ທະຄານໂລກ ປັບຫຼຸດການຂະຫຍາຍຕົວເສດຖະກິດ ສປປລາວປີ2021 ຈາກ4,0% ມາເປັນ2,2% ຈາກຜົນກະທົບການແຜ່ລະບາດໂຄວິດ-19 ຮອບໃໝ່

940

ທະນາຄານໂລກ ຊີ້ການຟື້ນຟູເສດຖະກິດຢູ່ພາກພື້ນອາຊີຕາເວັນອອກແລະປາຊີຟິກ ໄດ້ຖືກຈໍາກັດຈາກບັນຫາການແຜ່ລະບາດຂອງພະຍາດໂຄ ວິດ-19 ສາຍພັນເດວຕ້າ ເປັນຜົນເຮັດໃຫ້ ຄົວເຮືອນ ແລະ ວິສາຫະກິດ ຍັງຄົງສືບຕໍ່ຜະເຊີນສະພາບຄວາມຫຍຸ້ງຍາກ ເຊິ່ງໜ້າຈະເຮັດໃຫ້ການຂະຫຍາຍຕົວຂອງເສດຖະກິດຊ້າລົງ.


ນອກນັ້ນທະຄານໂລກຍັງປັບຫຼຸດການຂະຫຍາຍຕົວຂອງເສດຖະກິດ ສປປລາວໃນປີ2021 ຈາກ4,0%ຂອງການຄາດໃນເດືອນເມສາ ມາເປັນ2,2%ຈາກການຄາດຄະເນຄັ້ງຫຼ້າສຸດ(ເດືອນກັນຍາ) ຈາກຜົນກະທົບຂອງບັນຫາການແຜ່ລະບາດຂອງພະຍາດໂຄ ວິດ-19 ຮອບໃໝ່.ແຕ່ປີ2022 ທະນາຄານໂລກຄາດວ່າເສດຖະກິດ ຈະຂະຫຍາຍຕົວ4,5% ເພີ່ມຂຶ້ນຈາກ4,0%ຂອງການຄາດຄະເນໃນເດືອນເມສາ.

ອີງຕາມບົດລາຍງານເສດຖະກິດຫລ້າສຸຸດ ຂອງພາກພື້ນອາຊີຕາເວັນອອກແລະປາຊີຟິກ ໂດຍທະນາຄານໂລກ ເຫັນວ່າ: ກິດຈະກໍາເສດຖະກິດ ເລີ່ມມີທ່າຂະຫຍາຍຕົວຊ້າລົງ ໃນໄຕມາດທີສອງຂອງປີ 2021, ສ່ວນຕົວເລກຄາດຄະເນການຂະຫຍາຍຕົວທາງດ້ານເສດຖະກິດຂອງຫຼາຍປະເທດໃນພາກພື້ນ ກໍຖືກດັດປັບຕົວເລກລົງ. ເຖິງວ່າເສດຖະກິດຂອງປະເທດຈີນ ໄດ້ຮັບການຄາດຄະເນວ່າ ຈະຂະຫຍາຍຕົວທີ່ລະດັບ 8,5% ແຕ່ເສດຖະກິດຂອງປະເທດ ອື່ນໆໃນພາກພື້ນ ຖືກຄາດຄະເນວ່າ ຈະຂະຫຍາຍຕົວພຽງ 2,5% ເຊິ່ງຕໍ່າກ່ວາຕົວເລກຄາດຄະເນ ເມື່ອເດືອນເມສາ 2021 ເຖິງສອງຈຸດສ່ວນຮ້ອຍ. ອັດຕາການຈ້າງງານ ແລະ ການມີສ່ວນຮ່ວມໃນກໍາລັງແຮງງານກໍ່ຫຼຸດລົງ ເຊິ່ງເຮັດໃຫ້ປະຊາກອນໃນພາກພື້ນ ປະມານ 24 ລ້ານຄົນ ຈະບໍ່ສາມາດຫຼຸດພົ້ນຈາກຄວາມທຸກຍາກໄດ້ ໃນປີ 2021.

