27 ປີ ທີ່ ສປປ ລາວໄດ້ກຳນົດເອົາ ວັນທີ 7 ຕຸລາເປັນວັນຄູແຫ່ງຊາດ ຜູ້ເຊິ່ງຖ່າຍຖອດວິຊາຄວາມຮູ້ໃຫ້ແກ່ມວນມະນຸດໄດ້ ພັດທະນາຕົນເອງ ໃຫ້ມີຄວາມກ້າວໜ້າໄປຢ່າງບໍ່ຢຸດຢັ້ງ ຮູບການຖ່າຍທອດຄວາມຮູ້ຈາກຜູ້ຮູ້ ໄປສູ່ຜູ້ບໍ່ຮູ້ ເອີ້ນວ່າ: ການຮຽນ – ການສອນ ເຊິ່ງເປັນປັດໃຈສໍາຄັນຫນຶ່ງໃນການຕັດສິນຄຸນນະພາບຂອງການສຶກສາກໍຄື ການພັດທະນາມະນຸດ  ເຊິ່ງທຸກຄົນຈະມີຄວາມຮູ້, ຄວາມສາມາດໄດ້ນັ້ນກໍ່ຕ້ອງ ຜ່ານຂະບວນການສອນຂອງຄູ ແລະ ທຸກຄົນລ້ວນແຕ່ມີຄູສອນຕົນເອງ.

ວັນຄູແຫ່ງຊາດແມ່ນ ເປັນວັນທີ່ພົນລະເມືອງລາວທຸກເຜົ່າ ທຸກຊັ້ນຄົນໃນວົງສາຄະນາຍາດແຫ່ງຊາດລາວ ໄດ້ສະເຫລີມສະຫລອງ  ແລະ ໄດ້ທົບທວນຂະບວນວິວັດທະນາການແຫ່ງຊີວິດ ໂດຍເລີ່ມຈາກຊີວິດໃນຍາມເປັນເດັກຢູ່ໃນການລ້ຽງດູຂອງພໍ່ແມ່, ຊີວິດຂອງຕົນໃນການເຄື່ອນໄຫວສຶກສາຮໍ່າຮຽນຈົນເຖິງປັດຈຸບັນ ວ່າໄດ້ຮັບການຖ່າຍທອດຄວາມຮູ້ຫຍັງແດ່ຈາກພໍ່ແມ່ ແລະ ຄູອາຈານ ທັງນີ້ກໍ່ເພື່ອໃຫ້ທຸກຄົນໄດ້ສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ຄູອາຈານ ການຈັດຕັ້ງສະເຫລີມສະຫລອງວັນຄູ ຍັງແມ່ນການເຊີດຊູກຽດສັກສີ, ຖານະບົດບາດຂອງຄູ່ຕໍ່ສັງຄົມ, ຄຸນປະໂຫຍດ ແລະ ຄຸນງາມຄວາມດີຂອງຄູທີ່ມີຕໍ່ປະເທດຊາດ.

ວັນຄູແຫ່ງຊາດເປັນອີກວັນຫນຶ່ງທີ່ສໍາຄັນໃນປະຫວັດສາດຂອງຊາດລາວເຮົາ  ເພາະວ່າຄູບໍ່ໄດ້ພຽງແຕ່ປະກອບສ່ວນ ເຂົ້າໃນວຽກງານສຶກສາທໍ່ນັ້ນ ແຕ່ຍັງໄດ້ປະກອບສ່ວນຢ່າງຕັ້ງຫນ້າທີ່ສຸດ ເຂົ້າໃນພາລະກິດແຫ່ງການຕໍ່ສູ້ເພື່ອຄວາມເປັນເອກະລາດ ແລະ ຄວາມວັດທະນາຖາວອນຂອງປະເທດຊາດ ແລະ ສໍາຄັນທີ່ສຸດ ວັນຄູແຫ່ງຊາດແມ່ນວັນເອກອ້າງທະນົງໃຈຕໍ່ກຽດສັກສີ, ຕໍ່ອາຊີບຄູ ແລະ ເປັນວັນແຫ່ງການເສີມຂະຫຍາຍມູນເຊື້ອຂອງນາຍຄູຄໍາ ແລະ ນາຍຄູລາວທັງຊາດ  ຜູ້ທີ່ມີຄວາມດຸຫມັ່ນຂະຫຍັນພຽນ ແລະ ໄດ້ອຸທິດຫມົດສະຕິປັນຍາ, ເລືອດເນື້ອ ແລະ ເຫື່ອແຮງຂອງຕົນ ເພື່ອພາລະກິດການສຶກສາແຫ່ງຊາດລາວຂອງພວກເຮົາ.

