ທ່ານຄໍາແພງ ໄຊສົມແພງ ລົງຊຸກຍູ້ວຽກງານອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ

1033

ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ລົງຕິດຕາມ ແລະ ຊຸກຍູ້ວຽກງານອຸດສາຫະກຳ ແລະ ການຄ້າ ໃນນະຄອນຫຼວງວຽງຈັນ ໂດຍເນັ້ນໃຫ້ເຈົ້າໜ້າທີ່ ການຄ້າເອົາໃຈໃສ່ເພີ່ມທະວີການກວດກາການຄ້າ ບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າ, ຜູ້ປະກອບການຊາວຄ້າຂາຍ ມີມາດຕະການທີ່ດີໃນການປ້ອງກັນໂຄວິດ-19, ສ່ວນໂຮງງານ ອຸດສາຫະກຳໃຫ້ເຂັ້ມງວດມາດຕະການປ້ອງກັນໂຄວິດ-19.

ວັນທີ 6 ຕຸລາ 2021 ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຄ ພ້ອມຄະນະລົງເຮັດວຽກຢູ່ພະແນກ ອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ (ອຄ.ນວ), ໂຮງງານຕັດຫຍິບ ໄຮ -ເທັກ ລາວ ແອບພາເຣວ ຈໍາກັດ ແລະ ຕະຫຼາດ ໂນນຄໍ້ ເພື່ອຕິດຕາມ ແລະ ຊຸກຍູ້ໃນການຄຸ້ມຄອງລາຄາສິນຄ້າ, ມາດຕະການປ້ອງກັນພະຍາດໂຄວິດ-19 ພາຍໃນຕະຫຼາດ ແລະ ໂຮງງານອຸດສາຫະກຳຕັດຫຍິບ.

ໂອກາດດັ່ງກ່າວ ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກ ອຄ.ນວ ໄດ້ລາຍງານສະພາບການຄຸ້ມຄອງ ແລະ ຕິດຕາມລາຄາສິນຄ້າໃນໄລຍະຜ່ານມາໃຫ້ຮູ້ວ່າ: ວຽກງານການຄຸ້ມຄອງ ຕິດຕາມຂົງເຂດຫົວໜ່ວຍທຸລະກິດ ໃນໄລຍະປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍໄດ້ແຕ່ງເຈົ້າໜ້າທີ່ເປັນ 3 ຈຸລົງກວດກາແຕ່ລະວັນ, ການປະເມີນການປະຕິບັດໄລຍະວັນທີ 15-30 ກັນຍາ 2021 ເຈົ້າຂອງທຸລະກິດສ່ວນໃຫຍ່ໃຫ້ການຮ່ວມມືໃນການປິດ – ເປີດກິດຈະການ, ມີສ່ວນໜ້ອຍທີ່ຍັງບໍ່ທັນເຂົ້າໃຈ ຍັງເປີດຮ້ານປົກກະຕິ ຄະນະສະເພາະກິດໄດ້ເຮັດບົດບັນທຶກ ໃຫ້ປິດກິດຈະການຊົ່ວຄາວ ຈໍານວນ 19 ຫົວໜ່ວຍ ພ້ອມທັງປັບໃໝ.

ສ່ວນສະພາບການຊື້ຂາຍໂດຍລວມເຫັນວ່າປະຕິບັດຕາມລາຄາທີ່ລັດກໍານົດ ແຕ່ມີສ່ວນໜຶ່ງມີການສວຍໂອກາດຂຶ້ນລາຄາສິນຄ້າ ເປັນຕົ້ນຊີ້ນໝູຂາຍເກີນລາຄາ ເຊິ່ງເຈົ້າໜ້າທີ່ໄດ້ເຮັດບົດບັນທຶກກ່າວເຕືອນ ສຶກສາອົບຮົມ ແລະ ປັບໃໝ(ການຂາຍເກີນລາຄາສ່ວນຫຼາຍແມ່ນຕະຫຼາດຂະໜາດນ້ອຍ ຊື້ຍ່ອຍຈາກລູກຂຽງຕະຫຼາດໃຫຍ່) . ສ່ວນການຊື້ຂາຍທຽບໃສ່ໄລຍະປົກກະຕິຫຼຸດລົງ35-40% ເຫັນວ່າຕະຫຼາດ ແລະ ຊາວຄ້າຂາຍໃຫ້ການຮ່ວມມືຕາມແຈ້ງການແນະນໍາ ໄດ້ປິດບໍລິການຊົ່ວຄາວ ເພື່ອຫຼຸດຜ່ອນຄວາມແອອັດ.

ສ່ວນການສະໜອງສິນຄ້າເຫັນວ່າພຽງພໍກັບຄວາມຕ້ອງການໂດຍສະເພາະສິນຄ້າສະບຽງອາຫານ ທີ່ນອນໃນບັນຊີຄວບຄຸມ ມີປະເພດຊີ້ນໝູທີ່ຂາຍຫຼຸດຈາກລາຄາກໍານົດ ຊີ້ນໝູປະເພດ 1 ລາຄາ 48 ພັນກີບຕໍ່ກິໂລ ຂາຍໃນຕະຫຼາດ 45 ພັນກີບຕໍ່ກິໂລ. ສໍາລັບລາຄາສິນຄ້າພືດຜັກ ແມ່ນມີການເໜັງຕີງຂຶ້ນລົງຕາມລະດູການເປັນບາງວັນ ສະເລ່ຍມີ 3 ລາຍການເໜັງຕີງສູງ ຄື ຜັກຫອມປ້ອມ, ຫອມບົ່ວ, ຫອມລາບ ປະມານ 50%.ວຽກງານຄຸ້ມຄອງ ແລະ ຕິດຕາມໂຮງງານອຸດສາຫະກຳ ຢູ່ນະຄອນຫຼວງວຽງຈັນ ມີໂຮງງານອຸດສາຫະກຳ 3.330 ໂຮງງານ ມີແຮງງານທັງໝົດ 66.572 ຄົນ ເປັນຍິງ 35.568 ຄົນ.

