ທີມຊາດຍິງລາວ ຊຸດໃຫຍ່ ພ້ອມ 100% ລຸຍຄັດບານເຕະຊີງແຊັມອາຊີ ອອກເດີນທາງສຸກນີ້

460

ເມື່ອວັນທີ 6 ຕຸລາ 2021 ໄດ້ມີພິທີການຖະແຫຼງຂ່າວຜ່ານຊ່ອງທາງອອນລາຍ ZOOM ໂດຍມີ ທ່ານ ນາງ ດອນສະຫວັນ ໄຊຍະສົມບັດ ຫົວຫນ້າຄູຝຶກທີມຊາດຍິງລາວ ຊຸດໃຫຍ່, ພ້ອມດ້ວຍຕ່າງໜ້ານັກກີລາຄື ເກມມີ ພັດດາລາ ແລະ ໃຈຄໍາ ໄຊຍະປະເສີດ 2 ນັກເຕະຕົວເກັ່ງຂອງທີມ ພ້ອມດ້ວຍສື່ມວນຊົນເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ນາງ ດອນສະຫວັນ ໄຊຍະສົມບັດ ຫົວຫນ້າຄູຝຶກທີມຊາດຍິງລາວ ຊຸດໃຫຍ່ ກ່າວວ່າ: ດັ່ງທີ່ຮູ້ລາຍການດັ່ງກ່າວຂອງກຸ່ມພວກເຮົາ ແມ່ນປ່ຽນປະເທດເຈົ້າພາບໄປຈັດທີ່ປະເທດບາເຣນ ເຮັດໃຫ້ພວກເຮົາມີເວລາໃນການຝຶກຊ້ອມເພີ່ມຂຶ້ນ ເຊິ່ງໄລຍະການຝຶກຊ້ອມ 2 ເດືອນກວ່າທີ່ຜ່ານມາ ພວກເຮົາໄດ້ມີຍຸດທະວິທີໃນການຝຶກຊ້ອມໂດຍສະເພາະແມ່ນ ເກມບຸກ ແລະ ເກມຮັບ ແນ່ນອນຈຸດດີຂອງທີມເຮົາແມ່ນນັກກີລາທຸກຄົນເຄີຍຜ່ານກີລາລະດັບຮຸ່ນນ້ອຍມາແລ້ວ ແລະ ຫຼິ້ນນໍາກັນມາຫຼາຍຊຸດ.



ດັ່ງທີ່ຮູ້ ໄຕຫວັນ ແລະ ບາເຣນ ເປັນຄູ່ແຂ່ງທີ່ເໜືອກວ່າທີມຊາດລາວ. ຢ່າງໃດກໍຕາມ, ຕ້ອງປັບລະບົບການຫຼິ້ນ, ເບິ່ງຄູ່ແຂ່ງ ແລະ ມາປັບໃສ່ທີມພວກເຮົາ ເພື່ອໃຫ້ການຫຼິ້ນເປັນລະບົບຂຶ້ນຕື່ມ ແລະ ການປ້ອງກັນຕ້ອງຫຼິ້ນເປັນທີມເວີກ ເຊິ່ງຈຸດດີຂອງທີມເຮົາແມ່ນນັກກີລາເຄີຍຫຼິ້ນກັນມາກ່ອນ ເພາະຕິດທີມຊາດຊຸດນ້ອຍມານໍາກັນ ແລະ ພວກເຮົາຈະເຮັດໃຫ້ດີທີ່ສຸດໃນທຸກໆນັດ, ສ່ວນ ການຍ້າຍສະໜາມໄປແຂ່ງທີ່ບາເຣນ ໃຊ້ເວລາເດີນທາງຫຼາຍຂຶ້ນພວກເຮົາເດີນທາງວັນທີ 8 ຕຸລາ 2021 ໄປ ບາເຣນ ຮອດວັນທີ 10 ຕຸລາ 2021 ໂດຍຈະມີການກວດໂຄວິດ ທຸກໆ 3 ວັນ.

ຂະນະທີ່ ເກມມີ ພັດດາລາ ກ່າວວ່າ: ມາຮອດຕອນນີ້ພວກເຮົາມີຄວາມພ້ອມ 100 ຈະເດີນທາງວັນສຸກນີ້ ແນ່ນອນທຸກໆນັດພວກເຮົາຈະຫຼິ້ນຕາມແຜນທີ່ຄູຝຶກວາງໄວ້, ນັດທໍາອິດພົບກັບ ໄຕຫວັນ ພວກເຮົາຈະເຮັດໃຫ້ດີທີ່ສຸດ ເພື່ອຫວັງ 3 ຄະແນນ ເພາະພວກເຮົາພ້ອມໜັກທີ່ສຸດ ແລະ ສຸດທ້າຍຕ້ອງຂອບໃຈ ສຕລ ທີ່ພະຍາຍາມສົ່ງທີມຍິງໃຫ້ເຂົ້າຮ່ວມການແຂ່ງຂັນ ເພື່ອພັດທະນາວົງການບານເຕະຍິງ ແລະ ໄດ້ມີການເຄື່ອງໄຫວ.

ສໍາລັບ ຕາຕະລາງແຂ່ງຂັນຂອງກຸ່ມ A ຈະລົງແຂ່ງຂັນທີ່ສະໜາມ Khalifa Sport City ໃນເມືອງ Manama ປະເທດບາເຣນ ມີດັ່ງນີ້:
-ວັນທີ 18 ຕຸລາ 2021 ລາວ ພົບ ໄຕ້ຫວັນ
-ວັນທີ 21 ຕຸລາ 2021 ບາເຣນ ພົບ ລາວ
-ວັນທີ 24 ຕຸລາ 2021 ໄຕຫວັນ ພົບ ບາເຣນ