ເປີດນໍາໃຊ້ ຖານຂໍ້ມູນການຮຽນການສອນ ຄັງປັນຍາລາວ ແພລັດຟອມ ການຮຽນການສອນແບບດິຈີຕອນທຳອິດຂອງ ສປປ ລາວ

1572

ກະຊວງສຶກສາທິການ ແລະ ກິລາ ໄດ້ເປີດນຳໃຊ້ແພລັດຟອມການຮຽນການສອນແບບດິຈີຕອນ “ຄັງປັນຍາລາວ” ຢ່າງເປັນທາງການ ຊຶ່ງເປັນແພລັດຟອມ ການຮຽນການສອນແບບດິຈີຕອນທຳອິດຂອງ ສປປ ລາວ ທີ່ມີຫຼາຍກວ່າ 23 ປະເພດຂອງແບບຮຽນ ແລະ ຫຼາຍກວ່າ 4.400 ບົດຮຽນທີ່ແຕກຕ່າງກັນ.

ພິທີເປີດນຳໃຊ້ແພລັດຟອມທີ່ເປັນຖານການຮຽນການສອນແບບດິຈີຕອນ “ຄັງປັນຍາລາວ” ດັ່ງກ່າວ ໄດ້ມີຂຶ້ນ ໃນວັນທີ 5 ຕຸລາ 2021 ທີ່ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໂດຍມີພາກສ່ວນຕ່າງໆເຂົ້າຮ່ວມ ທັງແບບອັອບລາຍ ແລະ ອອນລາຍ.


ທ່ານ ຮສ.ປອ ພຸດ ສິມມາລາວົງ ກ່າວວ່າ: ຄັງປັນຍາລາວ ປະກອບມີສື່ການຮຽນການສອນສໍາລັບຊັ້ນປະຖົມສຶກສາປີທີ 1 ເຖິງ ຊັ້ນມັດທະຍົມສຶກສາ ປີທີ 7 ແລະ ສື່ການຮຽນການສອນການສຶກສາກ່ອນໄວຮຽນ, ພ້ອມທັງບັນດາແຫຼ່ງຂໍ້ມູນກ່ຽວກັບການຮັກສາຄວາມປອດໄພຈາກພະຍາດ ໂຄວິດ-19 ເເລະ ຄວາມປອດໄພທາງອອນລາຍ.

ນອກຈາກນັ້ນ, ຄັງປັນຍາລາວ ຍັງປະກອບມີສື່ການຮຽນສາກົນໃນຫົວຂໍ້ຕ່າງໆ ເຊັ່ນ: ວິທະຍາສາດ, ເຕັກໂນໂລຊີ, ວິສະວະກໍາ ແລະ ຄະນິດສາດ ທີ່ມີທັງພາສາລາວ ແລະ ພາສາອັງກິດ. ແພລັດຟອມດັ່ງກ່າວ ໄດ້ສືບຕໍ່ປັບປຸງເນື້ອໃນໃໝ່ຢ່າງຕໍ່ເນື່ອງ, ມີຫຼາຍກວ່າ 23 ປະເພດຂອງແບບຮຽນ ແລະ ຫຼາຍກວ່າ 4.400 ບົດຮຽນທີ່ແຕກຕ່າງກັນ.

ທ່ານ ນາງ ດຣ ເພຍ ເຣເບນໂລ ບຣິດໂຕ ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວກ່າວວ່າ: ”ຄັງປັນຍາລາວ ເປັນຕົວແທນໃຫ້ແກ່ຄວາມພະຍາຍາມຂອງພວກເຮົາເພື່ອນຳໃຊ້ຂະບວນການຟື້ນຟູຈາກພະຍາດ ໂຄວິດ-19 ເພື່ອສ້າງນະວັດຕະກຳໃໝ່ໃນລະບົບການສຶກສາ ແລະ ຫັນປ່ຽນລະບົບໃຫ້ປັບຕົວເຂົ້າກັບສະພາບປົກກະຕິແບບໃໝ່ໃນອະນາຄົດ ແລະ ຈິນຕະນາການຄືນໃໝ່ກ່ຽວກັບວິທີການທີ່ພວກເຮົາສາມາດດຳເນີນການສຶກສາສໍາລັບເດັກ. ຄັງປັນຍາລາວ ຈະຊ່ວຍຂະຫຍາຍການເປີດໂອກາດການຮຽນຮູ້ສໍາລັບນັກຮຽນລາວ ໃນສິ່ງໃໝ່ໆ ແລະ ສົ່ງເສີມຄວາມຮູ້ດ້ານດິຈິຕອນໃນໝູ່ນັກຮຽນ ແລະ ຄູອາຈານລາວ.”

 

ທີ່ມາ:ໜັງສືພິມສຶກສາ-ກິລາລາຍວັນ