ໂອກາດດັ່ງກ່າວ ທ່ານລັດຖະມົນຕີ ກະຊວງ ອຄ ພ້ອມຄະນະໄດ້ລົງຕິດຕາມ ແລະ ຊຸກຍູ້ມາດຕະການຄຸ້ມຄອງ ແລະ ປ້ອງກັນພະຍາດໂຄວິດ-19 ຢູ່ໂຮງງານ ໄຮ – ເທັກ ລາວ ແອບພາເຣວ ຈໍາກັດ ບ້ານໂພນປ່າເປົ້າ ເມືອງ ສີສັດຕະນາກ ເຊິ່ງໂຮງງານ ດັ່ງກ່າວ ແມ່ນຜະລິດ ແລະ ສົ່ງອອກເຄື່ອງຕັດຫຍິບ 100% ປັດຈຸບັນມີແຮງງານ ທັງໝົດ 615 ຄົນ, ໄດ້ຮັບການສັກວັກແຊັງທັງໝົດ 589 ຄົນ, ພະນັກງານສັກວັກແຊັງຄົບ 2 ເຂັມມີ 534 ຄົນ ເຂັມ 1 ສັກ 55 ຄົນ, ຍັງບໍ່ທັນສັກ 26 ຄົນ. ພະນັກງານທີ່ນອນຫໍພັກ ທັງໝົດ 400 ຄົນ ໄດ້ຮັບການສັກວັກແຊັງຄົບທັງໝົດ.

ຈາກນັ້ນໄດ້ລົງຕິດຕາມສະພາບການປ້ອງກັນໂຄວິດ -19 ແລະ ການຊື້-ຂາຍໃນຕະຫຼາດໂນນຄໍ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງປັດຈຸບັນມີ ມີໂຕະຂາຍທັງໝົດ 760 ໂຕະ ມີແມ່ຄ້າເຂົ້າຂາຍລວມ 750 ຄົນ ເຊິ່ງແມ່ຄ້າທຸກຄົນແມ່ນສັກວັກແຊັງຄົບ 2 ເຂັມ. ພ້ອມນັ້ນ ທາງຕະຫຼາດມີການອໍານວຍຄວາມສະດວກທາງເຂົ້າ ທາງອອກ ໂດຍມີການວັດແທກອຸນນະພູມແມ່ຄ້າ ແລະ ຜູ້ເຂົ້າບໍລິການທຸກຄັ້ງ, ພ້ອມໃສ່ຜ້າອັດປາກ ເຈວລ້າງມື ແລະ ທຸກໆວັນຫຼັງປິດຕະຫຼາດ ແມ່ນໄດ້ທໍາການອະນາໄມ ແລະ ສີດຢາຂ້າເຊື້ອພະຍາດໂຄວິດ-19 ທຸກມື້.

ໂອກາດດັ່ງກ່າວ ທ່ານ ຄໍາແພງ ໄຊສົມແພງ ກໍໄດ້ສະແດງຄວາມຊົມເຊີຍເຈົ້າໜ້າທີ່ກວດກາການຄ້າ ທີ່ເອົາໃຈໃສ່ຕິດຕາມ ແລະ ກວດກາການຄ້າໃນທ້ອງຕະຫຼາດ ໃນໄລຍະທີ່ມີການລະບາດຂອງໂຄວິດ-19 ພ້ອມເນັ້ນໃຫ້ຈັດສັນຄວາມເປັນລະບຽບຂອງການຄ້າຂາຍ, ເອົາໃຈໃສ່ເພີ່ມທະວີໃນການຕິດຕາມ ແລະ ຄຸ້ມຄອງລາຄາສິນຄ້າ ວາງມາດຕະການເຂັ້ມ ໃຫ້ແມ່ຄ້າໃນຕະຫຼາດ ແລະ ມາດຕະການຕໍ່ຜູ້ເຂົ້າມາໃຊ້ຕະຫຼາດ ເພື່ອບໍ່ໃຫ້ມີການລະບາດໃນ ຕະຫຼາດ.

ພ້ອມນັ້ນກໍເນັ້ນ ໃຫ້ເຈົ້າໜ້າທີ່ຂະແໜງອຸດສາຫະກຳ ແລະ ຫັດຖະກໍາ ເອົາໃຈໃສ່ລົງຕິດຕາມ ແລະ ຊີ້ນໍາບັນດາໂຮງຈັກໂຮງງານອຸດສາຫະກຳ ເພື່ອພ້ອມກັນມີມາດຕະການທີ່ເໝາະສົມ ເດັດຂາດ ແນໃສ່ສະກັດກັ້ນການແຜ່ລະບາດໃນໂຮງງານອຸດສາຫະກຳ.