ການຄ້າແຂວງບໍລິຄຳໄຊ ກວດກາເຂັ້ມງວດການປະຕິບັດມາດຕະການປ້ອງກັນໂຄວິດ

290

ສະຖານະການການແຜ່ລະບາດຂອງເຊື້ອພະຍາດໂຄວິດ19 ຢູ່ທີ່ແຂວງ ບໍລິຄຳໄຊ ໃນປັດຈຸບັນກໍ່ເຫັນໄດ້ວ່າຍັງພົບຜູ້ຕິດເຊື້ອຢ່າງຕໍ່ເນື່ອງ ແລະ ຫຼ້າສຸດນີ້ໃນແຂວງບໍລິຄຳໄຊມີ 13 ຄົນ ເຊິ່ງໃນນັ້ນ ແມ່ນເປັນການຕິດເຊື້ອຈາກຊຸມຊົນທັງໝົດ ດັ່ງນັ້ນ, ຫຼາຍໆພາກສ່ວນກໍ່ໄດ້ເອົາໃຈໃສ່ ໂດຍສະເພາະໃນຕະຫຼາດທີ່ມີຜູ້ຄົນຈຳນວນຫຼາຍແມ່ນຕ້ອງໄດ້ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ.

ໃນວັນທີ 5 ຕຸລາ 2021 ນີ້ ທ່ານ ໂພສອນ ທະລາພອນ ຄະນະພະແນກອຸດສາຫະກໍາ ແລະ ການຄ້າແຂວງ ພ້ອມດ້ວຍຄະນະ ໄດ້ລົງໄປທີ່ຕະຫຼາດປາກຊັນ ທັງນີ້ ກໍ່ເພື່ອຕິດຕາມ ຫຼື ກວດກາ ການປະຕິບັດຕໍ່ມາດຕະການຕ່າງໆ ຫຼື ການປະຕິບັດທີ່ມີການດຳເນີນການຂອງເຈົ້າຂອງຕະຫຼາດ ແລະ ຊາວຄ້າຂາຍຢູ່ພາຍໃນຕະຫຼາດປາກຊັນ-ອິນດູຈີນ.

ເຊິ່ງວ່າ ທ່ານກໍ່ໄດ້ແນະນຳໃຫ້ຜູ້ປະກອບການ ກໍ່ຄື ບໍລິສັດ ວີເອັນແອວ ໃນນາມຜູ້ເປັນເຈົ້າຂອງຕະຫຼາດ ແລະ ຊາວຄ້າ-ຂາຍຢູ່ໃນຕະຫຼາດໃຫ້ເອົາໃຈໃສ່ກວດກາຄົນເຂົ້າ-ອອກຕະຫຼາດທັງຜູ້ຊື້ ແລະ ຜູ້ຂາຍຢ່າງເຂັ້ມງວດ

ເປັນຕົ້ນການກວດອຸນຫະພູມ, ໃສ່ຜ້າອັດປາກ, ກວດບັດສັກຢາ,ໃຫ້ແຕ່ລະຮ້ານຈຳກັດເຂົ້າ-ອອກຮ້ານຂອງຕົນດ້ວຍການເນັ້ງເຊືອກ ເພື່ອຈຳກັດພື້ນທີ່ໃນການສຳຜັດເຊີ່ງກັນ ແລະ ກັນ, ມີເຈວລ້າງມືໃຫ້ລູກຄ້າ,ຜູ້ຊື້ຜູ້ຂາຍກໍ່ຕ້ອງໄດ້ອັດປາກ,ຖ້າຮ້ານໃດລະເມີດແມ່ນໃຫ້ຢຸດເຊົາຂາຍເຄື່ອງເດັດຂາດ.

ຂ່າວຈາກ: ໜັງສືພິມບໍລິຄຳໄຊ