ສຳນັກຂ່າວຕ່າງປະເທດລາຍງານວ່າ ຜູ້ຊ່ຽວຊານຄາດການວ່າ ປີ 2021 ນີ້ ບໍລິສັດເມີກ ແອນໂຄ ເຊິ່ງເປັນບໍລິສັດຜະລິດຢາລາຍໃຫຍ່ຂອງສະຫະລັດ ຈະມີລາຍໄດ້ຈຳນວນມະຫາສານ ຈາກການຈຳໜ່າຍຢາ ໂມນູພີຣາເວຍ (molnupiravir) ທີ່ກຳລັງໄດ້ຮັບຄວາມສົນໃຈຈາກທົ່ວໂລກໃນຂະນະນີ້.
ທັງນີ້ ຢາ molnupiravir ເປັນຢາປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ເຊິ່ງບໍລິສັດເມີກ ລະບຸວ່າ ຢາດັ່ງກ່າວມີປະສິດທິພາບໃນການຕ້ານໄວຣັສໂຄວິດ-19 ທຸກສາຍພັນ ລວມທັງສາຍພັນເດວຕ້າ ແລະ ສາມາດຫຼຸດຄວາມສ່ຽງຂອງຜູ້ຕິດເຊື້ອໃນການເຂົ້າປິ່ນປົວຢູ່ໂຮງໝໍ ຫຼື ຫຼຸດຄວາມສ່ຽງການເສຍຊີວິດລົງເຖິງ 50%. ເຖິງແມ່ນວ່າ ຂະນະນີ້ ຢາດັ່ງກ່າວຍັງບໍ່ໄດ້ຮັບຮອງຈາກອົງການອາຫານ ແລະ ຢາ ຂອງສະຫະລັດ (FDA) ແຕ່ຫຼາຍປະເທດທົ່ວໂລກໄດ້ເລີ່ມເຈລະຈາ ແລະ ສັ່ງຊື້ຢາດັ່ງກ່າວມາໄວ້ນຳໃຊ້ແລ້ວ ເປັນຕົ້ນແມ່ນ ຍີ່ປຸ່ນ, ໄທ, ມາເລເຊຍ, ຟີລິບປິນ, ສ ເກົາຫຼີ ແລະ ອີກຫຼາຍປະເທດ.
ສ່ວນສະຫະລັດອາເມຣິກາ ໄດ້ສັ່ງຊື້ຢາດັ່ງກ່າວຈຳນວນ 1,7 ລ້ານຄອສ ຫຼື ປະມານ 68 ລ້ານເມັດ ໃນວົງເງິນ 1.200 ລ້ານໂດລາສະຫະລັດ, ສະເລ່ຍລາຄາຄອສລະ 700 ໂດລາສະຫະລັດ. ທັງນີ້ ຢາ 1 ຄອສ ປະກອບດ້ວຍຢາ molnupiravir ຈຳນວນ 40 ເມັດ ສຳລັບຜູ້ປ່ວຍ 1 ຄົນ ໂດຍຄົນເຈັບຈະກິນຢາວັນລະ 2 ຄັ້ງ ຄັ້ງລະ 4 ເມັດ ເປັນເວລາ 5 ວັນ.
ບໍລິສັດເມີກ ໄດ້ເລີ່ມຜະລິດຢາ molnupiravir ເພື່ອຈຳໜ່າຍແລ້ວ ໂດຍຄາດວ່າ ຈະສາມາດຜະລິດໄດ້ 10 ຄອສ ພາຍໃນທ້າຍປີນີ້ ເຊິ່ງຈະເຮັດໃຫ້ບໍລິສັດມີລາຍໄດ້ຈາກການຈຳໜ່າຍຢາດັ່ງກ່າວສູງເຖິງ 7 ຕື້ໂດລາສະຫະລັດ. ປັດຈຸບັນບໍລິສັດເມີກ ກຳລັງຍື່ນເອກະສານ ເພື່ອຂໍອະນຸມັດນຳໃຊ້ຢາແບບສຸກເສີນຈາກ FDA.