ມາເລເຊຍ ອະນຸມັດເງິນກູ້ໃຫ້ແອເອເຊຍ ຝ່າວິກິດໂຄວິດ

342

     ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ວ່າ ກຸ່ມ​ບໍ​ລິ​ສັດ​ແອ​ເອ​ເຊຍ ໄດ້​ອອກ​ຖະ​ແຫຼງ​ການ​ລະ​ບຸ​ວ່າ: ທາງ​ບໍ​ລິ​ສັດ​ໄດ້​ຮັບ​ການ​ອະ​ນຸ​ມັດ​ເງິນ​ກູ້​ຈາກ ສະ​ຖາ​ບັນ​ການ​ເງິນ Danajamin Nasional Berhad ຈຳ​ນວນ 500 ລ້ານ​ຣິງ​ກີດ ຫຼື ປະ​ມານ 120 ລ້ານ​ໂດ​ລາ​ສະ​ຫະ​ລັດ ເຊິ່ງ​ສະ​ຖາ​ບັນ​ການ​ເງິນ​ດັ່ງ​ກ່າວ ກະ​ຊວງ​ການ​ເງິນ​ມາ​ເລ​ເຊຍ​ຖື​ຫຸ້ນ 50%. ໃນ​ວົງ​ເງິນ​ດັ່ງ​ກ່າວ ລັດ​ຖະ​ບານ​ມາ​ເລ​ເຊຍ​ຄ້ຳ​ປະ​ກັນໃຫ້ 80% ໂດຍ​ມີ​ຈຸດ​ປະ​ສົງ ເພື່ອ​ນຳ​ໃຊ້​ເງິນ​ຈຳ​ນວນ​ດັ່ງ​ກ່າວ​ເຂົ້າ​ໃນ​ການ​ດຳ​ເນີນ​ງານ​ຂອງ​ບໍ​ລິ​ສັດ​ແອ​ເອ​ເຊຍ ໂດຍ​ສະ​ເພາະ​ການ​ໃຊ້​ຈ່າຍ​ເງິນ​ເດືອນ​ໃຫ້​ພະ​ນັກ​ງານ, ການ​ບຳ​ລຸງ​ຮັກ​ສາ​ເຮືອ​ບິນ ແລະ ການ​ໃຊ້​ຈ່າຍ​ທີ່​ຈຳ​ເປັນ​ຂອງ​ບໍ​ລິ​ສັດ.

ທາງ​ດ້ານ​ສະ​ຖາ​ບັນ​ການ​ເງິນ Danajamin Nasional Berhad ເປີດ​ເຜີຍ​ວ່າ: ເງິນ​ກູ້​ຈຳ​ນວນ​ດັ່ງ​ກ່າວ ເປັນ​ສ່ວນ​ໜຶ່ງ​ຂອງ​ມາດ​ຕະ​ການ​ກະ​ຕຸ້ນ​ເສດ​ຖະ​ກິດ​ຂອງ​ມາ​ເລ​ເຊຍ ເຊິ່ງ​ລັດ​ຖະ​ບານ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ພາກ​ທຸ​ລະ​ກິດ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

ທັງ​ນີ້ ລັດ​ຖະ​ບານ​ມາ​ເລ​ເຊຍ ມີ​ແຜນ​ເປີດ​ເສັ້ນ​ທາງ​ບິນ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ເມື່ອ​ປະ​ຊາ​ຊົນ​ໄດ້​ຮັບ​ການ​ສັກ​ວັກ​ແຊັງ​ປ້ອງ​ກັນ​ໂຄວິດ-19 ​ຄົບ​ໂດ​ສ ກວມ​ເອົາ 90% ຂອງ​ຈຳ​ນວນ​ປະ​ຊາ​ກອນ​ທັງ​ໝົດ ເຊິ່ງ​ໃນ​ຂະ​ນະ​ນີ້ ມາ​ເລ​ເຊຍໄດ້​ສັກ​ວັກ​ແຊັງ​ໃຫ້​ປະ​ຊາ​ຊົນ​​ທັງ​ເຂັມ​ທີ 1 ແລະ ເຂັມ​ທີ 2 ແລ້ວປະ​ມານ 88% ຂອງ​ຈຳ​ນວນ​ປະ​ຊາ​ກອນ​ທັງ​ໝົດ.