ເຈົ້າແຂວງສາລະວັນ ເນັ້ນເມືອງລະຄອນເພັງ ຫັນເອົາການຜະລິດແບບຄອບຄົວ ກາຍເປັນສິນຄ້າ

333

ໃນທ້າຍອາທິດຜ່ານມານີ້ ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງໆສາລະວັນ ພ້ອມດ້ວຍທ່ານ ອະນຸສັກ ຈໍາປາຄໍາ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ການຜະລິດຂອງປະຊາຊົນ ຢູ່ເມືອງລະຄອນເພັງ ໂດຍການນໍາພາຂອງ ທ່ານ ທອງດີ ຈັນທະວົງ ເຈົ້າເມືອງໆລະຄອນເພັງ ພ້ອມດ້ວຍການນໍາຂອງເມືອງ ແລະ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດລົງເຄື່ອນໄຫວໃນຄັ້ງນີ້, ທ່ານເຈົ້າແຂວງໆສາລະວັນ ໄດ້ເນັ້ນໃຫ້ການນໍາເມືອງລະຄອນເພັງ ກໍ່ຄືຂະແໜງການທີ່ກ່ຽວຂ້ອງ ເອົາໃຈໃສ່ລົງໃກ້ຊິດຕິດແທດກັບປະຊາຊົນ, ຊ່ວຍເຫຼືອປະຊາຊົນ, ຊຸກຍູ້ສົ່ງເສີມໃຫ້ປະຊາຊົນ ຫັນເອົາການຜະລິດກະສິກຳແບບຄອບຄົວ ໃຫ້ຫຼາຍກາຍເປັນສິນຄ້າ ທີ່ສາມາດຕອບສະໜອງໃຫ້ຕະຫຼາດໄດ້ ແລະ ປະເພດທີ່ສາມາດຜະລິດໄດ້ດ້ວຍຕົນເອງ ເຊັ່ນ: ຊີ້ນ, ປາ, ໝາກໄມ້, ພຶດຜັກຕ່າງໆ ແລະ ອື່ນໆ ເພື່ອຫລຸດຜ່ອນຕົ້ນທຶນ ແລະ ຫລຸດຜ່ອນການນໍາເຂົ້າສິນຄ້າຈາກຕ່າງປະເທດ, ເຮັດໃຫ້ການຜະລິດກະສິກໍາພາຍໃນມີຄວາມຍືນຍົງ, ໝັ້ນຄົງ ແລະ ຂະຫຍາຍຕົວຢ່າງວ່ອງໄວ.

ທ່ານ ເຈົ້າແຂວງໆສາລະວັນ ຍັງໄດ້ລົງຢ້ຽມຢາມຄອບຄົວຕົວແບບໃນການປູກເຂົ້າ (ຍົກສະມັດຕະພາບເຂົ້ານາປີ) ຂອງ ທ່ານ ເວີນໄຊ ຈັນທະລັງສີ ປະຊາຊົນບ້ານໂນນດິນຊາຍ ເຊິ່ງເປັນຄອບຄົວຕົວແບບການປູກເຂົ້າ ແລະ ປູກພືດຜັກຕ່າງໆ, ຄອບຄົວຕົວແບບການລ້ຽງປາໃນນາເຂົ້າ ແລະ ປູກພືດກະສິກໍາສະອາດ ຂອງ ທ່ານ ທອງດີ ບ້ານຫ້ວຍກະໂພໄຊ, ຕົວແບບການລ້ຽງໝູພັນຊີ້ນ ເປັນສິນຄ້າ ຢູ່ບ້ານພູຖໍ້າພວງ, ການປູກໝາກຮຸ່ງຂາຍເປັນສິນຄ້າ ບ້ານພູຖໍ້າພວງ, ການລ້ຽງສັດໃຫຍ່ ເປັນສິນຄ້າ ເປັນຕົ້ນການລ້ຽງງົວ ການເຮັດກ້ອນເຟືອງ.

ພ້ອມນັ້ນ ກໍ່ໄດ້ລົງຕິດຕາມເບິ່ງໂຄງການກໍ່ສ້າງຫ້ອງການ ດ່ານ ຕມ ປາກຕະພານ, ການກໍ່ສ້າງເສັ້ນທາງລົງທ່ານໍ້າ, ເຊິ່ງມາຮອດປັດຈຸບັນນີ້ ໂຄງການດັ່ງກ່າວ, ໄດ້ຈັດຕັ້ງປະຕິບັດ ແລະ ກໍ່ສ້າງສໍາເລັດແລ້ວເກືອບ 80%.


ໃນໂອກາດທີ່ທ່ານ ເຈົ້າແຂວງໄດ້ລົງຢ້ຽມຢາມຄັ້ງນີ້ກໍໄດ້ມອບແນວພັນພືດຈຳນວນໜຶ່ງໃຫ້ການນຳຂອງເມືອງເພື່ອນຳໄປຊຸກຍູ້ຂະບວນການຜະລິດຂອງພໍ່ແມ່ປະຊາຊົນມູນຄ່າ 2 ລ້ານກີບ.

ພາບ-ຂ່າວ: ສິດຕາ ເພັດວົງສາ