ລາຍລະອຽດ ແລະ ຈຸດກວດພົບຜູ້ຕິດເຊື້ອໃນຊຸມຊົນ 468 ຄົນ, ນະຄອນຫຼວງວຽງຈັນ 206 ຄົນ, ຫຼວງພະບາງ 96 ຄົນ

406

ສໍາລັບຂໍ້ມູນໂດຍຫຍໍ້ຜູ້ຕິດເຊື້ອໂຄວິດໃນຊຸມຊົນທັງໝົດ 468 ຄົນ ປະຈໍາວັນທີ 6 ຕຸລາ 2021 ຕາມການຖະແຫຼງຂອງທ່ານ ທ່ານ ດຣ. ສີສະຫວາດ ສຸທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ມີດັ່ງນີ້
1 ນະຄອນຫຼວງ 206 ຄົນ ຈາກ ເມືອງຈັນທະບູລີ ມີ 8 ບ້ານ, ເມືອງສີໂຄດຕະບອງ ມີ 12 ບ້ານ, ເມືອງໄຊເສດຖາ ມີ 06 ບ້ານ, ເມືອງສີສັດຕະນາກມີ 8 ບ້ານ, ເມືອງນາຊາທອງ ມີ 8 ບ້ານ, ເມືອງໄຊທານີ ມີ 14 ບ້ານ ແລະ ເມືອງຫາດຊາຍຟອງ ມີ 7 ບ້ານ

2 ຫຼວງພະບາງ 96 ຄົນ ຈາກ ເມືອງນໍ້າບາກ ມີ 30 ຄົນ (ທັງໝົດເຮັດວຽກຢູ່ສວນກ້ວຍຈີນ ບ້ານນະຄອນ) ບ້ານໂພນສະອາດ ມີ 22 ຄົນ (ພະນັກງານສາທາທັງໝົດ), ບ້ານນໍ້າຖ້ວມ ມີ 01 ຄົນ, ບ້ານຟ້າ ມີ 04 ຄົນ, ບ້ານນໍ້າລາ ມີ 02 ຄົນ, ບ້ານໂພນໄຊ ມີ 01 ຄົນ
ເມືອງງອຍ ມີ 57 ຄົນ ບ້ານເຄື່ອນນໍ້າອູ່ 23 ຄົນ (ກຳມະກອນ ເຮັດວຽກຢູ່ເຂື່ອນນ້ຳອູ 3), ບ້ານໜອງຂຽວ ມີ 17 ຄົນ, ບ້ານປາກບາກ ມີ 17 ຄົນ ນະຄອນຫລວງພະບາງ ມີ 4 ຄົນ (ບ້ານພູຊ້າງ, ບ້ານເມືອງງາ, ບ້ານສັງກະໂລກ ແລະ ບ້ານ ວັດທາດ ມີ ບ້ານລະ 1 ຄົນ),
ເມືອງຊຽງເງີນ ມີ 4 ຄົນ (ບ້ານຊຽງເງີນ), ເມືອງນານ ມີ 1 ຄົນ (ບ້ານໂພນໄຊ)

3 ບໍ່ແກ້ວ 78 ຄົນ ຈາກ ເມືອງ ຫ້ວາຍຊາຍ, ບ້ານ ໂພນງາມ 7 ຄົນ ແລະ ບ້ານ ໂພນໂຮມ 1 ຄົນ ແລະ ກຳມະກອນກໍ່ສ້າງສະໜາມບິນ ເຂດເສດຖະກິດພິເສດ 70 ຄົນ ຊື່ງແມ່ນຄົນພະມ້າທັງໝົດ
4 ສະຫວັນນະເຂດ 58 ຄົນ ນະຄອນໄກສອນ ມີ 46 ຄົນ, ເມືອງອຸທຸມພອນ ມີ 10 ຄົນ, ເມືອງອາດສະພັງທອງ ມີ 01 ຄົນ
5 ແຂວງວຽງຈັນ 17 ຄົນ ເມືອງວັງວຽງ ມີ 11 ຄົນ (ບ້ານຫ້ວຍແຍ້ ມີ 06 ຄົນ; ບ້ານໂພນຊູ ມີ 04 ຄົນ ແລະ ບ້ານວັງວຽງ ມີ 01 ຄົນ) ເມືອງວຽງຄໍາ ມີ 03 ຄົນ (ບ້ານໂພນໝີໃຕ້) ແລະ ເມືອງແກ້ວອຸດົມ ມີ 03 ຄົນ (ບ້ານແສງສະຫວ່າງ)

6 ຈໍາປາສັກ 7 ຄົນ ນະຄອນປາກເຊ ມີ 03 ຄົນ (ບ້ານຊົ້ງໃຫ່ຍ, ບ້ານສະພານໄຊ ແລະ ບ້ານໂນນສະຫວ່າງ ມີບ້ານລະ 01 ຄົນ), ເມືອງບາຈຽງຈະເລີນສຸກ ມີ 02 ຄົນ (ບ້ານລົ່ມສັກເໜຶອ ແລະ ບ້ານຫ້ວຍລຶສີ ມີບ້ານລະ 01 ຄົນ), ເມືອງໂພນທອງ ມີ 01 ຄົນ (ບ້ານໃໝ່ສີວິໄລ), ເມືອງປະທຸມພອນ ມີ 01 ຄົນ (ບ້ານນາສາຍຄໍາ)
7 ຄໍາມ່ວນ 4 ຄົນ ບ້ານ ໂພນສູງ 2 ຄົນ ແລະ ບ້ານ ລໍາມະລາດ 2 ຄົນ (ໃນນີ້ ມີຜູ້ຍິງຖືພາສາມເດືອນໜຶ່ງຄົນ)
8 ຊຽງຂວາງ 2 ຄົນ ຊື່ງໄດ້ສໍາຜັດໃກ້ຊິດກັບຄົນຕິດເຊື້ອທີ່ໄປຮ່ວມງານເຮືອນດີຢູ່ບ້ານຫໍສິມ

ສໍາລັບຜູ້ຕິດເຊືື້ອໃນຊຸມຊົນເຫຼົ່ານີີ້ ແມ່ນທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.
ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 16 ຄົນ ຄື 7 ຄົນ ຈາກສະຫວັນນະເຂດ, ນະຄອນຫຼວງວຽງຈັນ 7 ຄົນ ແລະ ຈາກ ແຂວງບໍ່ແກ້ວ 2 ຄົນ, ເຊິ່ງທັງໝົດນັ້ນແມ່ນໄດ້ມີການເກັບຕົວຢ່າງແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ ແລະ ເມື່ອຜົນກວດຕົວຢ່າງເປັນບວກພວກກ່ຽວໄດ້ ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

ມາຮອດວັນທີ 5 ຕຸລານີ້ ຕົວເລກຜູ້ຕິດເຊື້ອ ພະຍາດໂຄວິດ-19 ສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 26.462 ຄົນ, ເສຍຊີວິດສະສົມ 23 (1 ໃໝ່), ປິ່ນປົວດີ ແລະ ກັບບ້ານ ມີ 284 ຄົນ ແລະ ຍັງສືບຕໍ່ປິ່ນປົວ 6.558 ຄົນ.