ທ່ານ ສົມມະລີ ຄຳເກັ່ງ ຮັກສາການເຈົ້າເມືອງພູຄູນຜູ້ໃໝ່

366

ພິທິປະກາດແຕ່ງຕັ້ງຮັກສາການເລຂາພັກເມືອງ ເຈົ້າເມືອງພູຄູນ ແຂວງຫຼວງພະບາງ ໄດ້ຈັດຂື້ນໃນວັນທີ 1 ຕຸລາຜ່ານມາ ທີ່ສະໂມສອນໃຫຍ່ຂອງເມືອງ ໂດຍມີທ່ານ ສຸກັນ ບຸນຍົງ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານແນວລາວສ້າງຊາດແຂວງຫຼວງພະບາງ, ມີຄະນະປະຈຳພັກແຂວງ, ພະແນກການຂອງແຂວງ, ມີຄະນະປະຈຳ, ກຳມະການພັກ, ຫົວໜ້າ-ຮອງຫົວໜ້າຫ້ອງການພາຍໃນເມືອງເຂົ້າຮ່ວມ.

ພິທີດັ່ງກາວ ທ່ານ ຄຳກາງ ຮ່ວງທະຈັນ ຮອງເລຂາພັກເມືອງ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງຄະນະບໍລິຫານງານພັກເມືອງ ຊຸດທີ 4 ໃນໄລຍະ9ເດືອນ ຜ່ານມາ ສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ ອັນເປັນສາເຫດເຮັດໃຫ້ສະຖຽນລະພາບທາງດ້ານການເມືອງພາຍໃນເມືອງພູຄູນ ມີຄວາມໜັກແໜ້ນເຂັມແຂງ ສັງຄົມມີຄວາມສະຫງົບ ພື້ນຖານເສດຖະກິດຍັງສືບຕໍ່ຂະຫຍາຍຕົວຢາງຕໍ່ເນືອງ ແຕ່ເນື່ອງຈາກສະພາບການເຝົ້າລະວັງ, ປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກກໍ່ຄືພາຍໃນສປປລາວ ເວົ້າລວມເວົ້າສະເພາະແມ່ນການເພີ່ມຂື້ນຂອງຜູ້ຕິດເຊື້ອພາຍໃນແຂວງ ແລະ ເມືອງອ້ອມຂ້າງໃນຮອບໃໝ່.

ມາຮອດປະຈຸບັນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນການຂອງໂຄງການລົງທຶນຂອງລັດ, ທຶນການກໍ່ສ້າງພື້ນຖານໂຄງລ່າງພາຍໃນເມືອງແມ່ນພວມຖືກຈັດຕັ້ງປະຕິບັດຈຳນວນໜຶ່ງ ລວມທັງໝົດ 53 ໂຄງການ ລວມມູນຄ່າການລົງທຶນ 99.549,35ລ້ານກີບ ວຽກງານການປະເມີນດຳລັດ 348/ລບ ປະຈຸບັນ ເມືອງພູຄູນ ຍັງມີບ້ານທຸກຍາກ ຈຳນວນ 7 ບ້ານ ພ້ອມນີ້ ຂະແໜງການທີກ່ຽວຂ້ອງກໍ່ໄດ້ລົງເຄືອນໄຫວເຜີຍແຜ່ມະຕິກອງປະຊຸມໃຫ່ຍຂອງພັກແຕ່ລະຂັ້ນ ຕິດພັນກັບການຊຸກຍູ້ແຜນພັດທະນາເສດຖະກິດ-ສັງຄົມຂອງບ້ານ.

ເພື່ອສົ່ງເສີມການປູກຝັງ-ລ້ຽງສັດຢ່າງມີຈຸດສຸມ ກາຍເປັນສິນຄ້າສ້າງລາຍຮັບ ສາມາດແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ໃນໄລຍະເກີດວີກິດ. ການເກັບລາຍຮັບບ້ວງແຂວງມອບໃຫ້ເມືອງ 19.445.082.000 ກີບ ປະຕິບັດໄດ້ 11.348.947.154 ກີບ ແລະ ປະຕິບັດລາຍຈ່າຍໄດ້ 7.089.564.532 ກີບ.
ຈາກນັ້ນ ທ່ານ ຄໍາຄ່ອງ ພົມມະປັນຍາ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງຫຼວງພະບາງ ເລກທີ161/ຄປພຂ-ຫຼບ ລົງວັນທີ 28 ກັນຍາ 2021 ວ່າດ້ວຍການຕົກລົງແຕ່ງຕັ້ງ ຮັກສາການເລຂາພັກເມືອງພູຄູນ ແລະ ຂໍ້ຕົກລົງຂອງເຈົ້າແຂວງຫຼວງພະບາງ ວ່າດ້ວຍການແຕ່ງຕັ້ງເຈົ້າເມືອງພູຄູນ ໃນນີ້ ໄດ້ແຕ່ງຕັ້ງ ທ່ານ ສົມມະລີ ຄຳເກັ່ງ ກຳມະການພັກແຂວງ ຮັກສາການເລຂາພັກເມືອງ -ເຈົ້າເມືອງພູຄູນ,
ໃນໂອກາດນີ້ ທ່ານ ຮອງເລຂາພັກແຂວງ ໄດ້ໂອ້ລົມຕໍ່ພະນັກງານຫຼັກແຫຼ່ງຂອງເມືອງ ພ້ອມທັງເນັ້ນໜັກວຽກງານບາງດ້ານ ເພື່ອເປັນແນວທາງໃນການຊີ້ນຳ-ນຳພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງໃຫ້ໄດ້ຮັບຜົນດີ ແລະ ມີປະສິດຕິພາບສູງ.