ຣີລ ມາດຣິດ ບໍ່ຍອມງ່າຍໆເລັ່ງຄວ້າ ເອັມບັບເປ ປີໃໝ່ 2022

413
PSG's Kylian Mbappe reacts during the French League One soccer match between Rennes and Paris Saint-Germain at the Roazhon Park stadium in Rennes, France, Sunday, Oct. 3, 2021. (AP Photo/Jeremias Gonzales)

ຟລໍເຣນຕິໂນ ເປເຣຊ ປະທານສະໂມສອນຂອງ ຣີລ ມາດຣິດ ບອກກຽມຄວ້າ ຄິລິຢັນ ເອັມບັບ ກອງໜ້າຂອງ ປາຣີສ ແຊງແຊກແມງ ມາຮ່ວມທີມໃນຕະຫຼາດຊື້-ຂາຍ ໃນເດືອນມັງກອນ 2022.

ຈາກປະເດັນກ່ອນໜ້ານີ້ທີ່ ເອັມບັບເປ ຫາກໍເປີດໃຈຜ່ານສື່ວ່າ: ຕ້ອງການຍ້າຍຈາກ ປາຣີສ ໃນຕະຫຼາດຊື້-ຂາຍນັກເຕະທີ່ຜ່ານມາ ຂະນະທີ່ ຣີລ ມາດຣິດ ທີມໃນຝັນຂອງ ເອັມບັບເປ ຍື່ນຂໍ້ສະເໜີເຖິງ 2 ຄັ້ງ ແຕ່ຖືກ ປາຣີສ ປະຕິເສດທັງໝົດ.

ຫຼ້າສຸດ ເປເຣຊ ປະທານສະມໂສອນ ຣີລ ມາດຣິດ ເປີດເຜີຍວ່າ: “ ເດືອນມັງກອນປີ 2022 ພວກເຮົາຈະໄດ້ຂ່າວຈາກຝັ່ງຂອງ ເອັມບັບເປ ແລະ ພວກເຮົາຫວັງວ່າມັນຈະເກີດຂຶ້ນໃນວັນທີ 1 ມັງກອນ 2022 ທຸກຢ່າງຈະໄດ້ຮັບຄໍາຕອບ ”.
ຮູບຈາກ: AP