ແຟນໆເຊຍຫນັກແຮງຄົນນີ້ ງາມຄົມສົມມຸງກຸດ ຝ້າຍ ສີລິຍາພອນ ໝາຍເລກ 025

1300

ພາສ່ອງອີກຫນຶ່ງສາວງາມ ທີ່ເຂົ້າຮ່ວມຊີງມຸງກຸດ ສູ່ຈັກກະວານ ໃນເວທີ Miss Universe Laos2021 ສີລິຍາພອນ ຊາພິລົມ ຫຼື ຝ້າຍ ໝາຍເລກ 025 ປັດຈຸບັນອາຍຸ 23 ປີ ຈາກ ນະຄອນຫຼວງວຽງຈັນ ,ຈົບການສຶກສາຈາກ ມະຫາວິທະຍາໄລແຫ່ງຊາດ, ຄະນະສະຖາປັດຕະຍະກຳສາດ, ສາຂາ ອອກແບບຜະລິດຕະພັນ.

ສໍາລັບຝ້າຍຜ່ານມາເຄີຍປະກວດເວທີ Miss Grand  Laos 2018ມາກ່ອນ ແລະ ຄວ້າໄດ້ລາງວັນຮອງອັນດັບ2 ຂອງ Miss Grand Laos 2018 ຈາກການປະກວດເວທີນັ້ນໄດ້ເຮັດໃຫ້ນ້ອງມີຄວາມໄຝ່ຝັນ ແລະ ພັກດັນໃຫ້ນ້ອງກ້າວໄປທາງໜ້າສູ່ເວທີທີ່ຍິ່ງໃຫຍ່ ທີ່ຜູ້ຍິງທຸກຄົນໃຝ່ຝັນຫາ ເພາະເປັນເວທີທີ່ພິກປ່ຽນຊີວິດຂອງຜູ້ຍິງຄົນໜຶ່ງໄປຕະຫຼອດການນັ້ນກໍຄືເວທີ Miss Universe Laos ນີ້ເອງ ຕະຫຼອດເວລາທີ່ຜ່ານມາຝ້າຍເປັນຄົນຮັກໃນວົງການບັນເທີງ ແລະ ລ່າຝັນໃນສາຍປະກວດ ທີມີໂອກາດສະເໝີທີຜ່ານມາແມ່ນໄດ້ຮ່ວມງານຫຼາຍໆດ້ານເລີຍບໍ່ວ່າຈະເປັນ ສາຍເດີນແບບ, ຖ່າຍໂຄສະນາ ແລະ ຖ່າຍແບບ.

ຄະຕິປະຈຳໃຈທີ່ເຮັດໃຫ້ຝ້າຍມີກຳລັງໃຈທີ່ຈະພາໂຕເອງກ້າວຜ່ານທຸກຢ່າງໄປໄດ້ກໍຄື : ‘’ເປັນໂຕຂອງໂຕເອງ ຮຽນຮູ້ປະສົບການ ຕາມລ່າຫາຄວາມຝັນ ທ່ອງສູ່ໂລກກວ້າງ ກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງສູ່ຄວາມສຳເລັດ’’ ນັ້ນຄືເຫດຜົນທີ່ເຮັດໃຫ້ນ້ອງຍາກເຂົ້າປະກວດເວທີ ທີ່ຍິ່ງໃຫຍ່ນີ້

ສ່ວນເລື່ອງທີ່ຜ່ານເຂົ້າຮອບໄປນັ້ນນ້ອງຈະໂຊຫຍັງໃນຄວາມສາມາດຂອງນ້ອງ ແມ່ນນ້ອງຈະຂໍອຸບໄວ້ກ່ອນເພຶ່ອໃຫ້ທຸກຄົນໄດ້ລຸ້ນນຳກັນ ເປັນກຳລັງໃຈໃຫ້ຝ້າຍແນ່ເດີ ໝາຍເລກ 025 ສ່ວນວ່າຈຸດເດັ່ນຂອງນ້ອງນັ້ນນ້ອງຄິດວ່າ ນ້ອງມີຄວາມໝັ້ນໃຈບໍ່ເຄີຍທໍ້ກັບອຸປະສັກທີ່ມີຕໍ່ໜ້າ ມີທັກສະການເປັນນາງງາມ ແລະ ກ້າສະແດງອອກ ເພື່ອທີ່ຈະກ້າວເຂົ້າໄປຊະນະໃຈກຳມະການໄດ້ແນ່ນອນ.

