ລາຍລະອຽດຜູ້ຕິດເຊື້ອໃນຊຸມຊົນ 450 ຄົນ, ນະຄອນຫຼວງວຽງຈັນ 166, ຈາກຄ້າຍຄຸມຂັງນາໄຫ 40 ຄົນ

454

ສໍາລັບຂໍ້ມູນໂດຍຫຍໍ້ຜູ້ຕິດເຊື້ອໂຄວິດໃນຊຸມຊົນທັງໝົດ 450 ຄົນ ປະຈໍາວັນທີ 5 ຕຸລາ 2021 ຕາມການຖະແຫຼງຂອງທ່ານ ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ທີ່ຖະແຫຼງຜົນກວດຂອງວັນທີ 4 ຕຸລາ 2021 ມີດັ່ງນີ້

1 ນະຄອນຫຼວງ 166 ຄົນ ຈາກ 47 ບ້ານ, 7 ເມືອງ, ລາຍລະອຽດມີດັ່ງນີ້
ເມືອງໄຊເສດຖາ 53 ຄົນ ມາຈາກ 8 ບ້ານ ລວມທັງຄ້າຍຄຸມຂັງນາໄຫ 40 ຄົນ; ເມືອງຈັນທະບູລີ 36 ຄົນ ມາຈາກ 4 ບ້ານ; ເມືອງນາຊາຍທອງ 20 ຄົນ ມາຈາກ 7 ບ້ານ; ເມືອງຫາດຊາຍຟອງ: 20 ຄົນ ມາຈາກ 7 ບ້ານ
ເມືອງສີໂຄດຕະບອງ 11 ຄົນ ມາຈາກ 9 ບ້ານ; ເມືອງສີສັດຕະນາກ: 8 ຄົນ ມາຈາກ 4 ບ້ານ; ເມືອງໄຊທານີ: 11 ຄົນ ມາຈາກ 8 ບ້ານ ແລະ ອີກ 7 ຄົນແມ່ນກຳລັງສອບສວນເອົາຂໍ້ມູນເພີ່ມເຕີມ

2 ຫຼວງພະບາງ 90 ຄົນ ຊື່ງໄດ້ພົວພັນກັບຄົນຕິດເຊື້ອຜ່ານມາ ທີ່ໄດ້ລາຍງານ ຜ່ານມາຄື ເມືອງງອຍ 13 ຄົນ, ຈາກ 5 ບ້ານ; ເມືອງ ນ້ຳບາກ 41 ຄົນ, ຈາກ 10 ບ້ານ ລວມທັງສວນກ້ວຍບ້ານນະຄອນ; ເມືອງໂພນທອງ 13 ຄົນ ຈາກ 3 ບ້ານ ເຊີ້່ງເປັນເມືອງທີ່ພົບການຕິດເຊື້ອໃໝ່ຂອງແຂວງຫຼວງພະບາງ
ນະຄອນຫຼວງພະບາງ 11 ຄົນ ຈາກ 3 ບ້ານ; ເມືອງຈອມເພັດ 9 ຄົນ ຈາກ 2 ບ້ານ, ໃນນີ້ມີພະນັກງານແພດໝໍ 1 ຄົນ; ເມືອງຊຽງເງີນ 1 ຄົນ, ຈາກ 1 ບ້ານ; ມີ 2 ຄົນເປັນຄົນນະຄອນຫຼວງວຽງຈັນທີ່ເຮັດວຽກຢູ່ສວນກ້ວຍເມືອງນ້ຳບາກ
3 ບໍ່ແກ້ວ 81 ຄົນ ທັງໝົດຈາກເຂດເສດຖະກິດພິເສດ ທີ່ສ້າງສະໜາມບີນ (ຄົນລາວ 21 ຄົນ, ຄົນມຽນມາ 49 ຄົນ ແລະ ຄົນຈີນ 11 ຄົນ)

4 ສະຫວັນນະເຂດ 34 ຄົນ ເມືອງ ອຸທຸມພອນ 25 ຄົນ, ຈາກ 6 ບ້ານ ໃນນີ້ມີພະນັກງານຄ້າຍທະຫານ 619 ມີ 12 ຄົນແລະ ຄ້າຍທະຫານ 644; ນະຄອນໄກສອນ 3 ຄົນ; ເມືອງອາດສະພັງທອງ ມີ 02 ຄົນ; ເມືອງຈໍາພອນ ມີ 01 ຄົນ; ເມືອງສອງຄອນ ມີ 01 ຄົນ; ເມືອງອາດສະພອນ ມີ 02 ຄົນ
5 ຈໍາປາສັກ 24 ຄົນ ພົວພັນກັບຜູ້ຕິດເຊື້ອຜ່ານມາ
6 ແຂວງວຽງຈັນ 16 ຄົນ ທັງໜົດໄດ້ສໍາຜັດໃກ້ຊິດກັບຕິດເຊື້ອຜ່ານມາ ເມືອງວັງວຽງ ມີ 7 ຄົນ (ພະນັກງານຢູ່ໂຮງໝໍ 108 ມີ 3 ຄົນ; ບ້ານສະຫວ່າງ ມີ 2 ຄົນ; ບ້ານຫ້ວຍແຍ້ ແລະ ບ້ານພູດິນແດງ, ບ້ານລະ 1 ຄົນ)
ເມືອງວຽງຄໍາ ມີ 5 ຄົນ (ບ້ານພູເຂົາຄໍາ ມີ 3 ຄົນ; ບ້ານຖີ່ນແກ້ວ, ບ້ານທ່າລາດ, ບ້ານລະ 1 ຄົນ
ເມືອງແກ້ວອຸດົມ ມີ 4 ຄົນ (ບ້ານທ່າລາດ)

7 ໄຊສົມບູນ 15 ຄົນ ທັງໝົດມາຈາກເມືອງລ້ອງຊານໃນ 3 ບ້ານ ເຊີ່ງເປັນຜູ້ສຳຜັດກັບຜູ້ຕິດເຊື້ອຜ່ານມາ
8 ບໍລິຄໍາໄຊ 13 ຄົນ ເມືອງປາກຊັນ 9 ຄົນ ຊື່ງທັງໜົດໄດ້ສໍາຜັດໃກ້ຊິດກັບຕິດເຊື້ອຜ່ານມາ, ເມືອງ ປາກກະດິງ 04 ຄົນ (ຍັງສອບສວນແຫຼ່ງທີ່ມາຂອງການຕິດເຊື້ອ)
9 ສາລະວັນ 6 ຄົນ ເຊີ່ງເປັນຜູ້ສຳຜັດກັບຜູ້ຕິດເຊື້ອຜ່ານມາ
10 ຫຼວງນໍ້າທາ 4 ຄົນ ແມ່ນຊາວຈີນທັງໝົດ

11 ຊຽງຂວາງ 1 ຄົນ ໄດ້ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອທີ່ໄປຮ່ວມງານເຮືອນດີຢູ່ບ້ານຫໍສິມ
ສໍາລັບຜູ້ຕິດເຊືື້ອໃນຊຸມຊົນເຫຼົ່ານີີ້ ແມ່ນທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.