u-money ຄົບຮອບ 3 ປີ ທີ່ໄດ້ສະໜອງບໍລິການສູ່ສັງຄົມ

342

กານບໍລິການຜ່ານລະບົບ u-money ກ້າວເຂົ້າເປັນປີທີ 3 ໃນການສະໜອງບໍລິການ ອອກສູ່ທ້ອງຕະຫຼາດ, ເຊິ່ງ u-money ມີການພັດທະນາ ອອກສູ່ສັງຄົມຢ່າງກ້າວກະໂດດ ແລະ ເປັນທີ່ຮູ້ຈັກໃນສັງຄົມຢ່າງໄວວາ.

1 . ຢູມັນນີ ກາຍເປັນຊ່ອງທາງການເບີກຈ່າຍເງິນເດືອນຂອງຫຼາຍໆພາກສ່ວນ ທັງພາກລັດ ແລະ ເອກະຊົນ ນຳໃຊ້ເຂົ້າໃນການເບີກຈ່າຍເງິນເດືອນໃຫ້ແກ່ພະນັກງານຂອງຕົນ ເປັນຕົ້ນແມ່ນ ການເບີກຈ່າຍໃຫ້ແກ່ພະນັກງານພາກລັດ ກວ່າ 11 ເມືອງທີ່ຢູ່ເຂດຫ່າງໄກສອກຫລີກ, ບັນດາການນໍາຂັ້ນເມືອງ ເກືອບທົ່ວປະເທດກໍໄດ້ນໍາໃຊ້ເຊັ່ນດຽວກັນ, ການເບີກຈ່າຍເງິນເດືອນໃຫ້ແກ່ນາຍບ້ານກວ່າ 1.000 ບ້ານ ທົ່ວປະເທດ ເຊິ່ງສາມາດຕອບສະໜອງ ຄວາມຕ້ອງການຂອງພະນັກງານໄດ້ ເປັນຕົ້ນແມ່ນການຮັບເງິນເດືອນໄດ້ຕາມເວລາກຳນົດ, ການເບີກ-ຖອນທີ່ສາມາດເຮັດທຸລະກຳໄດ້ ເຖິງຂັ້ນເມືອງ, ບ້ານ ເພາະສາມາດຖອນເງິນໄດ້ທີ່ຮ້ານຕົວແທນບໍລິການ ຫຼື ຫ້ອງການເຄົາເຕີ ຢູນີເທວ ທຸກໆແຂວງ. ນອກນັ້ນຍັງສາມາດ ຊຳລະຄ່າອາຫານ ຫຼື ເຄື່ອງອຸປະໂພກ-ບໍລິໂພກອື່ນໆ ຜ່ານ QR code ຢູມັນນີ ຕາມຮ້ານຄ້າທົ່ວປະເທດ, ສາມາດໂອນເງິນເຂົ້າບັນຊີທະນາຄານທຸລະກິດພາຍໃນລາວໄດ້. ນອກນັ້ນຍັງມີວິສາຫະກິດ ເຊັ່ນ: ໂຮງໝໍ ຮ່າໂນ້ຍ – ວຽງຈັນ, ບໍລິສັດ Quasa Geruco ແຂວງສະຫວັນນະເຂດ ແລະ ບໍລິສັດອື່ນໆ ທີ່ເບີກຈ່າຍເງິນເດືອນໃຫ້ແກ່ພະນັກງານຜ່ານລະບົບ u-money.