["]

ທ່ານ ມານູແອວລາ ເຟີໂຣ (Manuela Ferro) ຮອງປະທານທະນາຄານໂລກ ທີ່ີຮັບຜິດຊອບພາກພື້ນອາຊີຕາເວັນອອກແລະປາຊີຟິກກ່າວວ່າ: “ການຟື້ນຟູເສດຖະກິດ ຂອງບັນດາປະເທດກໍາລັງພັດທະນາໃນພາກພື້ນອາຊີຕາເວັນອອກແລະປາຊີຟິກ ຜະເຊີນໂຊກຊະຕາຖອຍຫຼັງ”. ພ້ອມນີ້ ທ່ານຍັງໄດ້ກ່າວຕື່ມອີກ່ວາ: “ເຖິງວ່າ ໃນປີ 2020 ພາກພື້ນນີ້ ສາມາດຈໍາກັດບັນຫາການລະບາດຂອງພະຍາດໂຄວິດ-19 ຂະນະທີ່ ພາກພື້ນອື່ນໆໃນໂລກ ພົບຄວາມຫຍຸ້ງຍາກ, ແຕ່ກໍລະນີການຕິດເຊື້ອທີ່ເພີ່ມສູງຂຶ້ນໃນປີ 2021 ໄດ້ເຮັດໃຫ້ໂອກາດຂະຫຍາຍຕົວຂອງເສດຖະກິດພາກພື້ນນີ້ໃນປີ 2021 ຫຼຸດລົງ. ຢ່າງໃດກໍຕາມ, ພາກພື້ນນີ້ ເຄີຍຜ່ານພົ້ນວິກິດຕ່າງໆໃນໄລຍະຜ່ານມາ ໄດ້ຢ່າງເຂັ້ມແຂງມາກ່ອນ, ສະນັ້ນ ດ້ວຍນະໂຍບາຍທີ່ຖືກຕ້ອງ, ພາກພື້ນນີ້ ຈະສາມາດຟື້ນຕົວໄດ້ອີກຄັ້ງ”.

ອີງຕາມຂໍ້ສະຫລຸບໃນບົດລາຍງານດັ່ງກ່າວ ເຫັນວ່າ: ຄວາມເສຍຫາຍທີ່ເກີດຈາກການເພີ່ມຂຶ້ນແລະການສືບຕໍ່ລະບາດຂອງພະຍາດໂຄວິດ-19 ມີຄວາມເປັນໄປໄດ້ສູງທີ່ຈະກະທົບຕໍ່ການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ເຮັດໃຫ້ຄວາມບໍ່ສະເໝີພາບໃນສັງຄົມເພີ່ມສູງຂຶ້ນໃນໄລຍະຍາວ. ຄວາມຫຼົ້ມເເຫວຂອງບັນດາວິສາຫະກິດທີ່ສາມາດດໍາເນີນທຸລະກິດໄດ້ ຫາກບໍ່ຜະເຊີນກັບສະພາບເງື່ອນໄຂປັດຈຸບັນ ເປັນຜົນເຮັດໃຫ້ເກີດການສູນເສຍຊັບສິນທີ່ມີຄຸນຄ່າ ສ່ວນວິສາຫະກິດທີ່ຢູ່ລອດ ກໍພາກັນເລື່ອນການລົງທຶນໃສ່ການຜະລິດ. ວິສາຫະກິດຂະໜາດນ້ອຍ ແມ່ນພາກສ່ວນທີ່ຖືກກະທົບໜັກທີ່ສຸດ. ຂະນະທີ່ວິສາຫະກິດຫຼາຍແຫ່ງ ຜະເຊີນຄວາມຫຍຸ້ງຍາກ, ວິສາຫະກິດຂະໜາດໃຫຍ່ ໜ້າຈະຜະເຊີນກັບການຫຼຸດລົງຂອງຍອດຂາຍ ຫຼື ລາຍໄດ້, ແລະ ເປັນໄປໄດ້ສູງທີ່ເຂົາເຈົ້າ ຈະໝູນໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ.

