ຄວ້າມົງກຸດມາແລ້ວເຖິງ 2ເວທີ ມາຄັ້ງນີ້ເພື່ອມົງ 3ໄປຄອງ ຫລືບໍ່! ເຊຍຫນັກແຮງ ໂຢ່ໂຢ້ ວານີພອນ ຫມາຍເລກ 33

914

ເມື່ອສາວງາມຄົນນີ້ລົງເວທີໃດແຟນໆຈະເຊຍຫນັກແຮງ ເພາະມີຄວາມພຽບພ້ອມໃນຫລາຍດ້ານ ແລະ ທີ່ສໍາຄັນຜູ້ເຂົ້າປະກວດນໍາກັນຕ້ອງມີຫນາວ ເພາະສາວງາມຄົນນີ້ຄວ້າຕໍາແຫນ່ງມາແລ້ວເຖິງສອງເວທີໃຫຍ່ດ້ວຍກັນ ຮູ້ຈັກກັບ ວານີພອນ ພູມີໄຊ ຫລື ໂຢ່ໂຢ້ ໝາຍເລກ 33 ປັດຈຸບັນອາຍຸ 26ປີ , ໂຕເເທນນະຄອນຫຼວງວຽງຈັນ ຈົບປະລິນຍາຕີ ຢູ່ທີ່ຄະນະວິສະວະກຳສາດ ສາຂາໂທລະຄົມມະນາຄົມ ເເລະ ການສື່ສານ.

ສໍາລັບ ໂຢ່ໂຢ້ເຄີຍຜ່ານເວທີປະກວດ Miss Vientiane ຫລື ນາງສາວ ນະຄອນຫຼວງວຽງຈັນ 2017 ເເລະ ເວທີ Miss Tourism Queen Laos 2018 ທີ່ສໍາຄັນທັງສອງເວທີນັ້ນ ໂຢ່ໂຢ້ ກໍສາມາດຄວ້າຕໍາແຫນ່ງຊະນະເລີດທັ້ງນັ້ນ ແລະ ເຮົາມາລຸ້ນນໍາກັນວ່າການມາເທື່ອນີ້ຈະເປັນການເດີນຫນ້າຄວ້າມົງກຸດທີສາມ ຈາກເວທີ Miss Universe Laos 2021 ມາຄອບຄອງໄດ້ຫລືບໍ່.

ຄະຕິປະຈຳໃຈຂອງໂຢ່ເເມ່ນ ‘’ຢ່າຢືດຕິດກັບອາດີດ ເເຕ່ຈົ່ງກ້າວໄປຂ້າງໜ້າກັບຄວາມຫວັງ’’ , ແລະ ເຫດຜົນທີ່ເຮັດໃຫ້ເລືອກມາເວທີນີ້ ຍ້ອນເປັນເວທີທີ່ສຸດເເລ້ວເປັນເວທີລະດັບຈັກກະວານ ເເລະ ເປັນຄວາມໃຝ່ຝັນມາເເຕ່ນ້ອຍເລີຍ ຄິດວ່າຈັກມື້ໜຶ່ງຢາກຈະໄປຢືນຢູ່ຈຸດນັ້ນ ເພາະທຸກຄົນທີ່ໄປຢືນຢູ່ຈຸດນັ້ນລ້ວນເເລ້ວວ່າຕ້ອງມີສັກກະຍະພາບ, ມີຄວາມສາມາດ ແລະ ຄວາມສະຫງ່າງາມທີ່ໂດດເດັ່ນ.

ສິ່ງທີ່ໂຢ່ຢາກຈະໂຊອອກສູ່ສາຍຕາທຸກຄົນຄື ຄວາມຄິດທີ່ເປັນຕົວຂອງຕົວເອງ ເເລະ ຄວາມໝັ້ນໃຈທີ່ສຸດ(ຢາກສານຄວາມຝັນຕອນຍັງນ້ອຍໃຫ້ເປັນຈິງ) ສຳລັບຈຸດເດັ່ນຂອງຕົນເອງຄິດວ່າໜ້າຈະເປັນຄວາມຕັ້ງໃຈ, ພະຍາຍາມ ເເລະ ການບໍ່ຍອມເເພ້ກັບຫຍັງງ່າຍໆ ພ້ອມບວກກັບຄວາມຮູ້ ແລະ ປະສົບການຕ່າງໆທີ່ຜ່ານມາ ຫວັງວ່າຈະສາມາດເອົາຊະນະໃຈຄະນະກໍາມະການໄດ້ຢ່າງແນ່ນອນ.

ການກຽມໂຕຂອງໂຢ່ເເມ່ນ ເເນ່ນອນຢູ່ເເລ້ວ ຫຼັກໆກໍຈະເປັນເລື່ອງຂອງຫຸ່ນ ເເລະ ຮັກສາສຸຂະພາບໂຕເອງໃຫ້ເເຂງເເຮງໄວ້ເພື່ອເຂົ້າປະກວດ ເເລະ ທີ່ສຳຄັນທີ່ສຸດກໍຄືກຽມຄວາມພ້ອມ, ຄວາມໝັ້ນໃຈ, ເປົ້າຫມາຍສໍາຄັນຖ້າໄດ້ຕໍາແຫນ່ງ ສິ່ງທີ່ຢາກຊ່ວຍເຫຼືອສັງຄົມກໍຄື ໂຢ່ຢາກເປັນອາສາສະໝັກຊ່ວຍເຫລືອເດັກນ້ອຍ ເເລະ ຜູ້ສູງອາຍຸ ທີ່ຢູ່ຫ່າງໄກ ຫລື ຊົນນະບົດ ທີ່ການສຶກສາອາດຍັງເຂົ້າບໍ່ເຖິງ ຢາກໃຫ້ໄດ້ຮັບໂອກາດ ເພາະໂຢ່ຄິດວ່າຍັງມີເດັກໆຫຼາຍໆຄົນທີ່ຢາກຮຽນໜັງສື ຫຼື ຍັງຂາດເເຄນ ແລະ ຕ້ອງການໂອກາດນີ້ຢູ່.

ຜົນງານທີ່ຜ່ານມາຂອງໂຢ່ຈະມີຖ່າຍເເບບ , ເດີນເເບບ ບໍ່ວ່າຈະຢູ່ພາຍໃນ ຫຼື ວ່າຕ່າງປະເທດ , ສະເເດງເອັມວີເພງ ເເລະ ມີອື່ນໆອີກຫຼາຍໆຢ່າງ ສຸດທ້າຍນີ້ ໂຢ່ກໍຢາກຝາກທຸກຄົນເປັນກຳລັງໃຈໃຫ້ໂຢ່ໃນການປະກວດຄັ້ງນີ້ເເດ່ເດີ້ ເຖິງຈະມີປະສົບການຜ່ານມາແລ້ວ ເເຕ່ຄັ້ງນີ້ກໍເປັນການທ້າທາຍໃນຊີວິດອີກຄັ້ງ ແລະ  ໂຢ່ຈະສູ້ໃຫ້ເຖິງທີ່ສຸດ ແລະ ນໍາຄວາມສໍາເລັດ ແລະ ສານຝັນໃນຕອນຍັງນ້ອຍໃຫ້ເປັນຈິງ ສໍາລັບ ຊ່ອງທາງໃນການຕິດຕາມ ເຟສບຸກສ່ວນຕົວ YoYo Phoumixay.

 

ຮູບ: YoYo Phoumixay.