ບໍລິສັດ ເອໄອດີຊີ ໂລຈິສຕິກ ເປີດບໍລິການຢູ່ແຂວງສະຫວັນນະເຂດ

385

ພິທີເປີດການບໍລິການຂົນສົ່ງພາກໃຕ້ ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນວັນທີ 3 ຕຸລາ 2021 ຜ່ານມາ ທີ່ບໍລິເວນເດີ່ນຂອງຫ້ອງການກອງຄຸ້ມຄອງພາສີ VI ສະຫວັນນະເຂດ ນະຄອນໄກສອນພົມວິຫານ ໂດຍການເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ.

ທ່ານ ພຶດສະພາ ພູມມະສັກ ຜູ້ອຳນວຍການບໍລິສັດ ເອໄອດີຊີ ໂລຈິສຕິກ (AIDC Logistics) ຈຳກັດ ຜູ້ດຽວ ໄດ້ລາຍງານໃຫ້ຮູ້ວ່າ: ບໍລິສັດໄດ້ເລັງເຫັນໂອກາດທາງທຸລະກິດໃນການຂົນສົ່ງ ໂດຍສະເພາະ ດ້ານຄົມມະນາຄົມ ໂດຍເຊື່ອມຕໍ່ກັບໂຄງການທີ່ລັດຖະບານ ໄດ້ຕັດສິນໃຈລົງທຶນ ເຊື່ອມຕໍ່ກັບໂຄງການທາງລົດໄຟລາວ-ຈີນ (ລົດໄຟຄວາມໄວສູງ), ສະນັ້ນ ເຫັນໄດ້ວ່າຖ້າປະເທດລາວມີທ່າແຮງທາງດ້ານການຜະລິດສິນຄ້າ, ເປັນບ່ອນເຊື່ອມໂຍງສິນຄ້າຈາກປະເທດເພື່ອນບ້ານ ສົ່ງໄປປະເທດອ້ອມຂ້າງ ແລະເອົາສິນຄ້າຈາກປະເທດອ້ອມຂ້າງໄປສູ່ ສປ ຈີນ.

ບໍລິສັດ ເອໄດຊີ ໂລຈິສຕິກ ຈຳກັດຜູ້ດຽວ ໄດ້ເລີ່ມເຄື່ອນໄຫວ ຕັ້ງແຕ່ເດືອນມີນາ ປີ 2021, ໂດຍເລີ່ມຕົ້ນທີ່ແຂວງຈໍາປາສັກ ແລະ ແຂວງບໍລິຄໍາໄຊ, ຈາກການສຶກສາເບື້ອງຕົ້ນ ບໍລິສັດເຫັນໄດ້ວ່າແຂວງສະຫວັນນະເຂດ ເປັນແຂວງທີ່ມີກໍາລັງແຮງ, ມີລານຄ່ຽນຖ່າຍສິນຄ້າ ເຊິ່ງມີລານຄ່ຽນຖ່າຍ ICD ແລະ ລານຄ່ຽນຖ່າຍທ່າບົກ ທີ່ມີການຂົນສົ່ງສິນຄ້າສະເລ່ຍ 200-500 ຄັນຕໍ່ມື້. ນອກຈາກນີ້ ຍັງເປັນທາງເຊື່ອມຈອດກັບປະເທດອ້ອມຂ້າງເປັນຕົ້ນແມ່ນ ປະເທດໄທ ແລະຫວຽດນາມ ໂດຍມີດ່ານຊາຍແດນຄື: ດ່ານຂົວມິດຕະພາບ ລາວ-ໄທ ແຫ່ງທີ 2 ເຊິ່ງຂົນສົ່ງສິນຄ້າ: ນໍ້າຕານ, ໄມ້ວິກ, ໝາກໄມ້, ງົວ, ແບ້ ແລະອື່ນໆ; ດ່ານຊາຍແດນ ລາວ-ຫວຽດນາມ ແດນສະຫວັນ-ລາວບາວ ເຊິ່ງຂົນສົ່ງສິນຄ້າ: ນໍ້າຕານ, ເຄື່ອງນຸ່ງຫົ່ມ, ເຄື່ອງເອເລັກໂທນິກ ແລະອື່ນໆ ແລະ ຍັງເປັນຈຸດທີ່ສໍາຄັນໃນຂໍ້ຕໍ່ຍອດໄປສູ່ສະຖານນີລົດໄຟລາວຈີນ.

ດັ່ງນັ້ນບໍລິສັດ ເອໄອດີຊີ ໂລຈິສຕິກ ຈຶ່ງໄດ້ຕັດສິນໃຈ ມາຂະຫຍາຍທຸລະກິດຢູ່ແຂວງສະຫວັນນະເຂດເພີ່ມຕື່ມ ໃນນີ້ພວກເຮົາໄດ້ນໍາເອົາລົດຈໍານວນ 120 ຄັນມາຕຽມບໍລິການໂດຍມີດັ່ງນີ້: ລົດເທນເລີ ຫາງລາກ 70 ຄັນ, ລົດພວງແມ່ລູກ 40 ຄັນ, ລົດດ້າມ 10 ຄັນ, ລົດທຸກຄັນແມ່ນສາມາດຕິດຕາມໄດ້ໂດຍນຳໃຊ້ລະບົບ GPS ແລະຈະກ້າວເຂົ້າສູ່ລະບົບ TMS.

ຈຸດເດັ່ນອັນສຳຄັນແມ່ນ ເປັນບໍລິສັດຂອງລາວ 100% ເຊິ່ງແຜນການຕໍ່ໜ້າໃນປີ 2022 ບໍລິສັດກໍມີແຜນຈັດຊື້ພາຫະນະເພີ່ມຕື່ມອີກໃຫ້ຄົບ 300 ຄັນ ແລະວາງເປົ້າຫມາຍໃນປີ 2023 ແມ່ນ 500 ຄັນ, ໃນປີ 2024 ແມ່ນ 600 ຄັນ.