อาจเป็นรูปภาพของ 17 คน และ ผู้คนกำลังยืน

2. ນຳໃຊ້ u-money ເຂົ້າໃນການເບີກຈ່າຍເງິນຊ່ວຍເຫລືອຕ່າງໆ: u-money ໄດ້ຮັບຄັດເລືອກເປັນຊ່ອງທາງນຳໃຊ້ເຂົ້າໃນການເບີກຈ່າຍເງິນອຸດໜູນແບບມີເງື່ອນໄຂ ໃຫ້ແກ່ຜູ້ໄດ້ຮັບຜົນປະໂຫຍດ ຂອງ ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ ກະຊວງກະສິກຳ ແລະ ປ່າໄມ້, ກົມພັດທະນາຊົນນະບົດ ແລະ ສະຫະກອນ ເຊິ່ງບັນດາຄອບຄົວດັ່ງກ່າວ ເປັນຄອບຄົວທີ່ທຸກຍາກ ແລະ ຫາກໍພົ້ນທຸກ ຈຳນວນ 42.000 ຄົນ ຕົກເປັນມູນຄ່າທັງໝົດຫຼາຍກວ່າ 14 ລ້ານໂດລາສະຫະລັດ ພາຍໃນ 4 ປີ, ໂຄງການດັ່ງກ່າວ ຈະປະຕິບັດຢູ່ ໃນ 4 ແຂວງ ພາກເໜືອ ເຊັ່ນ : ແຂວງຜົ້ງສາລີ, ອຸດົມໄຊ, ຫົວພັນ, ຊຽງແຂວງ. ບໍ່ພຽງເທົ່ານີ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍນຳໃຊ້ u-money ເພື່ອເບີກຈ່າຍເງິນອຸດໜູນ ໃຫ້ແກ່ແມ່ຍິງຖືພາ ແລະ ເດັກກ່ອນໄວຮຽນ (ອາຍຸຕ່ຳກວ່າ 6 ເດືອນ) ຈຳນວນ 1.400 ຄົນໃນໄລຍະ 18 ເດືອນ, ລວມມູນຄ່າທັງໝົດປະມານ 3.780.000.000 ກີບ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ແລະ ເມືອງນອງ ແຂວງສະຫວັນນະເຂດ. ໃນປີ 2020 ຢູນີເທວໄດ້ຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມ ທີ່ແຂວງສະຫວັນນະເຂດ ມູນຄ່າ 500 ລ້ານກີບ ກໍໄດ້ນຳໃຊ້ u-money ເຂົ້າໃນການເບີກຈ່າຍໃຫ້ແກ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບເຊັ່ນດຽວກັນ.

อาจเป็นรูปภาพของ 18 คน

อาจเป็นรูปภาพของ 3 คน, ผู้คนกำลังยืน และ กลางแจ้ง

3. u-money ສືບຕໍ່ພັດທະນາ ລະບົບເພື່ອເຊື່ອມຕໍ່ການຊໍາລະອີກຫລາຍຊ່ອງທາງ ເພີ່ມຄວາມ ສະດວກໃນການນຳໃຊ້ ໃຫ້ແກ່ລູກຄ້າ ພໍ່ແມ່ ປະຊາຊົນ ແລະ ປັດຈຸບັນກໍມີການເຊື່ອມຕໍ່ສຳເລັດເປັນຕົ້ນ: ການຊໍາລະຄ່າບໍລິການດ້ານໂທລະຄົມມະນາຄົມເຕີມມູນຄ່າໂທໄດ້ທຸກເຄືອຂ່າຍ, ຊໍາລະສິນເຊື່ອ ແວວຄຳ ເຊົ່າສິນເຊື່ອ ລາວ, ຊື້ປະກັນໄພ ລາວຫວຽດ (LVI) ແລະ ຊຳລະຄ່ານໍ້າປະປານະຄອນຫຼວງວຽງຈັນ, ການຊື້ດາຕ້າແພັກເກັດຕ່າງໆ ແລະ ອື່ນໆ.

อาจเป็นรูปภาพของ 5 คน, ผู้คนกำลังนั่ง, ผู้คนกำลังยืน และ กลางแจ้ง

4. ຄຽງຄູ່ກັບການບໍລິການ ທີ່ດີ u-money ກໍມີການຂະຫຍາຍຮ້ານຕົວແທນ ເພື່ອໃຫ້ບໍລິການ ລູກຄ້າໄດ້ຢ່າງກວ້າງຂວາງ ບໍລິການແກ່ປະຊາຊົນໃນຂອບເຂດທົ່ວປະເທດຫຼາຍກວ່າ 10.000 ຮ້ານຕົວແທນ ເຊິ່ງລູກຄ້າສາມາດເຮັດທຸລະກຳ ການຖອນເງິນ – ການໂອນເງິນ ໄດ້ທົ່ວທຸກບ່ອນທີ່ມີສັນຍານ ໂທລະສັບ ທຸກທີ່ – ທຸກເວລາ, ຂະຫຍາຍຮ້ານຮັບຊຳລະຜ່ານ QR code ຮ້ານຄ້າຕ່າງໆ ປະມານ 50.000 ຮ້ານຄ້າ.