ເມື່ອກ່າວເຖິງປະຫວັດຄວາມເປັນມາຂອງວັນຄູແຫ່ງຊາດ ໃນສະໄຫມກ່ອນຄົນລາວທີ່ໄດ້ເຂົ້າຮຽນແມ່ນ   ມີໜ້ອຍເຕັມທີ່ ໃນຈຳນວນດັ່ງກ່າວ ໄດ້ມີຄົນລາວຊື່ ທ້າວຄຳ ໄດ້ຮຽນຈົບຫ້ອງທີ I (ປ.6). -ປີ ຄ.ສ 1907 ທ້າວຄຳໄດ້ເຂົ້າຮ່ວມຮັບການອົບຮົມຄູເຊີ່ງຖືວ່າ ເປັນຄັ້ງທຳອິດໃນປະຫວັດສາດຂອງຊາດລາວ ທີ່ໄດ້ມີການຈັດອົບຮົມຄູ, ພາຍຫຼັງການອົບຮົມສຳເລັດ ມາເຖີງວັນທີ 7 ຕຸລາ 1907 ທ້າວຄຳ ເລີ່ມເປັນຄູສອນ ຍ້ອນພວກລ່າເມືອງຂື້ນຝຣັ່ງເຫັນອິດທິພົນຂອງພະສົງໃນວຽກງານການສຶກສາ ພວກເຂົາຈຶ່ງຫັູະນນະໂຍບາຍເພື່ອຜັນຂະຫຍາຍໂຮງຮຽນໃຫ້ກວ້າງອອກກວ່າເກົ່າ ດ້ວຍຮູບການເປິດໃຫ້ມີໂຮງຮຽນສ້າງຄູສົງຂື້ນໃນປີ 1907 ທີ່ວັດຈັນ, ເຊີ່ງປະກອບມີພະສົງ 50 ກວ່າອົງໄດ້ເຂົ້າຮຽນ.

ທ້າວ ຄໍາ ກໍເປັນຄູສອນຢູ່ໂຮງຮຽນສ້າງຄູສົງແຫ່ງນັ້ນ ຍ້ອນຈິດໃຈຮັກຊາດຂອງນາຍຄູຄຳ, ໃນເວລາສິດສອນຢູ່ໂຮງຮຽນສ້າງຄູສົງ ນາຍຄູຄຳ ໄດ້ເອົາໃຈໃສ່ສຶກສາອົບຮົມໃຫ້ພະສົງທີ່ຈະເປັນຄູໃຫ້ມີຄວາມຮັກຊາດລາວ, ເພື່ອບໍ່ໃຫ້ຊາດລາວເສື່ອມເສຍເປັນຊາດໃຫ້ຝຣັ່ງ ຍ້ອນພະສົງໄດ້ຮັບການສຶກສາອົບຮົມຢູ່ໃນໂຮງຮຽນຄືເຊັ່ນນັ້ນ ພາຍຫຼັງທີ່ພວກເພີ່ນຈົບການອົບຮົມຄູແລ້ວ, ກໍ່ໄດ້ມີພະສົງຫຼາຍອົງບໍ່ຍອມໄປເປັນຄູ ເພື່ອຮັບໃຊ້ນະໂຍບາຍການສຶກສາຂອງພວກລ່າເມືອງຂື້ນຝຣັ່ງ.

ຕໍ່ມາປີ ຄ.ສ 1913 ຄູຄໍາ ໄດ້ສອນຢູ່ໂຮງຮຽນ ຕັບໂຟແຣງ (ປີແອ ຕັບໂຟແຣງ) ລວມມີຄູລາວ 3 ຄົນ ມາເຖີງກາງເດືອນພະຈິກ ປີ ຄ.ສ 1920 ຂະບວນການຕໍ່ສູ້ຂອງປະຊາຊົນລາວ ນຳໂດຍນາຍຄູຄຳໄດ້ລະເບິດຂື້ນຢູ່ວຽງຈັນ, ການຕໍ່ສູ້ໄດ້ດຳເນີນໄປຢ່າງຮູນແຮງ ຄູຄຳໄດ້ຖຶກພວກຝຣັ່ງຈັບ ແລະ ນຳຕົວໄປຂັງຄຸກ ພາຍຫຼັງຖຶກຄຸມຂັງໄດ້ໄລຍະໜື່ງ ນາຍຄູຄຳໄດ້ໂຕນອອກຈາກຄຸກ ແລ້ວຂ້າມແມ່ນຳ້ຂອງໄປອາໄສຢູ່ນຳພີ່ນ້ອງທີ່ບາງກອກ(ປະເທດໄທ) ຕໍ່ມາປີ 1949 ນາຍຄູຄຳໄດ້ເຈັບປ່ວຍ ແລະ ໄດ້ເສຍຊີວິດຍ້ອນພະຍາດຂອງເພີ່ນຢູ່ທີ່ ວັດສີທາຣາມ(ປະເທດໄທ).

