ແຈ້ງປິດຊົ່ວຄາວແລ້ວ ຕະຫຼາດສົດບຶງທາດຫຼວງ

784

ເນື່ອງຈາກມີການແຜ່ລະບາດຢ່າງຂອງພະຍາດໂຄວິດ19 ທີ່ຖືວ່າຍັງໜ້າຫ່ວງ ຍອດຜູ້ຕິດເຊື້ອເພີ່ມຂຶ້ນເລື້ອຍໆ ໂດຍສະເພາະໃນຊຸມຊົນ, ນະຄອນຫຼວງວຽງຈັນ ເຊິ່ງສາເຫດການຕິດເຊື້ອກໍມາຈາກຫຼາຍປັດໄຈ ໃນນັ້ນການຊຸມນຸມ, ຫຼືສະຖານທີ່ຄົນຫຼາຍໆກໍເປັນຈຸດສ່ຽງໃນການຕິດ ແລະ ກະຈາຍເຊື້ອເຊັ່ນກັນ

ດັ່ງນັ້ນທາງຕະຫຼາດສົດບຶງທາດຫຼວງທີ່ເປັນຕະຫຼາດເກີດຂຶ້ນໃໝ່ ທີ່ຖືວ່າຮັບຄວາມນິຍົມຊົມຊອບຂອງສັງຄົມ ແລະ ມີຄົນຈໍານວນຫຼວງຫຼາຍມາຈັບຈ່າຍຊື້ຂາຍສິນຄ້າ ກໍອົດຫ່ວງເລື່ອງການແຜ່ລະບາດຂອງເຊື້ອພະຍາດໂຄວິດຈຶ່ງໄດ້ອອກມາແຈ້ງໂດຍໂພສແຈ້ງປິດຕະຫຼາດຊົ່ວຄາວ

ມີເນື້ອໃນວ່າ ສະບາຍດີລູກຄ້າຕະຫຼາດບຶງທາດຫຼວງທຸກທ່ານທີ່ຮັກແພງ ເນື່ອງຈາກມີການແຜ່ລະບາດຢ່າງຮ້າຍແຮງຂອງພະຍາດ COVID-19 ທາງຕະຫຼາດຂອງພວກເຮົາຈຶ່ງໄດ້ມີການປັບປຸງ ແລະ ຈັດສັນຄືນໃໝ່ໃຫ້ເຂັມງວດຂຶ້ນຕື່ມອີກ

ໂດຍມີການພົ່ນຢາຂ້າເຊື້ອ ຫາວິທີທາງຄວບຄຸມທຸກວິທີເພື່ອຄວາມປອດໄພສູງສຸດຢ່າງເຕັມທີ່ຂອງພໍ່ຄ້າແມ່ຄ້າແລະຜູ້ມາຊົມໃຊ້ໃນຕະຫຼາດຂອງພວກເຮົາ ສະນັ້ນ ຈຶ່ງໄດ້ປິດຊົ່ວຄາວເປັນເວລາ3ວັນ ເລີ່ມແຕ່ວັນທີ 5-7 ຕຸລາ 2021

ແລະ ວັນທີ 8 ຕຸລາ 2021 ເປີດການຊື້-ຂາຍ ປົກກະຕິ ເພື່ອເປັນການສ້າງຄວາມໝັ້ນໃຈໃຫ້ກັບ ປະຊາຊົນ ແລະສັງຄົມ ທີ່ມາໃຊ້ບໍລິການຢູ່ພາຍໃນຕະຫຼາດສົດບຶງທາດຫຼວງ

ພາບ ຕະຫຼາດບຶງທາດຫຼວງ