ໜ້າຫ່ວງສູສີກັນ ຜູ້ຕິດເຊື້ອໃນຊຸມຊົນ ນະຄອນຫຼວງວຽງຈັນ 146 ຄົນ, ຫຼງພະບາງ 143 ຄົນ

543

ສະຖານະການໂຄວິດ 19 ປະຈໍາວັນທີ 7 ຕຸລາ 2021 ພົບຜູ້ຕິດເຊື້ອໂຄວິດ19ໃໝ່ 414 ຄົນ ນໍາເຂົ້າ 10 ຄົນ, ຊຸມຊົນ 404 ຄົນ ໃນນັ້ນຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ 146 ຄົນ, ຫຼວງພະບາງ 143 ຄົນ

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ19 ຢູ່ ສປປລາວ ວ່າ ໃນວັນທີ 6 ຕຸລາ 2021 ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ19 ທັງໝົດ 4.965 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 414 ຄົນ, ນໍາເຂົ້າ 10 ຄົນ ຈາກສາລະວັນ 7 ຄົນ, ສະຫວັນນະເຂດ 3 ຄົນ ແລະ ຈໍາປາສັກ 2 ຄົນ,

ສ່ວນຜູ້ຕິດເຊື້ອໃນຊຸມຊົນທັງໝົດ 404 ຄົນ ຈາກນະຄອນຫຼວງວຽງຈັນ 146 ຄົນ, ຫຼວງພະບາງ 143 ຄົນ, ສະຫວັນນະເຂດ 54 ຄົນ, ບໍລິຄໍາໄຊ 23 ຄົນ, ໄຊສົມບູນ 9 ຄົນ, ຄໍາມ່ວນ 7 ຄົນ, ບໍ່ອກ້ວ 6 ຄົນ, ແຂວງວຽງຈັນ 6 ຄົນ, ຈໍາປາສັກ 6 ຄົນ ແລະ ສາລະວັນ 4 ຄົນ

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 10 ຄົນ ຄື ສາລະວັນ 5 ຄົນ, ສະຫວັນນະເຂດ 3 ຄົນ ແລະ ແຂວງ ຈໍາປາສັກ 2 ຄົນ, ເຊິ່ງທັງໝົດນັ້ນແມ່ນໄດ້ມີການເກັບຕົວຢ່າງແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ ແລະ ເມື່ອຜົນກວດຕົວຢ່າງເປັນບວກພວກກ່ຽວໄດ້ ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

ມາຮອດວັນທີ 6 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 26.876 ຄົນ, ເສຍຊີວິດສະສົມ 23 (0 ໃໝ່), ປິ່ນປົວດີ ແລະ ກັບບ້ານໃນມື້ວານ ມີ 304 ຄົນ ແລະ ຍັງສືບຕໍ່ປິ່ນປົວ 6.393 ຄົນ.