ອຸຕຸຄາດ ຈະມີພາຍຸເຄື່ອນເຂົ້າມາເຮັດໃຫ້ມີຝົກໜັກຢູ່ທຸກພາກຂອງປະເທດ

1696

ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກບົດລາຍງານສະພາບອາກາດ ເລກທີ 1088/ອກຕທ, ລົງວັນທີ 4 ຕຸລາ2021 ຄາດຄະເນສະພາບອາກາດ ໃນໄລຍະວັນທີ 04 ຫາ 10 ຕຸລານີ້ ວ່າ: ໃນໄລຍະວັນທີ 04 ຫາ 05 ຕຸລາ 2021 ຄວາມກົດດັນອາກາດຕໍ່າ ຈະປົກຄຸມຢູ່ທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນອອກ – ຕາເວັນອອກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ອາກາດຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ຈາກນັ້ນວັນທີ 06 ຫາ 10 ຕຸລາ 2021 ຍ່ອມຄວາມກົດດັນອາກາດຕໍ່າທີ່ມີກຳລັງແຮງປົກຄຸມຢູ່ບໍລິເວນທະເລຈີນ ຕອນໃຕ້ຈະມີທ່າອ່ຽງເພີ່ມກຳລັງແຮງຂຶ້ນເປັນພາຍຸເຂດຮ້ອນ ແລະ ຄາດວ່າຈະເຄື່ອນເຂົ້າມາໃກ້ເກາະໄຮໜານ ໃນວັນທີ 10 ກັນຍາ 2021 ຊື່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກພ້ອມມີລົມພັດແຮງຢູ່ບາງທ້ອງຖີ່ນ ແຂວງພາກເໜືອດ້ານຕາເວັນອອກ, ພາກກາງ ແລະ ພາກໃຕ້ຂອງປະເທດລາວ.

ຄາດຄະເນສະພາບອາກາດ ໃນແຕ່ລະພາກດັ່ງລຸ່ມນີ້: ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 04 ຫາ 07 ຕຸລາ ຈະມີຝົນຕົກໃນລະດັບຄ່ອຍພ້ອມມີລົມພັດແຮງ ຢູ່ ບາງທ້ອຖິ່ນ, ຈາກນັ້ນໃນວັນທີ 08 ຫາ 10 ຕຸລາ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນ ລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ.

ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 04 ຫາ 07 ຕຸລາ ອາກາດຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອຖິ່ນ. ຈາກນັ້ນໃນວັນທີ 08 ຫາ 10 ຕຸລາ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມຫຼາຍເພີ່ມຂຶ້ນໃນລະດັບຄ່ອຍ ຫາ ປານກາງ.
ພາກກາງ: ໃນໄລຍະວັນທີ 04 ຫາ 07 ຕຸລາ 2011 ອາກາດຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖີ່ນ, ຈາກນັ້ນໃນວັນທີ 08 ຫາ 10 ຕຸລາ 2021 ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມຫຼາຍເພີ່ມຂຶ້ນໃນລະດັບຄ່ອຍຫາປານກາງເປັນສ່ວນຫຼາຍ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ວຽງຈັນ, ບໍລິຄຳ ໄຊ, ຄຳມ່ວນ ແລະ ສະຫວັນນະເຂດ.

ພາກໃຕ້: ໃນໄລຍະວັນທີ 04 ຫາ 06 ຕຸລາ 2021 ອາກາດຮ້ອນ, ຈາກນັ້ນໃນວັນທີ 07 ຫາ 10 ຕຸລາ ຈະມີຝົນຕົກ ຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖີ່ນ ແຂວງສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື.
ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 04 ຫາ 08 ຕຸລາ ອາກາດຮ້ອນ, ຈາກນັ້ນໃນວັນທີ 09 ຫາ 10 ຕຸລາ ຈະ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງບໍລິເວນ.