ຕາມສາຍນ້ຳອູມີ 7 ເຂື່ອນໄດ້ສ້າງສຳເລັດ ແລະເປີດຜະລິດໄຟຟ້າແລ້ວ

559

ພາຍຫຼັງດຳເນີນການກໍ່ສ້າງມາແຕ່ປີ 2012 ເປັນຕົ້ນມາ, ບັນດາໂຄງການເຂື່ອນໄຟຟ້າທີ່ໄດ້ຮັບການພັດທະນາແບບຂັ້ນໄດ ຕາມສາຍນໍ້າອູ ກໍ່ໄດ້ສຳເລັດການກໍ່ສ້າງ ແລະ ເປີດການຜະລິດໄຟຟ້າຄົບທັງ 7 ແຫ່ງ ຢ່າງເປັນທາງການ.

ພິທີເປີດສະຫຼອງດັ່ງກ່າວ ໄດ້ຈັດຂຶ້ນຢ່າງເປັນທາງການ ຜ່ານລະບົບອອນລາຍ ໃນວັນທີ 28 ກັນຍາ 2021 ນີ້ ໂດຍມີ ທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່,
ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງໆ ຫຼວງພະບາງທ່ານ, ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງໆຜົ້ງສາລີທ່ານ ຫຼີຈື້ກົງ (Mr.LI ZHI GONG) ຫົວໜ້າກົງສູນໃຫຍ່ ສປ. ຈີນ ປະຈໍານະຄອນຫຼວງພະບາງ, ທ່ານ ຫວັງປິງ (Mr.WANG BIN) ຜູ້ອໍານວຍການໃຫຍ່ ກຸ່ມບໍລິສັດ Power China, ທ່ານ ເສີ້ງຢູ້ໝິງ (Mr.SHENG YU MING) ປະທານ ບໍລິສັດພາວເວີໄຊນາຣີສອສ໌ (POWERCHINA RESOURCES LIMITED) ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂອງທັງຢູ່ສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຕາງໜ້າໃຫ້ພັກ ແລະ ລັດຖະບານ ກ່າວຄຳເຫັນບາງຕອນວ່າ: ໃນນາມລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ຂໍສະແດງຄວາມຍ້ອງຍໍຊົມເຊີຍຜົນສໍາເລັດໃນການພັດທະນາໂຄງການກໍ່ສ້າງບັນດາເຂື່ອນໄຟຟ້າຕາມລໍານໍ້າອູ, ຊົມເຊີຍບໍລິສັດຜູ້ພັດທະນາໂຄງການ, ຄະນະຮັບຜິດຊອບຄຸ້ມຄອງໂຄງການ, ບໍລິສັດທີ່ປຶກາສາ, ບໍລິສັດຜູ້ຮັບເໝົາ, ພະນັກງານ, ນັກວິຊາການ, ກໍາມະກອນ ທຸກໆຄົນໃນທຸກໆໂຄງການ ທີ່ໄດ້ພ້ອມກັນສຸມສະຕິປັນຍາ, ເຫື່ອແຮງ, ຍົກສູງຄວາມຮັບຜິດຊອບໃນລະດັບສູງ, ຜ່ານຜ່າຄວາມຫຍຸ້ງຍາກໃນແຕ່ລະດ້ານ ຈົນເຮັດໃຫ້ໂຄງການພັດທະນາບັນດາເຂື່ອນໄຟຟ້າທຸກໆແຫ່ງ ຢູ່ຕາມລໍານໍ້າອູ, ພິເສດ ໂຄງການເຂື່ອນໄຟຟ້ານໍ້າອູ 7 ທີ່ໄດ້ສໍາເລັດການກໍ່ສ້າງ ເຮັດໃຫ້ໂຄງການເຂື່ອນໄຟຟ້າທັງໝົດ ຕາມລໍານໍ້າອູ 7 ເຂື່ອນ ໄດ້ກໍ່ສ້າງສໍາເລັດ ແລະບັນລຸຜົນສຳເລັດຢ່າງສົມບູນຕາມຄາດໝາຍທີ່ວາງໄວ້.

ພ້ອມນີ້, ທ່ານ ຍັງໄດ້ຕີລາຄາສູງຕໍ່ພິທີເປີດການນໍາໃຊ້ໂຄງການພັດທະນາບັນດາເຂື່ອນໄຟຟ້າ ຊຶ່ງນອນຢູ່ໃນລໍານໍ້າອູ ຍ້ອນວ່າ, ນອກຈາກແມ່ນຜົນສໍາເລັດທີ່ສໍາຄັນໃນຂະບວນການຈັດຕັ້ງປະຕິບັດແຜນຍຸດທະສາດກ່ຽວການພັດທະນາອຸດສາຫະກໍາພະລັງງານ ແລະ ບໍ່ແຮ່ ຕາມແນວທາງຫັນເປັນອຸດສາຫະກໍາ ແລະ ທັນສະໄໝຢູ່ປະເທດເຮົາແລ້ວ. ການຈັດພິທີ ແມ່ນຈັດຂຶ້ນໃນໄລຍະທີ່ຂະບວນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ, ອົງຄະນະພັກເມືອງ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX (2021-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ, ຂອງເມືອງເຂົ້າສູ່ການປະຕິບັດຕົວຈິງ ພວມດໍາເນີນໄປຢ່າງກວ້າງຂວາງຢູ່ໃນຊີວິດສັງຄົມ, ເຖິງວ່າຈະດໍາເນີນຢູ່ໃນທ່າມກາງ ສະພາບການລະບາດທີ່ມີລັກສະນະຮ້າຍແຮງຂອງພະຍາດໂຄວິດ-19 ກໍຕາມ.

