ຄວາມໝາຍລົດຂອງລັດ ແລະຂອບເຂດການນຳໃຊ້ທີ່ຄວນຮູ້

713

ເຊື່ອວ່າທຸກຄົນໄດ້ຍິນກັນຈົນເປັນທີ່ຄຸ້ນຫູແລ້ວ ກ່ຽວກັບລົດລັດ ແຕ່ລົດລັດນັ້ນແມ່ນຫຍັງແທ້ໃນຄວາມໝາຍທີ່ແທ້ຈີງ ລວມເຖິງຂອບເຂດການນຳໃຊ້ ຄວນໃຊ້ສ່ຳໃດຕາມການກຳນົດຂອງລັດຖະບານ ມື້ນີ້ເຮົາມາທຳຄວາມຮູ້ຈັກກັບລົດລັດໃນພາບລວມ.

ອີງຕາມດໍາລັດ ວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ, ລົງວັນທີ 29 ກັນຍາ 2021 ໃຫ້ຮູ້ວ່າ ລົດຂອງລັດແມ່ນຊັບສິນຂອງລັດ ທີ່ໄດ້ມາຈາກການຈັດຊື້ດ້ວຍງົບປະມານແຫ່ງລັດ, ງົບປະມານຂອງລັດວິສາຫະກິດ, ທຶນກູ້ຢືມ, ການຊ່ວຍເຫຼືອລ້າດ້ວຍຮູບການຕ່າງໆຈາກການຈັດຕັ້ງ ຫຼື ບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ລວມທັງໄດ້ມາຈາກການຮິບຕາມຄໍາຕັດສິນຂອງສານ ເຊິ່ງຕ້ອງໄດ້ຂຶ້ນບັນຊີຊັບສິນຂອງລັດນໍາຂະແໜງການເງິນ, ອອກໃບທະບຽນ ແລະ ຕິດປ້າຍທະບຽນນໍາຂະແໜງການທີ່ກ່ຽວຂ້ອງຕາມລະບຽບການ.

ດ້ານເປົ້າໝາຍການປະກອບ, ການຄຸ້ມຄອງ ແລະ ການນໍາໃຊ້ລົດຂອງລັດນັ້ນທີ່ກໍານົດໄວ້ໃນມາດຕາ 5ຂອງດໍາລັດສະບັບນີ້ ມີ 3ຢ່າງດ້ວຍກັນຄື ລົດຮັບໃຊ້ວຽກງານບໍລິຫານລວມ; ລົດຮັບໃຊ້ວຽກງານວິຊາສະເພາະ ແລະ ລົດວິຊາສະເພາະຈໍາເພາະ; ສຸດທ້າຍແມ່ນລົດປະຈໍາຕໍາແໜ່ງການນໍາລະດັບສູງ.
ດ້ານການນໍາໃຊ້ ແລະ ການຮັກສາຄຸ້ມຄອງລົດຂອງລັດ ແມ່ນໃຫ້ປະຕິບັດດັ່ງນີ້: ລົດຂອງລັດຕ້ອງຖືກນໍາໃຊ້ເຂົ້າໃນວຽກງານທາງລັດຖະການເທົ່ານັ້ນ; ນໍາໃຊ້ໃຫ້ຖືກເປົ້າໝາຍທີ່ລະບຸໄວ້ໃນມາດຕາ 5 ດັ່ງທີ່ກ່າວມາຂ້າງເທິງ; ພາຍຫຼັງການນໍາໃຊ້ແລ້ວທຸກຄັ້ງ ລົດຂອງລັດຕ້ອງຈອດໄວ້ຢູ່ບ່ອນຈອດສະເພາະຢູ່ສໍານັກງານຂອງຂະແໜງການຕົນທີ່ກໍານົດໄວ້ຢ່າງເຂັ້ມງວດ ຍົກເວັ້ນລົດປະຈໍາຕໍາແໜ່ງ; ລົດລັດທຸກຄົນຕ້ອງມີປະກັນໄພ, ເສຍຄ່າທາງຄົບຕາມລະບຽບການຢ່າງເຄັ່ງຄັດ ແລະ ຄົບຖ້ວນ ໂດຍນໍາໃຊ້ງົບປະມານຂອງແຕ່ລະຂະແໜງການທີ່ໄດ້ຮັບອະນຸມັດຈາກງົບປະມານປະຈໍາປີ, ການປະກັນໄພ ແມ່ນໃຫ້ນໍາໃຊ້ທາງເລືອກທີສອງ; ການຄຸ້ມຄອງຮັກສາລົດຂອງລັດແມ່ນຕ້ອງຮັບປະກັນຄວາມປອດໄພ.

ສຳລັບການຖອນຄືນ ລົດປະຈໍາຕໍາແໜ່ງແມ່ນກໍານົດໄວ້ວ່າ: ລົດປະຈໍາຕໍາແໜ່ງຈະຖືກຖອນຄືນຢ່າງຂາດຕົວຈາກຜູ້ທີ່ໄດ້ຮັບສິດນໍາໃຊ້ ກໍລະນີເສຍຊີວິດ, ຖືກປົດຕໍາແໜ່ງ ຫຼື ອອກຈາກລັດຖະການ; ອອກພັກຜ່ອນຮັບເບ້ຍບໍານານ ໃນກໍລະນີຜູ້ກ່ຽວຕ້ອງການລົດເພື່ອນໍາໃຊ້ສ່ວນຕົວແມ່ນໃຫ້ປະຕິບັດຕາມລະບຽບການທີ່ກໍານົດໄວ້.

ດ້ານການສະສາງລົດ ອັນໝາຍເຖິງການຫັນກໍາມະສິດລົດຂອງລັດຈາກການຄຸ້ມຄອງນໍາໃຊ້ຂອງພາກລັດໃຫ້ບຸກຄົນ ຫຼື ນິຕິບຸກຄົນ ໃນກໍລະນີໃດໜຶ່ງດັ່ງນີ້ ລົດໃຫຍ່ມີອາຍຸການນໍາໃຊ້ເກີນກວ່າສິບປີ; ລົດຈັກມີອາຍຸການນໍາໃຊ້ເກີນກວ່າ 5ປີ; ລົດເປ່ເພຫຼາຍ ບໍ່ຮັບປະກັນໃຫ້ແກ່ການຮັບໃຊ້ວຽກທາງລັດຖະການ ຫຼື ສ້ອມແປງກໍ່ບໍ່ມີປະສິດທິຜົນ ແລະ ຕາມການຕົກລົງຂອງລັດຖະບານ. ທັ້ງນີ້, ການສະສາງລົດຂອງລັດ ຕ້ອງດໍາເນີນໄປຢ່າງໂປ່ງໃສດ້ວຍການປະມູນຂາຍທົ່ວໄປ ຫຼື ຕາມການປະເມີນລາຄາຂອງໜ່ວຍງານຮັບຜິດຊອບຂອງລັດ, ລາຍຮັບຈາກການສະສາງໃຫ້ມອບເຂົ້າງົບປະມານປຫ່ງລັດຢ່າງຄົບຖ້ວນຕາມກົດໝາຍ ແລະ ລະບຽບການ, ສ່ວນຮູບການການສະສາງ, ການແກ້ໄຂ ແລະ ຈັດສັນຄືນລົດທີ່ພະນັກງານ-ລັດຖະກອນ ແລະ ພະນັກງານບໍານານໄດ້ນໍາໃຊ້ລົດຂອງລັດກ່ອນດໍາລັດສະບັບນີ້ ຈະໄດ້ກໍານົດໃນລະບຽບການສະເພາະ.