ມາຮູ້ຈັກ! ກ່ຽວກັບລົດຂອງລັດ ຕາມດຳລັດໃໝ່ຂອງລັດຖະບານທີ່ອອກໃໝ່ຫຼ້າສຸດ

1508

ຖ້າຈະເວົ້າເຖິງເລື່ອງຂອງຊັບສິນທີ່ເປັນຂອງລັດແລ້ວນັ້ນ ແມ່ນຖືວ່າມີຫຼາກຫຼາຍສິ່ງ ທີ່ໄດ້ຖືກນຳໃຊ້ໃນວຽກງານຂອງພັກ-ລັດ ເວົ້າສະເພາະລົດລັດຖືເປັນພາຫະນະທີ່ສຳຄັນ ໃນການເຄື່ອນໄຫວທຸກວຽກງານໃຫ້ປະສົບຜົນສຳເລັດ ຕາມພາລະບົດບາດທີ່ປະເທດຊາດມອບໝາຍໃຫ້. ເຊິ່ງຫຼ້າສຸດນີ້, ທາງລັດຖະບານ ກໍ່ໄດ້ອອກດຳລັດ ເລກທີ 599/ລບ ລົງວັນທີ 29 ກັນຍາ 2021 ວ່າດ້ວຍລົດຂອງລັດ ໃນນັ້ນປະກອບມີຫຼາຍໝວດ, ຫຼາຍມາດຕາ ແອັດຈະທະຍອຍເອົາມາລົງ ເພື່ອເປັນຄວາມຮູ້ໃຫ້ແກ່ແຟນຂ່າວຂອງເສດຖະກິດ-ການຄ້າພວກເຮົາ.

ທີ່ລັດຖະບານຕ້ອງອອກດຳລັດໃໝ່ວ່າດ້ວຍລົດລັດໂດຍສະເພາະ ກໍ່ເພື່ອກໍານົດຫຼັກການ, ລະບຽບການກ່ຽວກັບການປະກອບ, ການຄຸ້ມຄອງນໍາໃຊ້, ການປົກປັກ ຮັກສາ ແລະ ການສະສາງ ລົດຂອງລັດ ເພື່ອເປັນບ່ອນອີງໃຫ້ແກ່ ອົງການຈັດຕັ້ງຂອງພັກ-ລັດ, ແນວລາວ ສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ອົງການຈັດຕັ້ງມະຫາຊົນ ແລະ ລັດວິສາຫະກິດທຸກລະດັບ ຕະຫຼອດ ຮອດພະນັກງານຜູ້ທີ່ມີສິດນໍາໃຊ້ລົດປະຈໍາຕໍາແຫນ່ງການນໍາຂັ້ນສູງ ໃນການບໍລິຫານລົດຂອງລັດ ແນໃສ່ ສ້າງຄວາມເປັນເອກະພາບສູງໃນການຈັດຕັ້ງປະຕິບັດຕົວຈິງ ໃນຂອບເຂດທົ່ວປະເທດ ທັງຮັບປະກັນ ປະຕິບັດນະໂຍບາຍປະຢັດແຫ່ງຊາດ ແລະ ໃຫ້ສອດຄ່ອງກັບເງື່ອນໄຂຕົວຈິງຂອງປະເທດເຮົາ.

ລົດຂອງລັດ ແມ່ນຊັບສິນຂອງລັດ ທີ່ໄດ້ມາຈາກການຈັດຊື້ດ້ວຍ ງົບປະມານແຫ່ງລັດ, ງົບປະມານຂອງ ລັດວິສາຫະກິດ, ທຶນກູ້ຢືມ, ການຊ່ວຍເຫຼືອລ້າດ້ວຍຮູບການຕ່າງໆ ຈາກການຈັດຕັ້ງ ຫຼື ບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ລວມທັງໄດ້ມາຈາກການຮີບຕາມຄໍາຕັດສິນຂອງສານ ເຊິ່ງຕ້ອງໄດ້ຂຶ້ນບັນຊີຊັບສິນຂອງລັດ ນໍາຂະແຫນງການເງິນ, ອອກໃບທະບຽນ ແລະ ຕິດປ້າຍທະບຽນນໍາຂະແຫນງການທີ່ກ່ຽວຂ້ອງ ຕາມລະບຽບການ. ລົດຂອງລັດ ຈະຖືກປະກອບ ໃຫ້ເປົ້າໝາຍສະເພາະ ເພື່ອຮັບໃຊ້ເຂົ້າໃນວຽກບໍລິຫານຂອງລັດ ວິຊາສະເພາະ ແລະ ວິຊາສະເພາະ ຈຳເພາະ, ລົດປະຈຳຕຳແໜ່ງ ແລະ ວິສາຫະກິດ ຕາມພາລະບົດບາດທີ່ຖືກມອບໝາຍ.

ແນ່ນອນລົດຂອງລັດນັ້ນເປັນຊັບສິນລວມ ແມ່ນຕ້ອງໄດ້ມີຂອບເຂດໃນການນຳໃຊ້ ໂດຍຈະນຳໃຊ້ສຳລັບ ອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ອົງການຈັດຕັ້ງມະຫາຊົນ, ກົມກອງກຳລັງປະກອບອາວຸດ, ຫົວໜ້າໂຄງການ ແລະ ລັດວິສາຫະກິດ ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ທີ່ໄດ້ມີການພົວພັນ ເຖິງການປະຕິບັດໜ້າທີ່ ວຽກງານຂອງລັດເທົ່ານັ້ນ