ນ້ຳອູເປັນສາຂາແມ່ນ້ຳຂອງທີ່ໃຫຍ່ທີ່ສຸດຢູ່ດິນແດນລາວ, ມີພະລັງງານນ້ຳທີ່ມີຄຸນນະພາບດີ ທັງເປັນໜຶ່ງໃນບັນດາແຫຼ່ງຊັບພະຍາກອນພະລັງງານນ້ຳທີ່ລັດຖະບານລາວພວມຕັ້ງໜ້າຊຸກຍູ້ພັດທະນາ ສຳລັບໂຄງການພັດທະນາເຂື່ອນໄຟຟ້າ ຕາມສາຍນໍ້າອູ ເປັນການພັດທະນາອຸດສາຫະກໍາໄຟຟ້າທີ່ສໍາຄັນ, ມີລັກສະນະຍຸດທະສາດ ຊຶ່ງປະກອບດ້ວຍ 7 ເຂື່ອນ, ນອນຢູ່ໃນ 2 ແຂວງຄື: ຢູ່ແຂວງຜົ້ງສາລີມີ 4 ແຫ່ງຄື: ເຂື່ອນໄຟຟ້ານໍ້າອູ 4, 5, 6 ແລະ 7 ແລະ ຢູ່ແຂວງ ຫຼວງພະບາງ ລວມມີ 3 ແຫ່ງ (ເຂື່ອນໄຟຟ້ານໍ້າອູ 1,2,3) ໂດຍແມ່ນບໍລິສັດ Power China ຈາກ ສ.ປ ຈີນ ເປັນຄູ່ຮ່ວມພັດທະນາ ກັບລັດຖະບານ ສປປ ລາວ ແລະ ໄດ້ແບ່ງການພັດທະນາໂຄງການອອກເປັນ 2 ໄລຍະດັ່ງນີ້:

– ໄລຍະທີ 1 ລວມມີ : ໂຄງການນໍ້າອູ 2-5-6 ໄດ້ເຊັນສັນຍາສໍາປະທານໃນປີ 2012, ຊຶ່ງທັງ 3 ເຂື່ອນລວມມີກໍາລັງຕິດຕັ້ງທັງໝົດແມ່ນ 540 MW, ສາມາດຜະລິດກະແສໄຟຟ້າໄດ້ 2.290 Gwh/y, ແລະ ໄດ້ເລີ້ມຕົ້ນດໍາເນີນການຜະລິດມາແຕ່ວັນທີ 1 ມັງກອນ 2017 ເປັນຕົ້ນມາ.

– ໄລຍະທີ 2 ລວມມີໂຄງການນໍ້າອູ 1-3-4-7 ໄດ້ເຊັນສັນຍາສໍາປະທານໃນປີ 2015 ລວມມີກໍາລັງຕິດຕັ້ງທັງໝົດ 732 MW, ສາມາດຜະລິດກະແສໄຟຟ້າໄດ້ 2.893 Gwh/y ແລະ 3 ໂຄງການໄດ້ສໍາເລັດ ເລີ້ມດໍາເນີນການຜະລິດມາແຕ່ຕົ້ນປີ 2020 ເປັນຕົ້ນມາ, ສ່ວນນໍ້າອຸ 7 ແມ່ນໄດ້ກໍ່ສ້າງສໍາເລັດແລ້ວໂດຍພື້ນຖານ,ປັດຈຸບັນພວມຢູ່ໃນຂັ້ນຕອນທົດລອງຜະລິດ.

ໂຄງການພັດທະນາເຂື່ອນໄຟຟ້າຕາມລໍານໍ້າອູ ໄດ້ຖືກກໍານົດຢູ່ໃນແຜນຍຸດທະສາດການພັດທະນາອຸດສາຫະກໍາພະລັງງານໄຟຟ້ານໍ້າຕົກ ຢູ່ ສປປ ລາວ, ເປັນໂຄງການພັດທະນາອຸດສາຫະກໍາພະລັງງານ ທີ່ມີລັກສະນະຍືນຍົງ, ເປັນມິດກັບສິ່ງແວດລ້ອມ ແລະ ມີປະສິດທິຜົນທາງດ້ານເສດຖະກິດ. ຜົນສໍາເລັດຂອງການພັດທະນາເຂື່ອນໄຟຟ້າຕາມລໍານໍ້າອູ ຈະກາຍເປັນແຫຼ່ງສະໜອງໄຟຟ້າທີ່ສະອາດ ຂະໜາດໃຫຍ່ ປະກອບສ່ວນທີ່ສໍາຄັນເຂົ້າໃນການພັດທະນາເສດຖະກິດ -ສັງຄົມຂອງ ສປປ ລາວ ໃນໄລຍະໃໝ່, ເປັນຕົ້ນແມ່ນຢູ່ບັນດາແຂວງພາກເໜືອ.