ທ່ານ ອາດິດຢາ ມັດທູ (Aaditya Mattoo) ຫົວໜ້ານັກເສດຖະສາດ ທະນາຄານໂລກປະຈໍາພາກພື້ນອາຊີຕາເວັນອອກແລະປາຊີຟິກ ກ່າວວ່າ: “ການເລັ່ງສັກວັກແຊັງ ແລະ ການກວດຫາເຊື້ອ ເພື່ອຄວບຄຸມການຕິດຕໍ່ຂອງພະຍາດໂຄວິດ-19 ຈະສາມາດຟື້ນຟູກິດຈະກໍາເສດຖະກິດ ໃຫ້ແກ່ບັນດາປະເທດ ທີ່ກໍາລັງພະເຊີນສະພາບຄວາມຫຍຸ້ງຍາກທາງເສດຖະກິດໄດ້ໄວສຸດພາຍໃນຫົກເດືອນຕົ້ນປີ ຂອງ ປີ 2022, ແລະ ສາມາດເຮັດໃຫ້ອັດຕາການຂະຫຍາຍຕົວຂອງເຂດຖະກິດ ເພີ່ມເປັນສອງທົບໄດ້ໃນປີໜ້າ”. ພ້ອມນີ້ ທ່ານຍັງໄດ້ກ່າວຕື່ມອີກ່ວາ: “ແຕ່ໃນໄລຍະຍາວ, ມີພຽງແຕ່ການປະຕິຮູບລວງເລິກເທົ່ານັ້ນ ທີ່ຈະສາມາດປ້ອງກັນບໍ່ໃຫ້ເກີດສະພາບເສດຖະກິດຂະຫຍາຍຕົວຊ້າ ແລະ ບໍ່ໃຫ້ຄວາມສະເໝີພາບໃນສັງຄົມເພີ່ມຂຶ້ນ, ເຊິ່ງເປັນຮູບການປະສົມປະສານການປະຕິຮູບແກ້ໄຂບັນຫາສອງສົ້ນ ທີ່ຍັງບໍ່ທັນປະກົດໃຫ້ເຫັນເທື່ອຢູ່ໃນພາກພື້ນນີ້ ພາຍໃນສັດຕະວັດນີ້”.

ບົດລາຍງານສະບັບນີ້ ປະເມີນວ່າ: ປະເທດສ່ວນໃຫຍ່ໃນພາກພື້ນ ເຊິ່ງລວມທັງ ອິນໂດເນເຊຍ ແລະ ຟີລິບປິນ ຈະສາມາດສັກວັກແຊັງເພື່ອເພີ່ມອັດຕາການປົກຄຸມໃຫ້ກວມເອົາຫຼາຍກ່ວາ 60 ສ່ວນຮ້ອຍຂອງປະຊາກອນໃນປະເທດໄດ້ ພາຍໃນຫົກເດືອນຕົ້ນປີຂອງ ປີ 2022. ເຖິງວ່າ ອັດຕາປົກຄຸມຂອງການສັກວັກແຊັງ ອາດຈະບໍ່ລຶບລ້າງບັນຫາການຕິດເຊື້ອ ແຕ່ກໍຈະເຮັດໃຫ້ອັດຕາການຕາຍຈາກພະຍາດອັກເສບປອດສາຍພັນໃໝ່ ຫຼຸດລົງໄດ້ຢ່າງຫຼວງຫຼາຍ ຖືເປັນການຊ່ວຍໃຫ້ສາມາດກັບຄືນໄປດໍາເນີນກິດຈະກໍາເສດຖະກິດໄດ້.

ຢ່າງໃດກໍຕາມ, ພາກພື້ນດັ່ງກ່າວ ຍັງຈະຕ້ອງເພີ່ມຄວາມພະຍາຍາມຢ່າງເອົາຈິງເອົາຈັງໃນສີ່ດ້ານ ເພື່ອແກ້ໄຂພະຍາດໂຄວິດ-19 ໃນໄລຍະຍາວຄື: (1) ແກ້ໄຂບັນຫາຄວາມລັງເລບໍ່ໄປສັກວັກແຊັງ ແລະ ແກ້ທຸກຂໍ້ຈໍາກັດດ້ານຄວາມສາມາດກະຈາຍວັກແຊັງໃຫ້ທົ່ວເຖິງ ເພື່ອປ້ອງກັນບໍ່ໃຫ້ເກີດສະພາບທີ່ບໍ່ສາມາດເພີ່ມຂອບເຂດການປົກຄຸມຂອງການສັກວັກແຊັງໄດ້; (2) ປັບປຸງການກວດຫາເຊື້ອ, ການຕິດຕາມ, ແລະ ການແຍກດ່ຽວ ເພື່ອຄວບຄຸມການຕິດເຊື້ອ; (3) ເພີ່ມການຜະລິດວັກແຊັງພາຍໃນພາກພື້ນ ເພື່ອຫຼຸດຜ່ອນການເອື່ອຍອີງໃສ່ການນໍາເຂົ້າວັກແຊັງຈາກພາກພື້ນອື່ນ; ແລະ (4) ສ້າງຄວາມເຂັ້ມແຂງໃຫ້ລະບົບສາທາ ເພື່ອໃຫ້ສາມາດຮັບມືກັບການສືບຕໍ່ຂອງພະຍາດດັ່ງກ່າວ. ຈໍາເປັນຕ້ອງມີການຊ່ວຍ ເຫຼືອສາກົນ ເພື່ອສະໜັບສະໜູນຄວາມພະຍາຍາມພາຍໃນຂອງປະເທດ ໃນທັງສີ່ຂົງເຂດ ທີ່ໄດ້ກ່າວມານັ້ນ, ເວົ້າສະເພາະການຊ່ວຍເຫຼືອສາກົນໃຫ້ບັນດາປະເທດ ທີ່ມີຄວາມສາມາດຈໍາກັດ.

