ສິງກະໂປເຈລະຈາກັບສະຫະລັດ-ອີຢູ ຫວັງເປີດການທ່ອງທ່ຽວ

319

ສຳ​ນັກ​ຂ່າວ​ບ​ລູມ​ເບີກ ລາຍ​ງານ​ວ່າ ທ່ານ ກັນ ຄິມ ຢົງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ ຂອງ​ສິງ​ກະ​ໂປ​ເປີດ​ເຜຜີຍ​ວ່າ: ສິງ​ກະ​ໂປ​ກຳ​ລັງ​ປຶກ​ສາ​ຫາ​ລື​ກັບຫຼາຍ​ປະ​ເທດ ລວມ​ທັງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ແລະ ສະ​ຫະ​ພາບ​ເອີ​ຣົບ (ອີ​ຢູ) ເພື່ອ​ເປີດ​ເສັ້ນ​ທາງ​ການ​ບິນ​ສຳ​ລັບ​ຜູ້​ທີ່​ສັກ​ວັກ​ແຊັງ​ແລ້ວ ແລະ ຫວັງ​ວ່າ ຈະ​ສາ​ມາດ​ເປີດ​ຖ້ຽວ​ບິນ​ໃໝ່​ທີ່ນອກ​ຈາກ​ເຢຍ​ລະ​ມັນ ແລະ ບ​ຣູ​ໄນ ໄດ້​ພາຍ​ໃນ​ປີ​ນີ້ ຫຼື ໄວ​ກວ່າ​ນັ້ນ.

ແນວ​ໃດ​ກໍ​ຕາມ ສະ​ຫະ​ລັດ​ໄດ້​ອອກ​ຖະ​ແຫຼງ​ການ​ເຕືອນ​​ປະ​ຊາ​ຊົນເມື່ອ​ອາ​ທິດ​ຜ່ານ​ມາ​ວ່າ ການ​ເດີນ​ທາງ​ໄປ​ສິງ​ກະ​ໂປ​ໃນ​ຊ່ວງ​ນີ້ ຖື​ວ່າ​ອັນ​ຕະ​ລາຍ ເນື່ອງ​ຈາກ​ຍັງ​ຜູ້​ຕິດ​ເຊື້ອ​ໃນ​ຊຸມ​ຊົນ​ຢູ່​ໃນ​ລະ​ດັບ​ສູງ ແລະ ມີ​ລາຍ​ງານ​ພົບ​ຜູ້​ຕິດ​ເຊື້ອ​ໃໝ່​ເກີນ 1.000 ຄົນ​ຢ່າງ​ຕໍ່​ເນື່ອງ​ນັບ​ແຕ່​ກາງ​ເດືອນ​ກັນ​ຍາ​ເປັນ​ຕົ້ນ​ມາ.

ທັງ​ນີ້ ສູນ​ຄວບ​ຄຸມ ແລະ ປ້ອງ​ກັນ​ພະ​ຍາດ (CDC) ສະ​ຫະ​ລັດ​ໄດ້​ອອກ​ມາ​ເຕືອນ​ວ່າ ຜູ້​ທີ່​ເດີນ​ທາງ​ໄປ​ສິງ​ກະ​ໂປ​ສ່ຽງ​ຕໍ່​ການ​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ໃສ່​ຜູ້​ອື່ນ ພ້ອມ​ທັງ​ຍົກ​ລະ​ດັບ​ຄຳ​ແນະ​ນຳ​ການ​ເດີນ​ທາງ​ໄປ​ສິງ​ກະ​ໂປ​ຂຶ້ນ​ເປັນ​ລະ​ດັບ 3 ຈາກ​ທັງ​ໝົ​ດ 4 ລະ​ດັບ.