ເກັບກ່ຽວຜົນຜະລິດ! ແມ່ນຄວາມຫວັງຕໍ່ຍອດປີໜ້າຂອງຊາວກະສິກອນ

430

ອີງຕາມການລາຍງານຂອງ ທ່ານ ຄຳວິໄລ ສຸລິຍະມາດ ຫົວໜ້າຫ້ອງການກະສິກຳ-ປ່າໄມ້ ເມືອງອາດສະພອນ ໃຫ້ຮູ້ວ່າ: ການເກັບກ່ຽວເຂົ້ານາປີຂອງຊາວນາເມືອງອາດສະພອນ ແຂວງສະຫວັນນະເຂດ ເຊິ່ງໃນປະຈຸບັນປະຊາຊົນບ້ານຕ່າງໆໃນທົ່ວເມືອງ ແມ່ນໄດ້ເລີ່ມລົງມືເກັບກ່ຽວເຂົ້ານາດໍແລ້ວ.

ການເກັບກ່ຽວໄດ້ເລີ່ມມາແຕ່ທ້າຍເດືອນກັນຍາ ເປັນຕົ້ນມາ ແລະ ຮອດປະຈຸບັນສາມາດເກັບກ່ຽວເຂົ້ານາປີ ໄດ້ແລ້ວ 1.855 ເຮັກຕາ, ເທົ່າກັບ 9,83% ຂອງເນື້ອທີ່ປູກເຂົ້ານາປີທັງໝົດ 18.300 ເຮັກຕາ, ໃນນັ້ນມີເນື້ອທີ່ເຂົ້ານາດໍທັງໝົດແມ່ນ 2.600 ເຮັກຕາ, ສາມາດເກັບກ່ຽວສຳເລັດແລ້ວເທົ່າກັບ 71,34% ແລະ ສາມາດເກັບກູ້ພືດລະດູຝົນໄດ້ແລ້ວ 1.452 ກວ່າເຮັກຕາ, ໃນເນື້ອທີ່ປູກພືດລະດູຝົນທັງໝົດ 2.640 ເຮັກຕາ, ເທົ່າກັບ 55,01%ຂອງເເນື້ອທີ່.

ພືດທີ່ປູກໃນລະດູຝົນມີ: ສາລີ 104,60 ເຮັກຕາ, ໝາກເຜັດ 99,84 ເຮັກຕາ, ໝາກເຫຼັ່ນ 80,40 ເຮັກຕາ, ໝາກແຕງ 95,83 ເຮັກຕາ, ໝາກບວບ 80,75 ເຮັກຕາ, ຜັກຕ່າງໆ 99,40 ເຮກຕາ, ໝາກໂມ 103,50 ເຮັກຕາ, ໝາກເຂືອ 90,65 ເຮັກຕາ, ເຜືອກ-ມັນ 79,60 ເຮັກຕາ, ຖົ່ວດິນ 70,10 ເຮັກຕາ, ໝາກນັດ 104,80 ເຮັກຕາ, ໝາກຫຸ່ງ 90,30 ເຮັກຕາ, ໝາກກ້ວຍ 95,60 ເຮັກຕາ, ໝາກນາວ 70,10 ເຮັກຕາ, ໄມ້ໃຫ້ໝາກ 94,20 ເຮັກຕາ

ໂດຍທີ່ຜ່ານມາ ທາງຫ້ອງການກະສິກຳ-ປ່າໄມ້ກໍ່ໄດ້ນຳວິຊາການລົງຕິດຕາມຢ່າງໃກ້ຊິດ ພ້ອມທັງໄດ້ແນະນຳວິທີບົວລະບັດຮັກສາຊ່ວຍພໍ່ແມ່ປະຊາຊົນ ແລະຊຸກຍູ້ໃຫ້ເກັບກ່ຽວເຂົ້ານາປີ ແລະພືດຜັກຕ່າງໆໃຫ້ທ່ວງທັນຕາມລະດູການ ແລະໄດ້ຮັບຜົນຜະລິດເຕັມເມັດເຕັມໜ່ວຍ, ເພື່ອຄ້ຳປະກັນສະບຽງອາຫານຂອງພໍ່ແມ່ປະຊາຊົນໃຫ້ກຸ້ມກິນ, ມີສ່ວນແຮໄວ້ ແລະຂາຍເປັນສິນຄ້າຕື່ມອີກ

ຂ່າວຈາກ: ວິທະຍຸກະຈາຍສຽງ ແຂວງ ສະຫວັນນະເຂດ