ຊາວຊົນນະບູລີ ເລີ່ມລົງມືເກັບກ່ຽວເຂົ້ານາປີຂອງຕົນ

533

ສຳລັບເມືອງຊົນນະບູລີ ແຂວງ ສະຫວັນນະເຂດ ແມ່ນພື້ນທີ່ຂອງເມືອງເປັນທົ່ງພຽງຂະໜາດໃຫຍ່ ເຊິ່ງປະຊາຊົນສ່ວນໃຫຍ່ກໍ່ຈະຍຶດຖືອາຊີບໃນການເຮັດກະສິກຳ ໂດຍສະເພາະການເຮັດນາ ເປັນອາຊີບຫຼັກຂອງປະຊາຊົນໃນເຂດນັ້ນ ແລະມຮອດປະຈຸບັນນີ້ ຊາວເມືອງກໍ່ໄດ້ເລີ່ມລົງມືເກັບກ່ຽວເຂົ້ານາປີແລ້ວ.

ການເກັບກ່ຽວມ້ຽນມັດເຂົ້ານາປີຂອງຊາວນາ ຊາວກະສິກອນ ເມືອງ ຊົນນະບູລີ ແຂວງ ສະຫວັນນະເຂດໄດ້ ເລີ່ມລົງມືແຕ່ທ້າຍເດືອນກັນຍາ 2021 ເປັນຕົ້ນມານີ້. ຕາມການໃຫ້ສຳພາດຂອງຫົວໜ້າໜ່ວຍງານປູກຝັງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໃນວັນທີ 5 ຕຸລາ 2021 ນີ້ວ່າ: ທົ່ວເມືອງ ຊົນນະບູລີ ມີເນື່ອທີ່ແຜນການຜະລິດເຂົ້ານາປີ ທັງໝົດ 16.110 ເຮັກຕາ ແຕ່ປະຕິບັດໄດ້ 15.884 ເຮັກຕາ, ໃນການຜະລິດໄດ້ແບ່ງອອກເປັນ 3 ເຕັກນິກຄື: ນາຫວ່ານ 8.055 ເຮັກຕາ, ນາຢອດ 513 ເຮັກຕາ, ນາດໍາ 7.315,41 ເຮັກຕາ

ນອກນັ້ນກໍ່ຍັງມີການປູກພືກຜັກ ປະເພດຕ່າງໆ 1.383 ເຮັກຕາ ແລະ ພຶດອຸດສາຫະກໍາ ເປັນສິນຄ້າ 567 ເຮັກຕາລວມທັງໝົດ 1.950 ເຮັກຕາເທົ່າກັບ 100 % ຂອງແຜນການຜະລິດ. ມາຮອດປະຈຸບັນຊາວນາເມືອງ ຊົນນະບູລີ ແຂວງສະຫວັນນະເຂດ ຫຼາຍຄອບຄົວໄດ້ເລີ່ມລົງມື ແລະ ຂຸ້ນຂ້ຽວເກັບກູ້ຜົນຜະລິດຂອງຕົນ ໂດຍສະເລ່ຍແລ້ວໃນທົ່ວເມືອງ ເກັບກ່ຽວໄດ້ແລ້ວປະມານ 15% ຂອງເນື້ອທີ່ທໍາການຜະລິດ.

ສໍາລັບການເກັບກ່ຽວພຶດສໍາຮອງລະດູຝົນສາມາດປະຕິບັດໄດ້ແລ້ວ 1.060 ເຮັກຕາ, ເທົ່າກັບ 77 % ຜົນຜະລິດ 11.195 ໂຕນ, ໃນນັ້ນມີ ສາລີ, ໝາກໂມ, ໝາກແຕງ, ໝາກຖົ່ວຍາວ, ໝາກເຂືອ, ໝາກເຜັດ, ໝາກກ້ວຍ, ໝາກນັດ, ພຶດຜັກຕ່າງໆ, ມັນດ້າງ, ມັນຕົ້ນ, ຖົ່ວດີນ, ສ່ວນພຶດອຸດສາຫະກໍາທີ່ຜະລິດເປັນສິນຄ້າໃນເນື້ອທີ່ 567 ເຮັກຕາ ແມ່ນຢູ່ໃນໄລຍະການຕິດຕາມ ແລະບົວລະບັດຮັກສາ.
ຂ່າວຈາກ: ວິທະຍຸກະຈາຍສຽງ ແຂວງ ສະຫວັນນະເຂດ