ປະທານ ສຕລ ໄປເຖິງປະເທດສະວິດ ຢ້ຽມຢາມຫ້ອງການ ຟີຟາ

501

ຕາມການລາຍງານຂອງເພຈບຸກທາງການຂອງ ສະຫະພັນບານເຕະແຫ່ງຊາດລາວ ລາຍງານວ່າ: ວັນທີ​ 05 ຕຸລາ​ 2021 ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ​ (ສຕລ) ຢ້ຽມຢາມຫ້ອງການ ສະຫະພັນບານເຕະນາໆຊາດ (FIFA) ທີ່ເມືອງ ຊູຣິກ, ປະເທດສະວິດເຊີແລນ ເປັນກຽດຕ້ອນຮັບ ໃນການຢ້ຽມຢາມຄັ້ງນີ້ີມີທ່ານ ນາງ ຟາດມາ ຊາມູຣາ, ເລຂາທິການຂອງສະຫະພັນບານເຕະນາໆຊາດ, ທ່ານ ອາແຊນ ເວັງເກີ, ຫົວໜ້າຝ່າຍພັດທະນາບານເຕະນາໆຊາດ, ທ່ານ ເຄັນນີ ຊ໋ອງ ມາຣີ, ຫົວໜ້າຝ່າຍປະສານງານປະເທດສະມາຊິກ ແລະ ພ້ອມດ້ວຍພະນັກງານບໍລິຫານອາວຸໂສ ກໍ່ໄດ້ເຂົ້າຮ່ວມເຊັ່ນດຽວກັນ.

ໃນລະຫວ່າງການຢ້ຽມຢາມ ທ່ານ ວີເພັດ ສີຫາຈັກຣ, ປະທານ ສະຫະພັນບານເຕະແຫ່ງຊາດລາວ ກໍ່ໄດ້ເຂົ້າຮັບຊົມຫ້ອງການຂອງ​ ສະຫະພັນບານເຕະນາໆຊາດ ແລະ ເພີ່ນກໍ່ຍັງໄດ້ກ່າວເຖິງສາຍພົວພັນທາງດ້ານມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສະຫະພັນບານເຕະແຫ່ງຊາດລາວ ແລະ ສະຫະພັນບານເຕະນາໆຊາດອີກດ້ວຍ.

ຂໍ້ມູນ-ຮູບຈາກ: ສະຫະພັນບານເຕະແຫ່ງຊາດລາວ Lao Football Federation