ບໍ່ໜ້າເຊື່ອ ປາຣີສ ທີມທີ່ມີກອງໜ້າທີ່ດີທີ່ສຸດເສຍໄປແບບພິກລ໊ອກນັດທໍາອິດ ພ້ອມຍິງບໍ່ເຂົ້າເປົ້າຈັກຄັ້ງ

430
PSG's Lionel Messi, left, reacts during the French League One soccer match between Rennes and Paris Saint-Germain at the Roazhon Park stadium in Rennes, France, Sunday, Oct. 3, 2021. (AP Photo/Jeremias Gonzales)

ປາຣີສ ແຊງແຊກແມງ ສະໂມສອນຍັກໃຫຍ່ໃນລີກເອິງຝຣັ່ງ ນໍາໂດຍ 3 ປະສານແດນໜ້າທີ່ດີທີ່ສຸດໃນໂລກນໍາໂດຍ ເນມາ, ລິໂອເນລ ເມສຊີ ແລະ ຄີລິຢັນ ເອັມບັບເປ ຕ້ອງພົບກັບຄວາມປະລາໄຊໃນລີກເປັນນັດທໍາອິດ ຫຼັງເສຍໃຫ້ກັບ ແຣນສ໌ 2-0 ໃນການແຂ່ງຂັນເມື່ອວັນທີ 3 ຕຸລາ 2021.

ຫຼັງຈົບການແຂ່ງຂັນມີການເປີດເຜີຍສະຖິຕິທີ່ໜ້າຕົກຕໍ່າຂອງ ປາຣີສ ແຊງແຊກແມງ ໃນນັດນີ້ເມື່ອບໍ່ສາມາດຍິງປະຕູເຂົ້າເປົ້າເລີຍຈັກຄັ້ງຈາກການຍິງທັງໝົດ 13 ຄັ້ງຕະຫຼອດ 90 ນາທີ ເຮັດໃຫ້ ເມສຊີ ຕອງພົບກັບຄວາມປະລາໄຊນັດທໍາອິດກັບ ປາຣີສ ໃນລີກເອິງຝຣັ່ງ.

ສໍາລັບ ສະຖິຕິຫຼັງການແຂ່ງຂັນມີດັ່ງນີ້:
-ການຄອງບານ: ປາຣີສ 67% ແລະ ແຣນສ໌ 33%
-ໂອກາດຍິງປະຕູ: ປາຣີສ 13 ຄັ້ງ ແລະ ແຣນສ໌ 12 ຄັ້ງ
-ຍິງເຂົ້າເປົ້າ: ປາຣີສ 0 ຄັ້ງ ແລະ ແຣນສ໌ 4 ຄັ້ງ
-ຍິງປະຕູ: ປາຣີສ 0 ປະຕູ ແລະ ແຣນສ໌ 2 ປະຕູ
ຮູບຈາກ: AP