อาจเป็นรูปภาพสไตล์อนิเมะของ 11 คน และ ผู้คนกำลังยืน

5. u-money ໄດ້ຮັບລາງວັນ ລະດັບສາກົນ ລາງວັນ Silver Stevie ໃນຫົວຂໍ້ “ນະວັດຕະກຳໃໝ່ ດ້ານຜະລິດຕະພັນ ແລະ ການບໍລິການສຳລັບຜູ້ບໍລິໂພກ” ( Award for Innovation in Consumer Products & Services ) ທີ່ສະໜອງບໍລິການ-ການເງິນຜ່ານມືຖື ໃນ ສປປ ລາວ ປະກາດລາງວັນໂດຍ Asia-Pacific Stevie Awards 2020. ນອກນັ້ນຍັງໄດ້ຮັບລາງວັນຈາກ IT world Awards 2020 ຈັດໂດຍ Network Product Guide ໃນໝວດໝູ່: ຜະລິດຕະພັນ ແລະ ການບໍລິການທີ່ສະໜອງດ້ານເຕັກໂນໂລຊີ ໃນຂົງເຂດວຽກງານການເງິນ, ການທະນາຄານ ແລະ ປະກັນໄພ ( IT Products & Services for Finance, Banking and Insurance ).

อาจเป็นรูปภาพของ 16 คน, เด็ก, ผู้คนกำลังยืน, ผู้คนกำลังนั่ง และ กลางแจ้ง

อาจเป็นรูปภาพของ 10 คน, ผู้คนกำลังนั่ง, ผู้คนกำลังยืน และ กลางแจ้ง

6. u-money ໄດ້ມີການເຊື່ອມຕໍ່ ກັບບັນດາທະນາຄານ ພາຍໃນປະເທດ ລວມທັງໝົດ 6 ທະນາຄານ ເຊິ່ງສາມາດໂອນຫາກັນລະ ຫວ່າງ u-money – ບັນດາທະນາຄານ ໄດ້ຢ່າງສະດວກສະບາຍ ລວມມີທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ແອັບ BCELOne), ທະນາຄານຮ່ວມທຸລະກິດລາວ-ຫວຽດ ຈໍາກັດ (ແອັບ LVBDigiBank), ທະນາຄານຮ່ວມພັດທະນາ (ແອັບ JDB Yes), ທະນາຄານມາຣູຮານເຈແປນລາວ (ແອັບ MJSaduak) ແລະ ທະນາຄານຫຸ້ນສ່ວນການຄ້າທະຫານ-ສາຂາ ລາວ (ແອັບ MB Laos) ດ້ວຍຄ່າທໍານຽມທີ່ແສນຖືກໂດຍທີ່ທ່ານສາມາດເຮັດທຸລະກໍາໄດ້ດ້ວຍຕົວທ່ານເອງຕະຫລອດ 24 ຊົ່ວໂມງ ຫຼື ຈະເປັນການເຮັດທຸລະກຳທີ່ໜ່ວຍບໍລິການຂອງ ທະນາຄານ ຮ່ວມພັດ ທະນາ (JDB) ໄດ້ທຸກໜ່ວຍບໍລິການ ທົ່ວນະຄອນຫລວງ ວຽງຈັນ ແລະ ທະນາຄານ ສົ່ງເສີມ ກະສິກໍາ ໄດ້ທຸກໜ່ວຍບໍລິການ ທົ່ວປະເທດ ອີກດ້ວຍ.