ນ້ອງແຊນດີ້ ແມ່ຄ້ານ້ອຍ ຮ້ອຍລີລາ ໄດ້ຮັບທຶນການສຶກສາຮຽນຢູ່ໂຮງຮຽນນານາຊາດ ຈົນຈົບມໍ7

2897

ນັບວ່າແຈ້ງເກີດຖືກຕອນຖືກຍາມ ແລະ ເປັນຄົນໂຊກດີຈາກຄວາມສາມາດພອນສະຫວັນ ແລະ ຄວາມໜ້າຮັກຂອງເດັກໄວ 10 ປີ ນ້ອງ ແຊນດີ້ ສຸກຈໍາປາ ຫຼື ແມ່ຄ້ານ້ອຍ ແມ່ຄ້ານ້ອຍຮ້ອຍລີລາ ທີ່ໄລເລີ່ມໄລສົດຂາຍເຄື່ອງຜັກທອດກອບ ຈາກລີລາການຂາຍ, ການເວົ້າ ທັກສະດີ ຂາຍເກັ່ງຈົນໂດ່ງດັງຂ້າມຝັ່ງຂອງ ປະເທດເພື່ອນບ້ານນໍາຄຣິບຂອງນ້ອງໄປອອກຂ່າວ ແລະ ໂດ່ງດັງທີ່ໃຜໆກໍກ່າວເຖິງ

ປັດຈຸບັນ ນ້ອງ ແຊນດີ້ ຮັບງານແບບບໍ່ຫວັ່ນບໍ່ໄຫວ ຄິວຍາວຢຽດບຽດບໍ່ໄດ້ກັນເລີຍ ແລະ ຫຼ້າສຸດເປັນເລື່ອງດີໆຂອງນ້ອງອີກ ທີ່ນ້ອງແຊນດີ້ ໄດ້ຮັບທຶນການຮຽນ ຫຼື ທຶນການສຶກສາຈົນຈົບມໍປາຍ ຫາເງິນຊ່ວຍພໍ່ແມ່ກໍເກັ່ງ ແຖມຍັງໄດ້ທຶນຮຽນຟຣີແບບນີ້ຖືກເປັນບຸກຄົນທີ່ໜ້າຕິດຕາມ ແລະ ເຊື່ອແນ່ນອນວ່າເດັກໄວ 10 ປີ ທີ່ຄິດຢາກຫາເງິນ ຢາກໃຫ້ພໍ່ແມ່ຄອບຄົວສະບາຍຈະນໍາເອົາໂອກາດດີໆແບບນີ້ເປັນບຸກຄົນໂຕແບບທີ່ດີໃນສັງຄົມແນ່ນອນ

ໂດຍຈາກໂພສ Leng Santisouk ໂພສວ່າ Congrats ແລະມື້ນີ້ກະເປັນມື້ທີ່ທາງຄອບຄົວໄດ້ເຂົ້າໄປເຊັນສັນຍາມອບທຶນການສຶກສາ ທາງຄອບຄົວເຮົາຕື້ນຕັນໃຈ ດີໃຈຈົນນໍ້າຕາອອກເລີຍ ບໍ່ຄິດວ່າຈະມີມື້ນີ້
ກ່ອນອື່ນຕ້ອງຂໍຂອບໃຈທາງເອື້ອຍເບ ຜູ້ອຳນວຍການ ເຈົ້າຂອງໂຮງຮຽນນານາຊາດ ປັນຍາທິບ ທີ່ໄດ້ມອບທຶນການສຶກສາໃຫ້ແກ່ ນ້ອງແຊນດີ້ ຕັ້ງແຕ່ ມໍ1-ມໍ7 ຈົນຈົບ High School ເລີຍແມ່ນຮຽນຟີກິນຟີຈົນກວ່າຈະຮຽນຈົບເລີຍ

ຂອບໃຈທີ່ເພິ່ນເຫັນເຖິງຄວາມສາມາດ ຄວາມຕັ້ງໃຈ ເຫັນພອນສະຫວັນຂອງນ້ອງແຊນດີ້ ແລະ ນີ້ກະຄືລາງວັນຂອງຄົນເກັ່ງ ລາງວັນຂອງຄົນກະຕັນຍູ ຂໍໃຫ້ຫລານແຊນດີ້ຕັ້ງໃຈຮຽນເຮັດໃຫ້ເຕັມທີ່ ເຮັດໃຫ້ທຸກຄົນພາກພູມໃຈ ສູ້ໆ
ປລ ພີມໄປນຳ ມືສັ່ນໄປນຳ ນໍ້າຕາໄຫລໄປນຳ ດີໃຈແຮງ ດີໃຈຈົນເວົ້າບໍ່ຖືກເລີຍ

ພ້ອມໂພສພາບນ້ອງແຊນດີ້ໄວ້ ຫຼາຍຄົນເຂົ້າມາສະແດງຄວາມຍິນດີນໍາຢ່າງຫຼວງຫຼາຍ ພວກເຮົາເອງກໍດີໃຈ ແລະ ດີໃຈນໍານ້ອງແຊນດີ້ເດີ້
າກໂພສ Leng Santisouk