ເກີດຫຍັງຂຶ້ນ ວຽງຄໍາ Mister Model Laos 2021 ບໍ່ໄດ້ໄປຕໍ່ທີ່ເວທີ Mister Model international Pageant 2021

1112

ນັບວ່າເປັນຂ່າວທີ່ເຮັດໃຫ້ແຟນໆຜູ້ທີ່ກຽມເຊຍ ແລະ ສົ່ງກໍາລັງໃຈໃຫ້ໜຸ່ມ ວຽງຄໍາ ຈັນທະວົງສາ Mister Model Laos 2021 ທີ່ເປັນຕົວແທນປະເທດໄປກວດ Mister Model international Pageant 2021 ທີ່ປະເທດ ໂດມິນິກັນ ຕ້ອງງອຍໄປຕາມໆກັນ ເນື່ອງຈາກວ່າທາງກອງປະກວດ Mister Laos Mister International Laos ໄດ້ອອກມາໂພສໃນວັນທີ 4 ຕຸລາ 2021 ວ່າ

ສຸດແສນເສຍດາຍຕົວແທນລາວ ກໍຄືທ້າວ ວຽງຄຳ ຈັນທະວົງສາ Mister Model Laos2021 ບໍ່ສາມາດ ເດີນທາງໄປເຖິງຈຸດຫມາຍໄດ້ ເນື່ອງຈາກ ຂໍຈຳກັດທາງການບິນໃນຊ່ວງໂຄວິດຕາມອົງການອານາໄມໂລກທີ່ໄດ້ກຳນົດໄວ້ ດັ່ງນັ້ນ ຈຶ່ງຂໍແຈ້ງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ຜູ້ສະຫນັບສະຫນູນ ຕະຫລອດ ພໍ່ແມ່ປະຊາຊົນ ທີ່ໃຫ້ການຕິດຕາມ ແລະ ສົ່ງເສີມໂຄງການພວກເຮົາເລື້ອຍມາ…

ຂໍກຳລັງໃຈໃຫ້ Mister Vieng chanthavongsa ເດີນທາງກັບບ້ານຢ່າງປອດໄພໃນວັນທີ່ 9 ຕຸລາ 2021 ນີ້

ນັບວ່າໜ້າເສຍດາຍກັບເວທີນີ້ ເພາະນ້ອງກໍກຽມພ້ອມເຕັມທີ່ບໍ່ວ່າເປັນຊຸດປະຈໍາຊາດຊຸດນີ້ ອົງພະຍານາກ ສີຣິຈັນທານາກຄະລາດ, ທັກສະຕ່າງ, ຄວາມຮູ້, ຄວາມສາມາດ ແຟນໆກໍເຂົ້າມາໃຫ້ກໍາລັງໃຈກັນຢ່າງຫຼວງຫຼາຍກັນເລີຍ
ແນວໃດກໍຕາມທີມລາວ ດາຍລີກ້ອດຊີບກໍຂໍເປັນກໍາລັງໃຈໃຫ້ ບໍ່ໄດ້ໄປຕໍ່ໃນເວທີນີ້ກໍຖ້າເວທີໜ້າເອົາເນາະ

ປັດຈຸບັນໜຸ່ມ ອາຍຸ 23 ປີ, ສູງ ກໍາລັງສຶກສາຕໍ່ຢູ່ ສປ.ຈີນ ແລະ ເປັນເທຣນເນີ ສອນອອກກຳລັງກາຍ (ສ້າງກ້າມເນື້ອ, ຟິດຫຸ່ນ) ເພື່ອຫາປະສົບການເຮັດວຽກໄປນຳ.

.

ສຳລັບທີ່ຜ່ານມາ ແມ່ນມີຜົນງານເດີນແບບການກຸສົນ, ຣີວິວສິນຄ້າ ແລະ ອອກງານ. ນອກຈາກເປັນນາຍແບບນ້ອງໃໝ່ແລ້ວ ຍັງເປັນນັກມວຍຄົນໜຶ່ງທີ່ມີຄວາມສາມາດ ກາລັນຕີດ້ວຍຜົນງານ ເພາະຜູ້ກ່ຽວເຄີຍລົງແຂ່ງຂັນຕີມວຍຢູ່ ສ.ປ. ຈີນ 4 ລາຍການ ໄດ້ຊະນະທີ 1.

ຕິດຕາມການເຄື່ອນໄຫວຂອງໜຸ່ມ ວຽງຄໍາ ຈັນທະວົງສາ ໄດ້ ທີ່ Mister Laos Mister International Laos ຫຼື ເຟດບຸກສ່ວນໂຕ Vieng Chanthavongsa ຝາກຕິດຕາມຂ່າວບັນເທີງ ດຍລີກອສຊິບ ທັນທຸກເລື່ອງບັນເທີງ ແນ່ເດີ້