ກ່ອນເຂົ້າປະກວດນີ້ ນ້ອງເອງໄດ້ພະຍາມພັດທະນາດູແລໂຕເອງບໍ່ວ່າທາງດ້ານຮ່າງກາຍ ແລະ ໜ້າຕາພ້ອມນັ້ນນ້ອງຍັງຮຽນຮູ້ປະສົບການຈາກໂລກ Social ຂອງລຸ້ນເອື້ອຍ ຫຼື ຈາກເວທີການປະກວດຕ່າງໆ ທັງໃນປະເທດ ແລະ ຕ່າງປະເທດ ເພື່ອມາພັດທະນາໂຕເອງ ກຽມໂຕເຂົ້າສູ່ການປະກວດໃນຄັ້ງນີ້ໃຫ້ດີທີ່ສຸດເທົ່າທີຈະເຮັດໄດ້.

ຖ້ານ້ອງໄດ້ຕຳແໜ່ງສິ່ງທີ່ນ້ອງຢາກເຮັດທີ່ສຸດໃນຕອນນີ້ຄື ນ້ອງຢາກຍື່ນມືເຂົ້າໄປຊ່ວຍເຫຼືອສັງຄົມນັ້ນກໍຄື ຫາວິທີແກ້ໄຂເຜີຍແຜ່ປະຕິບັດ ແລະ ປົກປ້ອງສິດທິຂອງຜູ້ຍິງ ແລະ ເດັກນ້ອຍ ໂດຍສະເພາະໃນເຂດຊົນນະບົດທີ່ດ້ອຍໂອກາດ ທີ່ສຳຄັນທີສຸດໃນປະຈຸບັນນ້ອງຢາກຍື່ນນມືເຂົ້າໄປຊ່ວຍຜູ້ປະສົບໄພທາງດ້ານ Covid-19 ເພາະການລ໋ອກດາວໃນຊ່ວງລະບາດຂອງພະຍາດນີ້ ສົ່ງຜົນໃຫ້ທັງປະເທດເຮົາ ແລະ ຫຼາຍໆປະເທດ ຕ້ອງຜະເຊີນກັບວິກິດຢ່າງໜັກໜ່ວງ ແລະ  ຢາກລະດົມໃຫ້ທຸກຄົນຫັນມາປ້ອງກັນໂຕເອງຈາກພະຍາດນີ້ຢ່າງຈິງຈັງ ເຮັດໃຫ້ພະຍາດນີ້ຈາກຕິດກັນເປັນວົງກວ້າງໃນປະຈຸບັນໃຫ້ຜ່ອນຜັນລົງໜ້ອຍທີສຸດ.

ຜ່ານມານ້ອງເຄີຍເດີນແບບເພື່ອສັງຄົມທີ່ທັງການຈັດຂຶ້ນໃນຫຼາຍເວທີເດີນແບບໃຫ້ກັບແບນຕ່າງໆ, ຖ່າຍແບບ ຖ່າຍໂຄສະນາ ໜ້າປົກວາລະສານຕ່າງໆ ຊຶ່ງເຄີຍອອກສູ່ສາຍຕາມະຫາຊົນຜ່ານມາແລ້ວຫຼາຍງານ ແລະ ເປັນນາງແບບໃນສັງກັດ Tonkham modeling ຕະຫຼອດມາ ໂອກາດນີ້ຈິ່ງຢາກຂໍສະແດງຄວາມຂອບໃຈຢ່າງລົ້ນເຫຼືອຜ່ານເພສ ຂ່າວເສດຖະກິດການຄ້າ ມາຍັງແຟນໆຂອງຝ້າຍທີ່ຊ່ວຍເຊຍ ແລະ ເປັນກຳລັງໃຈໃຫ້ຝ້າຍຕະຫຼອດມາ ແລະ ຕະຫຼອດໄປດ້ວຍ ສຳລັບຊ່ອງທາງການຕິດຕາມ F’ Faiy SPI.

ຮູບ: F’ Faiy SPI.