ນອກຈາກຄວາມພະຍາຍາມຈໍາກັດພະຍາດລະບາດໂຄວິດ-19 ແລ້ວ, ຍັງຈໍາເປັນຕ້ອງມີຍຸດທະສາດຮອບດ້ານ ເພື່ອກະຕຸ້ນການຂະຫຍາຍຕົວຂອງເສດຖະກິດ ແລະ ຮັບປະກັນວ່າ: ເສດຖະກິດມີການຂະຫຍາຍຕົວເພື່ອຜົນປະໂຫຍດຂອງພົນລະເມືອງທຸກຄົນ. ບົດລາຍງານສະບັບນີ້ ໄດ້ລະບຸ ການເລັ່ງໝູນໃຊ້ເຕັກໂນໂລຊີ ໃນຖານະເປັນວິທີທາງແກ້ໄຂ ວິກິດດັ່ງກ່າວ ເຊິ່ງຈະເປັນການຊ່ວຍກະຕຸ້ນຜະລິດຕະພາບ, ເຮັດໃຫ້ທຸກຄົນເຂົ້າເຖິງການສຶກສາຮຽນຮູ້, ແລະ ຊ່ວຍຫັນປ່ຽນບັນດາການຈັດຕັ້ງຂອງລັດ. ຢ່າງໃດກໍດີ, ນອກຈາກນີ້ແລ້ວ ຍັງຈໍາເປັນຕ້ອງມີການປະຕິຮູບສົມທົບອື່ນໆ ປະກອບສ່ວນຊ່ວຍຍູ້ໜູນກັນໄປ. ການຊ່ວຍວິສາຫະກິດໃຫ້ມີທັກສະຄວາມສາມາດໝູນໃຊ້ເຕັກໂນໂລຊີໃນການດໍາເນີນທຸລະກິດຂອງເຂົາເຈົ້າ ຕ້ອງໄປຄຽງຄູ່ກັບ ການເປີດກວ້າງນະໂຍບາຍດ້ານການຄ້າ, ການລົງທຶນ, ແລະ ການສົ່ງເສີມການແຂ່ງຂັນ ທີ່ຈະສ້າງຄວາມເຂັ້ມແຂງໃຫ້ແຮງຈູງໃຈສໍາລັບວິສາຫະກິດຕ່າງໆ ໃຫ້ພາກັນໝູນໃຊ້ເຕັກໂນໂລຊີໃໝ່ໆ. ພ້ອມນັ້ນ, ການ ຈັດຕັ້ງປະຕິບັດການປະຕິຮູບທີ່ແກ່ຍາວມາດົນໃນຂະແໜງສຶກສາ ເພື່ອປັບປຸງຄຸນນະພາບການສອນ ແລະ ຄວາມສອດ ຄ່ອງຂອງຫຼັກສູດການຮຽນການສອນ ຍັງຈະສາມາດຮັບປະກັນໃຫ້ຄົນໃນວົງກວ້າງສາມາດໄດ້ຮັບຜົນປະໂຫຍດຈາກເຕັກໂນໂລຊີໃໝ່ໆທີ່ຮັບໃຊ້ຂົງເຂດການຮຽນການສອນ.