ທ່ານ ຟູມີໂອະ ຄີຊີດະ ຂຶ້ນເປັນນາຍົກລັດຖະມົນຕີຍີ່ປຸ່ນຄົນໃໝ່

286

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ຈາກ​ປະ​ເທດ​ຍີ່​ປຸ່ນ​ເມື່ອ​ວັນ​ທີ 4 ຕຸ​ລາ 2021 ວ່າ: ໃນ​ກອງ​ປະ​ຊຸມ​​ສະ​ໄໝ​ພິ​ເສດ​ຂອງລັດ​ຖະ​ສະ​ພາຍີ່​ປຸ່ນ ໄດ້​ມີ​ມະ​ຕິ​ຮັບ​ຮອງ​ເອົາ ທ່ານ ຟູ​ມີ​ໂອະ ຄີ​ຊີ​ດະ ຫົວ​ໜ້າ​ພັກ​ເສ​ລີ​ປະ​ຊາ​ທິ​ປະ​ໄຕ (LDP) ໃຫ້​ດຳ​ລົງ​ຕຳ​ແໜ່ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ຄົນ​ໃໝ່ ແທນ ທ່ານ ໂຢ​ຊີ​ຮິ​ເດະ ຊູ​ງະ ທີ່​ຂໍ​ລາ​ອອກ​ຈາກ​ຕຳ​ແໜ່ງ ໂດຍ ທ່ານ ຄີ​ຊີ​ດະ ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຄົນ​ທີ 100 ​ຂອງ​ຍີ່​ປຸ່ນ​.

ຂະ​ນະ​ທີ່​ສື່ມວນ​ຊົນ​ຍີ່​ປຸ່ນຫຼາຍ​ສຳ​ນັກ ລວມ​ທັງ​ສະ​ຖາ​ນີໂທ​ລະ​ພາບ NHK ຄາດ​ການ​ວ່າ ທ່ານ ຄີ​ຊີ​ດະ ອາດ​ຈະ​ຍຸບ​ສະ​ພາ​ໃນ​ວັນ​ທີ 14 ຕຸ​ລາ​ຈະ​ເຖິງ​ນີ້ ແລະ ປະ​ກາດ​ຈັດ​ການ​ເລືອກ​ຕັ້ງ​ກ່ອນ​ກຳ​ນົດ​ຄັ້ງ​ໃໝ່​ໃນ​ວັນ​ທີ 31 ຕຸ​ລາ 2021 ນີ້ ໂດຍ​ຜູ້​ນຳ​ຍີ່​ປຸ່ນ​ຄົນ​ໃໝ່​ບໍ່​ຕ້ອງ​ການ​ເສຍ​ເວ​ລາ​ແມ່ນ​ແຕ່​ວິ​ນາ​ທີ​ດຽວ, ການ​ເລືອກ​ຕັ້ງ​ທົ່ວ​ໄປ ເປັນ​ຂະ​ບວນ​ການ​ດຽວ​ທີ່​ຈະ​ຊ່ວຍ​ເພີ່ມ​ຄວາມ​ຊອບ​ທຳ​ໃຫ້​ແກ່ ທ່ານ ຟູ​ມີ​ໂອະ ຄີ​ຊີ​ດະ ໃນ​ການ​ດຳ​ລົງ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໃຫ້​ຢູ່​ຄົບ​ວາ​ລະ ເນື່ອງ​ຈາກ​ຄາດ​ວ່າ ພັກ LDP ຈະ​​ໄດ້​ຮັບຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ອີກ​ຄັ້ງ.