ໂນວັກ ປະກອນຕົວຈາກລາຍການໃຫຍ່ທີ່ ອິນດຽນ ເວລສ໌

443

ໂນວັກ ໂຈໂຄວິຊ ນັກເທັນນິສມື 1 ຂອງໂລກຈາກແຊກບີ ປະກອນຖອນຕົວບໍ່ລົງແຂ່ງຂັນລາຍການໃຫຍ່ ບີເອັນພີ ພາຣິບາສ ທີ່ອິນດຽນ ເວລສ໌ ສະຫະລັດອາເມຣິກາ ທີ່ຈະເປີດສາກຂຶ້ນໃນວັນທີ 7 ຕຸລາ 2021.

ໂຈໂຄວິຊ ຫາກໍພາດໂອກາດຄວ້າແຊັມແກຣນສະແລມຄົບ 4 ລາຍການໃນປີດຽວ ຫຼັງຈາກທີ່ເສຍໃຫ້ກັບ ດານິລ ເມດເວເດຟ ນັກເທັນນິສມື 2 ຂອງໂລກຈາກຣັດເຊຍ ໃນຮອບຊີງຊະນະເລີດ ເມື່ອເດືອນກັນຍາ 2021.

ຫຼ້າສຸດ ໂຈໂຄວິຊ ກ່າວວ່າ: “ ຂ້ອຍຂໍໂທດທີ່ບໍ່ໄດ້ມາພົບທຸກຄົນທີ່ ອິນດຽນ ເວລສ໌ ແລະ ຫຼິ້ນທາມກາງຫາດຊາຍ ເຊິ່ງເປັນສະໜາມທີ່ຂ້ອຍຮັກມັກ, ແຕ່ຫວັງວ່າຈະໄດ້ພົບກັບທຸກຄົນອີກໃນປີໜ້າ ”.