ພາຍຫຼັງປະຊາຊົນລາວໄດ້ລຸກຮື້ຂື້ນຍຶດອຳນາດ ໃນວັນທີ 12 ຕຸລາ 1945 ເປັນຕົ້ນມາ ການສຶກສາມີລັກສະນະຊາດ ຈື່ງຄອ່ຍໆປະກົດຕົວເປັນຮູບເປັນຮ່າງຂື້ນມາ ການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ເພື່ອຕ້ານກັບລັດທິລ່າເມືອງຂື້ນແບບໃໝ່ຂອງຈັກກະພັດພາຍນອກ ແລະ ຜູ້ຮຸກຮານ ໄດ້ຮັບໄຊຊະນະ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບການສະຖາປານາຂື້ນໃນວັນທີ 2 ທັນວາ 1975 ເຫດການປະຫວັດສາດດັ່ງກ່າວກໍ່ໄດ້ເປັນເງືອນໄຂເອື້ອອຳນວຍໃຫ້ແກ່ການສຶກສາຂອງລາວ ໄດ້ຮັບການພັດທະນາ,ໂຮງຮຽນໄດ້ຂະຫຍາຍຕົວຢ່າງໄວວາຈາກຕົວເມືອງໄປສູ່ຊົນນະບົດ ລູກຫຼານຂອງປະຊາຊົນບັນດາເຜົ່າໄດ້ເຂົ້າຮໍ່າຮຽນຢູ່ໂຮງຮຽນ, ພວກເຮົາໄດ້ມີຖັນແຖວຄູ ທີ່ມີນຳ້ໃຈຮັກຫອມປະເທດຊາດ, ມີຄວາມຮູ້ ຄວາມສາມາດ ຊື່ງໄດ້ຜ່ານການອົບຮົມມາຈາກຫຼາຍປະເທດ ໃນພາກພື້ນແຫ່ງໂລກຕາເວັນຕົກ, ຕາເວັນອອກ ແລະ ຈາກການຊຸບກໍ່ສ້າງ ຢູ່ພາຍໃນປະເທດຢ່າງພຽງພໍ ເຂົາເຈົ້າເຫຼົ່ານັ້ນໄດ້ນຳເອົາຄວາມຮູ້ ຄວາມສາມາດປະກອບສ່ວນກໍ່ສ້າງປະເທດຊາດ ເພື່ອນຳເອົາຄວາມສົມບູນພູນສຸກມາສູ່ປະຊາຊົນບັນດາເຜົ່າ,ຊື່ສຽງຂອງຄູໄດ້ຕິດພັນກັບຂະບວນວິວັດແຫ່ງການພັດທະນາປະເທດຊາດມາແຕ່ລະສະໄໝ.

ດັ່ງນັ້ນ, ເພື່ອເຮັດໃຫ້ຄວາມສຳນຶກເຖີງຄຸນງາມຄວາມດີຂອງຄູໃນສັງຄົມ ໄດ້ກາຍເປັນພຶດຕິກຳໃນຕົວຈິງ ຈື່ງເຫັນມີຄວາມຈຳເປັນຈະຕ້ອງກຳນົດໃຫ້ມີວັນຄູແຫ່ງຊາດລາວ ໂດຍກຳນົດເອົາວັນເຂົ້າຮັບລາຊະການ ເພື່ອເປັນຄູຂອງນາຍຄູຄຳ, ຊື່ງແມ່ນຄູຜູ້ທີ່ມີສັນຊາດລາວຄົນທຳອິດ ແລະ ກຳນົດວັນທີ 7 ຕຸລາ ເພື່ອເປັນວັນຄູແຫ່ງຊາດລາວ ວັນຄູແຫ່ງຊາດລາວໄດ້ຖືກປະກາດໃຊ້ຕັ້ງແຕ່ວັນທີ 7 ຕຸລາ ປີ 1994 ເປັນຕົ້ນມາ ຈົນຮອດປັດຈຸບັນ ແລະ ເມື່ອຮອດວັນທີ 7 ຕຸລາ ຂອງທຸກໆປີຈະມີພິທີການເລົ່າປະຫວັດ ແລະ ອວຍພອນຄູຂຶ້ນໃນທຸກໂຮງຮຽນ ແລະ ສະຖາບັນການສຶກສາຂອງລາວໃນທົ່ວປະເທດ

ໃນນາມອົງກອນສື່ ຫນັງສືພິມເສດຖະກິດການຄ້າ ຈຶ່ງຂໍໃຊ້ໂອກາດທີ່ເປັນຄວາມພາກພູມໃຈຂອງຄົນລາວທັງຊາດ ໃນການເຊີດຊູພາລະບາດບາດຂອງຄູລາວ ໃນການສະເຫລີມສະຫລອງວັນຄູແຫ່ງຊາດທີ່ຫມູນວຽນມາຮອດອີກຄັ້ງ ຂໍສະແດງຄວາມຮູ້ບຸນຄຸນ ແລະ ອວຍພອນ ຄູ-ອາຈານ ທົ່ວປະເທດລາວ ຈົ່ງມີແຕ່ຄວາມສຸກສົມຫວັງ ມີພາລະນາໄມທີ່ສົມບູນແຂງແຮງ ແລະ ຂໍໃຫ້ແມ່ພິມຂອງຊາດລາວທຸກຄົນປະສົບຄວາມສໍາເລັດໃນການສິດສອນ ແລະ ສ້າງຄົນດີ, ຄົນເກັ່ງ ເພື່ອພັດທະນາປະເທດຊາດໃນຕໍ່ຫນ້າດ້ວຍຜົນສໍາເລັດ.