ທັບນັກກີລາດອກປີກໄກ່ ສປ ຈີນ ເອົາຊະນະ ຍີ່ປຸ່ນ 3-1 ຄວ້າແຊັມ ສຸດິມານ ຄັບ ສະໄໝທີ 12

451

ການແຂ່ງຂັນດອກປີກໄກ່ທີມປະສົມຊີງແຊັມໂລກລາຍການ ສຸດິມານ ຄັບ 2021 ( Sudirman Cup ) ທີ່ເມືອງວັນຕາ ປະເທດແຟງລັງ ເມື່ອວັນທີ 3 ຕຸລາ 2021 ເປັນການແຂ່ງຂັນຮອບຊີງຊະນະເລີດລະຫວ່າງ ສປ ຈີນ ແຊັມເກົ່າ ແລະ ແຊັມລາຍການນີ້ 11 ສະໄໝ ພົບກັບ ຍີ່ປຸ່ນ ເຊິ່ງເປັນການລ້າງຕາອີກຄັ້ງເພາະຮອບຊີງຊະນະເລີດເມື່ອປີ 2019 ສປ ຈີນ ເອົາຊະນະໄດ້ 3-0 ຄູ່.

ຜ່ານການແຂ່ງຂັນປາກົດວ່າ: ສປ ຈີນ ສາມາດເອົາຊະນະໄປ 3-1 ຄູ່ ຄວ້າແຊັມໄປຄອງເປັນສະໄໝທີ 12 ຄື: 1995, 1997, 1999, 2001, 2005, 2007, 2009, 2011, 2013, 2015, 2019 ແລະ 2021, ສ່ວນ ຍີ່ປຸ່ນ ຍັງຕ້ອງລໍຖ້າແຊັມລາຍການນີ້ຕໍ່ໄປອີກ ຫຼັງໄດ້ຮອງແຊັມ 3 ສະໄໝຄື: 2015, 2019 ແລະ 2021.

ສ່ວນ ສ. ເກົາຫຼີ ແລະ ມາເລເຊຍ ແມ່ນຄວ້າອັນດັບ 3 ຫຼື ຫຼຽນທອງລາຍການນີ້ໄປຄອງຮ່ວມກັນ, ຂະນະທີ່ ການແຂ່ງຂັນລານຍການໃຫຍ່ປະເພດທີມຊາຍ ແລະ ທີມຍິງຊີງແຊັມໂລກລາຍການ ໂທມັສ-ອູເບີ ຄັບ 2020 ທີ່ເລື່ອນມາແຂ່ງຂັນໃນປີນີ້ແມ່ນຈະເປີດສາກຂຶ້ນລະຫວ່າງວັນທີ 9-17 ຕຸລາ 2021.