ວິທະຍາຄານກົມມະດຳ ມອບເຄື່ອງຊ່ວຍເຫຼືອ ໃຫ້ພາກສ່ວນເຮັດໜ້າທີ່ປ້ອງກັນເວນຍາມ,ຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19

358

ວັນທີ 5 ຕຸລາ 2021, ບັນດາ 6 ຫ້ອງການ, 7 ກອງພັນໄດ້ສົມທົບກັບອົງການຈັດຕັ້ງມະຫາຊົນຊາວໜຸ່ມ-ແມ່ຍິງທົ່ວ ວິທະຍາຄານ ກົມມະດຳ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ພາກສ່ວນທີ່ເຮັດໜ້າທີ່ປ້ອງກັນເວນຍາມ ຕ້ານ ແລະ ສະກັດກັ້ນ ການແຜ່ລະບາດພະຍາດໂຄວິດ-19, ໃຫ້ພາກສ່ວນກຳລັງປະຕິບັດໜ້າທີ່ເປັນຕົ້ນແມ່ນ: ອ້າຍນ້ອງປ້ອງກັນ, ແພດ-ໝໍ, ອໍານາດການປົກຄອງບ້ານໜອງປຸ່ງ-ແຈ້ງສະຫວ່າງ ແລະ ກຳລັງ ປກຊ-ປກສ.


ເຄື່ອງໄປມອບໃນຄັ້ງນີ້ປະກອບມີ: ນໍ້າດື່ມ, ກາເຟ, ເຄື່ອງດື່ມບຳລຸງ, ໝີ່,ຜ້າປິດປາກ-ປິດດັງ, ເຈວລ້າງມື ແລະ ເງິນສົດ 1.115.000ກີບ ລວມເປັນມູນຄ່າທັງໝົດ 4.480.000 ກີບ.

ກ່າວມອບເຄື່ອງອຸປະຖຳໃນຄັ້ງນີ້ໂດຍສະຫາຍ ພັນໂທ ບົວໄລ ພັນທະວົງ ຮອງຫ້ອງການເມືອງ ວິທະຍາຄານ ກົມມະດຳ, ມີສະຫາຍ ພັນໂທ ວັນດີ ພອນວິໄລ ຫົວໜ້າພະແນກຊາວໜຸ່ມ ວິທະຍາຄານ , ມີສະຫາຍ ພັນໂທ ນາງ ນວນທອງ ຈັນທະພິມ ຫົວໜ້າພະແນກສະຫະພັນແມ່ຍິງ ວິທະຍາຄານ ກົມມະດຳ ພ້ອມດ້ວຍຄະນະ, ທັງນີ້ກໍເພື່ອເປັນການຊຸກຍູ້ໃຫ້ທຸກພາກທີ່ເຮັດໜ້າທີ່ປ້ອງກັນເວນຍາມຕາມຈຸດຕ່າງໆໃຫ້ພ້ອມກັນເພີ່ມທະວີບັນດາມາດຕະການປ້ອງກັນການແຜ່ລະບາດຂອງພະຍາດດັ່ງກ່າວ ແນໃສ່ໃຫ້ທຸກຄົນຈັດຕັ້ງປະຕິບັດໃຫ້ເຂັ້ມງວດພ້ອມກັນຕໍ່ຕ້ານກັບເຊື້ອພະຍາດບໍ່ໃຫ້ແຜ່ລາມອອກໄປເປັນວົງກວ້າງໃນຂອບເຂດທົ່ວປະເທດ.


ສຳລັບການເຂົ້າອອກປະຕູໂຂງວິທະຍາຄານ ຕ້ອງໄດ້ກວດກາວັດແທກອຸນຫະພູມທຸກຄັ້ງໃຫ້ພະນັກງານ-ນັກຮົບທົ່ວວິທະຍາຄານ,ສົມທົບກັບການຈັດຕັ້ງບ້ານໜອງປຸ່ງ ແລະ ບ້ານແຈ້ງສະຫວ່າງ ຕັ້ງຈຸດກວດກາຄົນເຂົ້າ-ອອກບ້ານ, ປິດທາງຮ່ອມ-ທາງຊອຍ, ພ້ອມກັນນັ້ນກໍໄດ້ປຸກລະດົມໃຫ້ພະນັກງານ-ນັກຮົບທົ່ວວິທະຍາຄານ ແລະ ພໍ່ແມ່ປະຊາຊົນໄປສັກຍາວັກແຊັງປ້ອງກັນພະຍາດໂຄວິດ-19


ພາບ-ຂ່າວ: ລຸນທອງສີບຸນເຮືອງ