ສ່ອງເບິ່ງ! ການນຳນົດ ຫຼື ປະກອບການນຳໃຊ້ລົດບໍລິຫານລວມ ຂອງຂັ້ນສູນກາງ

1321

ເຊື່ອວ່າທີ່ຜ່ານມາຫຼາຍຄົນຍັງບໍ່ຮູ້ ຂອບເຂດການນໍາໃຊ້ລົດຂອງພັກ-ລັດ ແມ່ນປະກອບດ້ວຍ ອົງການຈັດຕັ້ງຂອງພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ລາວ, ອົງການຈັດຕັ້ງມະຫາຊົນ, ກົມກອງກໍາລັງປະກອບອາວຸດ, ຫົວຫນ່ວຍໂຄງການ ແລະ ລັດວິສາຫະກິດ ຂັ້ນສູນກາງ ແລະ ທ້ອງຖິ່ນ ທີ່ພົວພັນເຖິງການປະຕິບັດຫນ້າທີ່ວຽກງານຂອງລັດ.

ແຕ່ສຳລັບຄັ້ງນີ້ແມ່ນຈະຂໍນຳສະເໜີໃນສ່ວນຂອງຂັ້ນສູນກາງໃນການປະກອບລົດບໍລິຫານລວມ ທີ່ໄດ້ລະບຸໄວ້ໃນ ດຳລັດວ່າດ້ວຍ ລົດຂອງລັດ ສະບັບເລກທີ 599/ລບ ລົງວັນທີ 29 ກັນຍາ 2021 ໝວດທີສອງວ່າດ້ວຍລົດຮັບໃຊ້ບໍລິຫານລວມ, ມາດຕາ 7 ວ່າດ້ວຍການປະກອບລົດບໍລິຫານລວມຢູ່ຂັ້ນສູນກາງ ເຊິ່ງວ່າມີລາຍລະອຽດລະບຸດັ່ງນີ້:

1. ລົດຮັບແຂກທາງລັດຖະການຂອງລັດຂັ້ນສູນກາງ ໃຫ້ຢູ່ໃນການຄຸ້ມຄອງ-ຮັກສາ ຢ່າງລວມສູນ ຢູ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ.

2. ລົດຮັບໃຊ້ບໍລິຫານລວມຂອງ ບັນດາກະຊວງ, ອົງການຈັດຕັ້ງຂອງພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ປະກອບໃຫ້ ດັ່ງນີ້:

– ລົດຮັບໃຊ້ວຽກງານລວມຂອງ ບັນດາກະຊວງ, ອົງການຈັດຕັ້ງຂອງພັກ-ລັດ, ແນວລາວສ້າງຊາດ,ສະຫະພັນນັກຮົບເກົ່າລາວ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ປະກອບລົດໃຫຍ່ໃຫ້ບໍ່ເກີນ 3 ຫາ 7 ຄັນ ໂດຍປະກອບ ລົດຈິບ 2 ຄັນ, ສ່ວນທີ່ເຫຼືອແມ່ນປະກອບເປັນລົດຕູ້, ລົດບັດ ແລະ ລົດກະບະຕາມຄວາມເຫມາະສົມ.

– ລົດຮັບໃຊ້ວຽກງານລວມຂອງຫ້ອງການ, ກົມ, ກອງ ແລະ ທຽບເທົ່າ ໃຫ້ປະກອບຕາມຫນ້າວຽກຫນ້ອຍ ຫຼື ຫຼາຍ, ກວ້າງ ຫຼື ແຄບ, ແຕ່ປະກອບລົດໃຫຍ່ປະເພດລົດກະບະໃຫ້ບໍ່ເກີນ 2 ຫາ 4 ຄັນ ແລະ ລົດຈັກບໍ່ເກີນ 3 ຫາ 5 ຄັນ.

– ດ່ານສາກົນ ປະກອບຕາມຫນ້າວຽກຫນ້ອຍ ຫຼື ຫຼາຍ, ກວ້າງ ຫຼື ແຄບ, ແຕ່ປະກອບລົດໃຫຍ່ປະເພດລົດກະບະໃຫ້ບໍ່ເກີນ 2 ຫາ 4 ຄັນ ແລະ ລົດຈັກບໍ່ເກີນ 3 ຫາ 5 ຄັນ.

– ສໍາລັບລົດຮັບໃຊ້ລວມຂອງສະຖານການສຶກສາທີ່ຂຶ້ນກັບກະຊວງໃດແມ່ນໃຫ້ກະຊວງນັ້ນຄົ້ນຄວ້ານໍາສະເຫນີ ກ່ຽວກັບການປະກອບລົດ ໄດ້ອີງຕາມຈໍານວນພົນນັກສຶກສາ ເຊິ່ງໃຫ້ປະກອບລົດກະບະ ລົດຕູ້ ຫຼື ລົດບັດ 25 ບ່ອນນັ່ງ ຫາ 45 ບ່ອນນັ່ງ ຕາມຄວາມເຫມາະສົມ, ແຕ່ລົດໃຫຍ່ບໍ່ໃຫ້ເກີນ ຫ້າຄັນ ແລະລົດຈັກຈໍານວນຫນຶ່ງ.

ສໍາລັບການຈັດຕັ້ງປະຕິບັດຕົວຈິງ ປັດຈຸບັນແມ່ນກະຊວງການເງິນ ສົມທົບກັບຫ້ອງວ່າການສໍານັກງານ ນາຍົກລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງ ປະເມີນ, ດັດສົມ ແລະ ດຸ່ນດຽງຄືນຈໍານວນລົດໃຫ້ສອດຄ່ອງ ກັບຄວາມເປັນຈິງຂອງແຕ່ລະພາກສ່ວນ, ສໍາລັບຄວາມແຮງຂອງລົດບໍລິຫານລວມແຕ່ລະປະເພດ ຢູ່ຂັ້ນສູນກາງ ຈະໄດ້ກໍານົດສະເພາະໃນແຕ່ລະໄລຍະ ຕາມຄວາມເຫມາະສົມ.